ໂຮງຮຽນເຂດຊົນນະບົດ ຍັງຂາດຄຣູ

ຈໍາປາທອງ
2020.12.03
ໂຮງຮຽນເຂດຊົນນະບົດ ຍັງຂາດຄຣູ ໂຮງຮຽນປະຖົມ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ທີ່ ຍັງຕ້ອງການ ຄຣູສອນ
ນັກຂ່າວພົລເມືອງ

ໂຮງຮຽນໃນເຂດຊົນນະບົດ ຫ່າງໄກ ຢູ່ຫລາຍແຂວງຂອງລາວ ຍັງມີບັນຫາຂາດເຂີນຄຣູ ທັງໂຮງຮຽນ ອະນຸບານ, ປະຖົມ ແລະ ມັທຍົມ ເຊັ່ນ; ແຂວງເຊກອງ, ຫລວງພຣະບາງ ແລະ ແຂວງຫລວງນໍ້າທາ.

ສະເພາະ ແຂວງເຊກອງ ໃນແຕ່ລະປີ ຕ້ອງການໂຄຕາ ຣັຖກອນຄຣູ 50-60 ຄົນ ແຕ່ຜ່ານມາ ເປັນຕົ້ນປີ 2019 ໄດ້ໂຄຕາ ພຽງ 30 ປາຍຄົນ, ເຮັດໃຫ້ບັນຫາ ຄຣູບໍ່ພໍຢູ່ແຂວງນີ້ ແກ້ໄຂບໍ່ຕົກ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງເຊກອງ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 3 ທັນວາ ນີ້:

“ຕາມແຜນພວກເຮົາ ກໍຍັງຕ້ອງການຢູ່ ແຕ່ວ່າພວກເຮົາກໍຈັດສັນໄປໃສ່ ບ່ອນໃດມັນ ຈໍາເປັນ ກ່ອນກ່ວາໝູ່ ກໍສິວ່າໄປແກ້ບາດດຽວ ມັນກໍແຕະຕ້ອງເຖິງໂຕເລກອັນລວມ ຂອງເພິ່ນຫັ້ນ ມັນກໍສິແກ້ບໍ່ໄດ້ດອກເນາະ ເຮົາກໍໄປເບິ່ງໂຕເລກລວມ ມັນມີໜ້ອຍ ເຮົາສິໄປເວົ້າຫລາຍ ມັນກໍເປັນໄປບໍ່ໄດ້ ເພິ່ນກໍບໍ່ໃຫ້ເຮົາຄືເກົ່າ.”

ທ່ານກ່າວຕື່ມວ່າ ສະພາບໂຕຈິງ ຢູ່ໂຮງຮຽນໃນເຂດຫ່າງໄກ ໂດຍສະເພາະໂຮງຮຽນ ປະຖົມ ແລະ ມັທຍົມ ຄຣູ 1 ຄົນ ຕໍ່ນັກຮຽນ 60 ຄົນ ແຕ່ຕາມທິສດີ ເພື່ອໃຫ້ນັກຮຽນ ມີຄຸນນະພາບ ແມ່ນຄຣູ 1 ຄົນ ຕໍ່ນັກຮຽນປະມານ 30 ຄົນ.

ນາຍຄຣູສອນຢູ່ໂຮງຮຽນ ໃນເຂດຫ່າງໄກ ແຂວງເຊກອງ ທ່ານນຶ່ງເວົ້າວ່າ ແມ່ນແທ້ ທີ່ໂຮງຮຽນ ຢູ່ເຂດຫ່າງໄກ ມີບັນຫາຄຣູບໍ່ພໍ ເນື່ອງຈາກທາງແຂວງໄດ້ ໂຄຕາຈໍາກັດ ບໍ່ເປັນໄປ ຕາມແຜນ ທີ່ແຕ່ລະໂຮງຮຽນສເນີໄປ:

“ໂຕຢ່າງ ມັທຍົມນີ໋ ກໍຄືກັນ ສ່ວນຫລາຍກໍເອົາວິຊາອື່ນໄປສອນ ວິຊາສັງຄົມ. ໂຕຢ່າງ ພາສາອັງກິດ ສອນການເມືອງ ຫລື ສອນວິຊາອື່ນໆໄປຊັ້ນນ່າ. ຄັນວ່າສິເອົາຕາມໂຕຈິງ ກໍບໍ່ພໍ ແຫລະໂຄຕາຈໍາກັດ ບໍ່ໄດ້ຕາມຄວາມຕ້ອງການແຂວງ ຂອງເມືອງ ຂອງໂຮງຮຽນ ຫັ້ນແຫລະ.”

ຢູ່ແຂວງຫລວງພຣະບາງ ໃນເຂດຫ່າງໄກ ໂຮງຮຽນອະນຸບານ ກັບໂຮງຮຽນປະຖົມ ກໍມີບັນຫາ ຄຣູບໍ່ພໍ ເຮັດໃຫ້ການຮຽນ ການສອນ ບໍ່ມີປະສິດທິພາບ ຍ້ອນວ່າ ຄຣູ 1 ຄົນ ສອນຫລາຍວິຊາ ແລະ ສອນນັກຮຽນ 40 ຄົນ, ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງຫລວງພຣະບາງ ທ່ານນຶ່ງກ່າວ ໃນມື້ດຽວກັນນີ້ວ່າ

“ຄຣູບໍ່ພໍ ກໍຕ້ອງໄດ້ຈໍາເປັນດໍາເນີນ ການຮຽນການສອນຫ້ອງຄວບ. ຄັນຖ້ານັກຮຽນ ເກີນອັດຕຣາສ່ວນ ການກະຈາຍຄວາມຮູ້ໄປຫາ ນັກຮຽນຫັ້ນນ່າ ກໍຢາກຍາກ. ຫ້ອງກຽມຈັ່ງຊີ້ ໄປຝາກຢູ່ ປ.1 ເລີຍ ບໍ່ມີຄຣູຫ້ອງກຽມ ກໍຄືນັ້ນແລ້ວ ເຂົາເຈົ້າກໍດໍາເນີນ ການຮຽນ ການສອນຊັ້ນ ປ.1 ແຕ່ວ່າຊັ້ນກຽມນີ໋ ເຂົາຈະບໍ່ໄດ້ນັ້ນປານໃດ ເພາະວ່າຄຣູສອນປະຖົມ ມັນກໍບໍ່ຮູ້ ເຣື່ອງວິຊາສະເພາະ ອະນຸບານ ເນາະ.”

ທ່ານກ່າວຕື່ມວ່າ ປີ 2019 ຂັ້ນເທິງໃຫ້ໂຄຕາ ຣັຖກອນຄຣູ ພຽງ 40 ປາຍຄົນ ຂນະທີ່ໂຕຈິງ ທົ່ວແຂວງແມ່ນຕ້ອງການ 100 ປາຍຄົນ.

ແລະຢູ່ແຂວງຫລວງນໍ້າທາ ກໍພົບທັງບັນຫາຄຣູເຫລືອ ແລະ ຄຣູບໍ່ພໍ. ຢູ່ເຂດຫ່າງໄກ ຂອງເມືອງລອງ, ເມືອງພູຄາ ແລະ ເມືອງນາແລ ທີ່ໄດ້ຂຍາຍບ້ານ ແລະ ໂຮງຮຽນຕື່ມ ເຮັດໃຫ້ ຄຣູບໍ່ພໍ ແຕ່ຢູ່ເມືອງຫລວງນໍ້າທາ ຄຣູເຫລືອ ຍ້ອນໄດ້ໂຮມໂຮງຮຽນ ເຂົ້າກັນ, ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງຫລວງນໍ້າທາ ກ່າວວ່າ:

“ບ່ອນເຫລືອກໍເຫລືອ ບ່ອນບໍ່ພໍກໍບໍ່ພໍ ຄື ເມືອງຫລວງນໍ້າທາ ນີ໋ມັນຈະເຫລືອຫລາຍຢູ່ ບາດນີ້ຄື ຕົງກັນຂ້າມ ເມືອງລອງ, ເມືອງທີ່ຢູ່ຫ່າງໄກສອກຫລີກນັ້ນ ແມ່ນບໍ່ພໍ ໂຕນັ້ນຫັ້ນນ່າ ຄືຢູ່ໃນເມືອງນີ໋ ມີບາງໂຮງຮຽນ ເຂົາເຈົ້າກໍຍຸບເຂົ້າກັນເນາະ. ໂຕເມືອງເຮົານີ໋ ມັນກໍມີຫ້ອງຄວບ ກໍຍຸບເຂົ້າກັນ ແລ້ວຢູ່ເຂດນອກ ພັດວ່າຂຍາຍໂຮງຮຽນອອກໄປຕື່ມ ບາດນີ໋ ເຮົາຈັດໄປ ບາງເທື່ອ ນາຍຄຣູເຂົາເຈົ້າ ກໍຍັງບໍ່ທັນໄປ ຫັ້ນນ່າ.”

ທ່ານກ່າວຕື່ມວ່າ ປີ 2019 ຂັ້ນເທິງ ໃຫ້ໂຄຕາຣັຖກອນຄຣູ 37 ຄົນ ຂນະທີ່ໂຈຈິງ ໃນແຕ່ລະປີ ທາງແຂວງສເນີ ຂໍຢ່າງໜ້ອຍ 60 ປາຍຄົນ ເພື່ອແກ້ໄຂບັນຫາ ຄຣູ ບໍ່ພໍ.

ແລະນາຍຄຣູ ຢູ່ແຂວງນີ້ ທ່ານນຶ່ງກໍເວົ້າວ່າ ຢາກສເນີໃຫ້ຂັ້ນເທິງ ເພິ່ມໂຄຕາຣັຖກອນຄຣູ ບໍ່ໃຫ້ຫລຸດແຜນທີ່ ທາງແຕ່ລະແຂວງ ສເນີໄປ ເພື່ອບໍ່ໃຫ້ມີບັນຫາຄຣູ ບໍ່ພໍຊໍາເຮື້ອຕໍ່ໄປ ແລະວ່າ ປັດຈຸບັນ ນະໂຍບາຍ ໃຫ້ຄຣູທີ່ຍັງບໍ່ທັນຖືກບັນຈຸ ເຂົ້າເປັນຣັຖກອນ ໄປຮຽນຕໍ່ຂັ້ນສູງ ເພື່ອລໍຖ້າການບັນຈຸເຂົ້ານັ້ນ ຄຣູສ່ວນຫລາຍ ບໍ່ມີທຶນຮຽນຕໍ່ ຕາມທີ່ຂັ້ນເທິງ ຊີ້ນໍາ:

“ຕາມຈິດໃຈກໍແມ່ນ ຢາກໃຫ້ເພີ່ມໂຄຕາ ຣັຖກອນຄຣູຫັ້ນ ເພີ່ມຂຶ້ນຕື່ມ ເຮົາຈັ່ງແກ້ໄຂໂຕນີ້ໄດ້ ຍ້ອນວ່າໂຕເລກ ເຮົາມາແລ້ວ ມັນພຽງພໍ ຄຣູ ບາງຄົນຖືວ່າ ຄຣູເຂົ້າໄປສອນ ຫ້ອງດຽວກັນ ຈັດບໍ່ທັນທົ່ວ ບໍ່ທັນເຖິງ ໂຕນີ້ ເຂົາເຈົ້າກໍນ້ອຍໃຈ ກໍອອກໄປກໍມີ ຣະດົມເຂົາເຈົ້າໄປຮຽນ ເຂົາເຈົ້າກໍບໍ່ຢາກໄປ້ເດ໋ ເຮັດຈັ່ງໃດ ບໍ່ມີເງິນ ບໍ່ມີທຶນນີ໋.”

ອີງຕາມການຣາຍງານ ຂອງໜັງສືພິມວຽງຈັນທາມ ວັນທີ 24 ກັນຍາ 2020, ໂຄຕາ ຣັຖກອນປີ 2021 ມີ 1,600 ຄົນ ຫລຸດຈາກ ປີ 2020 400 ຄົນ. ໃນຈໍານວນ 1,600 ຄົນນັ້ນ ແບ່ງໃຫ້ຂແນງສຶກສາ ຫລາຍກວ່າຂແນງອື່ນໆ ແຕ່ຍັງບໍ່ຮູ້ວ່າຈະແບ່ງໃຫ້ ເທົ່າໃດກັນແທ້.

ສົກຮຽນ 2019-2020 ກະຊວງສຶກສາທິການ ແລະ ກິລາ ໄດ້ໂຄຕາຣັຖກອນຄຣູ 966 ຄົນ. ໃນນັ້ນແຂວງສວັນນະເຂດ ໄດ້ຫລາຍກວ່າໝູ່ຄື 161 ຄົນ ຮອງລົງມາກໍແມ່ນ ແຂວງສາລະວັນ 77 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ຄຳ​ສິງ
Dec 04, 2020 08:47 PM

ຜູ້ນຳລາວເຮົາ ເວົ້າມາຕະຫລອດວ່າ ພາຍໃຕ້ການນຳພາ ອັນສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວນັ້ນ ການສຶກສາໄປກ່ອນບາດກ້າວນຶ່ງນັ້ນ ເຮົາມາສັງເກດເບິ່ງແລ້ວ ການສຶກສາຂອງລາວເຮົາ ຍັງລົ້ມລຸກຄຸກຄາມ ໂຮງຮຽນຫລັງຄ່າຮົ່ວ ຝາຫ້ອງຮຽນລ້ອມດ້ວຍໄມ້ເຮ້ຍເປັນປ່ອງ ເວລາຝົນຕົກມາຫລັງຄາ ກະຮົ່ວ ລົມແຮງກໍຜະເຂົ້າຫ້ອງຮຽນ ເດັກນ້ອຍນັກຮຽນ ນັ່ງຄາງກະໄຕສັ່ນທົດໆ ຢູ່ໃນຫ້ອງຮຽນ. ຢູ່ເຂດບ້ານນອກ ເດັກນ້ອຍນັກຮຽນບາງຄົນ ກໍຍ່າງເປັນຊົ່ວໂມງ ມາໂຮງຮຽນ. ຕົກມາຮອດໄລຍະນີ້ ຄູສອນ ພັດຂາດເຂີນ ຄູອາສາພັດບໍ່ໄດ້ເງິນເດືອນແລະບໍ່ໄດ້ສັງກັດລັດຈັກເທື່ອ ທັ້ງໆທີ່ສອນລ້າໆມາເປັນເວລາ 3 ຫາ 5 ປີມາແລ້ວ. ແຕ່ຜູ້ນຳ ອອກມາໃຫ້ເຫດຜົນວ່າ ບໍ່ມີງົບປະມານ. ປະເທດຊາດ ຂາດງົບປະມານ ແຕ່ວ່າ ຜູ້ນຳລາວ, ພັກພວກ ແລະ ພີ່ນ້ອງປ້ອງປາຍ ຂີ່ລົດຫລູຫລາ ມີເຮືອນຫລັງໃຫຍ່ລາຄາແພງ ຫລາຍຫລັງ ມີດິນດອນ ເປັນຂອງຕົວເອງ ຫລາຍຮ້ອຍເຮັກຕ້າ. ນອກຈາກນັ້ນ ເຈົ້າພະນັກງານ ຖັນແຖວພັກລັດ ໄດ້ເງິນເບ້ຍລ້ຽງ ແລະ ເງິນນ້ຳມັນ ເປັນລ້ານຕໍ່ເດືອນ ແຕ່ວ່າ ເງິນຈ່າຍຄ່າຄູອາສາບໍ່ມີ. ການນຳເຮົາ ບໍລິຫານ ປະເທດແນວໃດ? ຂໍສັນລະເສີນ ຄູອາສາທັງຫລາຍ ທີ່ອາສາສະໝັກສິດສອນ ນັກຮຽນ ຫລາຍປີ ເຖິງແມ່ນວ່າ ບໍ່ໄດ້ເງິນເດືອນ ກໍຍັງບໍ່ທໍ້ຖອຍ ຈົນວ່າ ການນຳພັກລັດ ໄດ້ບອກວ່າ ພວກເຈົ້າ ຄວນອອກໄປ ຊອກວຽກໃໝ່ໄດ້ແລ້ວ ຜູ້ນຳລາວ ເວົ້າໂດຍບໍ່ຄຳນຶງເຖິງ ນັກຮຽນ ທີ່ລໍຖ້າຄູອາສາ ຢູ່ໃນຫ້ອງຮຽນວ່າ ເດັກນ້ອຍນັກຮຽນນັ້ນ ຈະເຮັດຈັ່ງໃດ ຖ້າຫາກວ່າ ບໍ່ມີຄູສອນ. ໜ້າທີ່ຕຳແຫນ່ງ ຂອງຜູ້ນຳ ແຕ່ຂັ້ນລຸ່ມຮອດຂັ້ນເທິງ ກໍແມ່ນການຈັດແລະແຕ່ງຕັ້ງ ພີ່ນ້ອງລູກຫລາຍ ແລະ ພັກພວກຂອງຕົນເອງ ໂດຍບໍ່ແມ່ນປະຊາຊົນ ເປັນຜູ້ເລືອກຕັ້ງຂຶ້ນມາ ດັ່ງນັ້ນ ຜູ້ນຳເຫລົ່ານັ້ນ ຈຶ່ງບໍ່ສົນໃຈ ແລະ ບໍ່ອາໄລໃຍດີ ຫຍັງກັບ ນັກຮຽນ ກັບປະຊາຊົນ. ໜ້າທີ່ຕຳແຫນ່ງໄດ້ມາ ກໍບໍ່ໂປ່ງໃສແລະບໍ່ຍຸດຕິທຳ ດັ່ງນັ້ນ ຈຶ່ງເປັນຜູ້ນຳທີ່ບໍ່ມີນຳໃຈ ໃສສະອາດ. ດັ່ງນັ້ນ ໃນນາມປະຊາຊົນລາວ ຢາກຮຽກຮ້ອງ ໃຫ້ມີການປະຕິຮູບຄືນໃໝ່ ບ້ານເມືອງຈຶ່ງຈະເລີນກ້າວໜ້າໄດ້. ຂອບໃຈ.