ຣະບົບປ່າວເຕືອນພັຍເຂດ ຊົນນະບົດ


2013.11.05
F-announcement ໝູ່ບ້ານໃນເຂດ ຊົນນະບົດ ຕ້ອງການ ຣະບົບປະກາດ ປ່າວເຕືອນພັຍ ທັມມະຊາຕ
RFA

 

ຊາວບ້ານທີ່ປະສົບພັຍນໍ້າຖ້ວມ ໃນສອງສາມເດືອນຜ່ານມາ ຂໍຮ້ອງໃຫ້ ທາງການ ຕິດຕັ້ງ ຣະບົບ ກະຈາຍສຽງ ເພື່ອປະກາດປ່າວເຕືອນພັຍ ທັມມະຊາດ ທີ່ ຈະເກີດຂຶ້ນ ເຊັ່ນເຫດນໍ້າຖ້ວມແລະລົມພາຍຸ. ດັ່ງພໍ່ບ້ານ ໃນບ້ານນຶ່ງ ຂອງແຂວງອຸດົມໄຊເວົ້າວ່າ:

“ເປັນໄປໄດ້ ກໍຢາກຂໍຂັ້ນເທິງ ເພາະວ່າເພິ່ນຈັດບ້ານ ເປັນໃຫຍ່ບ້ານຍາວ ແລ້ວບັດນີ້ ການຮ້ອງການເອິ້ນ ການປ່າວກັນຍາກ ເລີຍຢາກໄດ້ ໂທຣະໂຄ່ງບໍ່ຈັ່ງຊັ່ນໜ໋າ ເພື່ອຈະໄດ້ເອີ້ນໄດ້ຮຽກກັນ ຍາມປະຊຸມ ຍາມລວມ ເພາະວ່າເພິ່ນຈັດຕັ້ງບ້ານ ເປັນບ້ານຍາວເດ່ດຽວນີ້.”

ທີ່ຜ່ານມາ ປະຊາຊົນລາວໄດ້ຮັບຜົນກະທົບຢ່າງໜັກ ຈາກໄພນໍ້າຖ້ວມ ເພາະບໍ່ມີຣະບົບປະກາດເຕືອນໄພ ຢ່າງຄັກແນ່. ດັ່ງຊາວບ້ານທີ່ໄດ້ຮັບ ຜົນກະທົບຢູ່ແຂວງບໍຣິຄຳໄຊເວົ້າວ່າ:

“ເຂົາບໍ່ໄດ້ແຈ້ງເລີຍເດີ ເຣື່ອງຝົນນໍ້າຖ້ວມ ເຂົາບໍ່ເຄີຍແຈ້ງໜ່າ ໄປວຽກແນວອື່ນເຂົາແຈ້ງຢູ່ ບ້ານບໍ່ໄດ້ຮັບ ບໍ່ໄດ້ຮັບເພິ່ນແຈ້ງມາ ບໍ່ໄດ້ຮັບເພິ່ນ ແຈ້ງມາຕົວນັ້ນ.”

ປັດຈຸບັນ ບ້ານອ່າວໃຫຍ່ແດ່ ກໍມີຣະບົບໂທຣະໂຄງຢູ່ແລ້ວ ແຕ່ບ້ານນ້ອຍໂດຍສະເພາະບ້ານຢູ່ໃນເຂດສອກຫລີກຫ່າງໄກ ຍັງບໍ່ມີເທື່ອ. ໃນຣະ ຍະນີ້ ສປປລາວ ປະສົບກັບລົມພາຍຸ ຝົນຕົກໜັກເລື້ອຍໆ ເພາະເມື່ອຝົນ ຕົກໜັກເທື່ອໃດ ນໍ້າຈະຖ້ວມທັນທີ ເພາະບໍ່ມີຕົ້ນໄມ້ປ່າໄມ້ ດູດເອົາ ນໍ້າໄວ້ຄືໃນແຕ່ກ່ອນ.

ອີງຕາມໜັງສືພິມ ຂ່າວສານ ປະເທດລາວ ຣະບົບໂທຣະໂຄ່ງຊຸດນຶ່ງ ຣາຄາປະມານ 9 ລ້ານກີບ. ແຕ່ບັນຫາມີຢູ່ວ່າ ປັດຈຸບັນ ຣັຖບານລາວ ກໍາ ລັງຂາດເຂີນງົບປະມານຢ່າງໜັກ ແມ້ແຕ່ເງິນເດືອນຂອງພະນັກງານ ຄຣູອາຈານ ກໍຍັງບໍ່ສາມາດຈ່າຍໄດ້ ສະນັ້ນ ຣັຖບານຄົງຈະບໍ່ມີເງິນ ຈະຕິດຕັ້ງຣະບົບ ໂທຣະໂຄ່ງ ໃຫ້ທົ່ວເຖິງກັນ ໃນອະນາຄົດອັນໃກ້ໆນີ້ ຢ່າງແນ່ນອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.