ສາກົນວ່າຣັຖບານ ລາວ ຄວນແກ້ ດໍາຣັຖ ວ່າດ້ວຍ ສະມາຄົມ
2017.12.18
9 ອົງການຈັດຕັ້ງສາກົລ ມີຮວມທັງຄະນະກັມມາທິການ ນັກກົດໝາຍສາກົລ, ອົງການນິຣະໂທດກັມສາກົລ, ອົງການ ສິ້ງຊອມສິດທິມະນຸສ, ສະຫະພັນສາກົນ ເພື່ອສິດທິມະນຸດ FIDH ສົ່ງຈົດໝາຍເປີດຊອງ ຮຽກຮອງໃຫ້ຣັຖບານ ສປປລາວ ຍົກເລີກ ຫລືວ່າດັດແກ້ດໍາຣັຖ ວ່າດ້ວຍ ສະມາຄົມ ສະບັບປີ 2017 ນີ້ ເພື່ອໃຫ້ສອດຄ່ອງ ແລະໄດ້ມາຕຖານ ກົດໝາຍ ສິດທິມະນຸດສາກົນ. ພ້ອມດຽວກັນກໍຮຽກຮ້ອງ ໃຫ້ຮັຖບານ ສປປລາວ ປະຕິຮູບຂັ້ນພື້ນຖານ ຂອບທາງກົດໝາຍ ສໍາລັບຣະບຽບການ ສະມາຄົມ ໃນລາວ ນໍາດ້ວຍ.
ດໍາຣັຖ ວ່າດ້ວຍສະມາຄົມ ທີ່ມີຜົນບັງຄັບໃຊ້ແຕ່ວັນທີ 15 ພຶສຈິກາ 2017 ເປັນຕົ້ນມານັ້ນ ທ່ານ Andrea Giorgetta ຜູ້ອໍານວຍການ FIDH ປະຈໍາເຂດເອເຊັຽ ໄດ້ກ່າວຕໍ່ RFA ວ່າ:
"Yeah. The new decree puts a straight jacket onto society basically introduce additional restrictions on already oppressive environment and make it very difficult for local association to establish and operate.
ດໍາຣັຖໃໝ່ນັ້ນ ນຸ່ງເສື້ອ ຄຸມສະມາຄົມໄວ້ ຊຶ່ງໂດຍພື້ນຖານແລ້ວກໍແມ່ນມີຂໍ້ຈໍາກັດເພີ່ມຕື່ມ ໃສ່ສະພາບແວດລ້ອມ ທີ່ຖືກໜີບຮັດ ຢູ່ແລ້ວ ແລະເຮັດໃຫ້ສະມາຄົມ ທ້ອງຖິ່ນ ຖືກຈັດຕັ້ງຂຶ້ນ ແລະເຄື່ອນໄຫວວຽກງານ ຫຍຸ້ງຍາກຫລາຍທີ່ສຸດ."
ແມ່ນແຕ່ດໍາຣັຖສະບັບເກົ່າ ປີ 2009 ນັ້ນກໍຍັງມີທັງຂໍ້ຈໍາກັດ ສິດເສຣີພາບ ໃນການສະແດງຄວາມຄິດເຫັນ ແລະ ສິດທິເປັນສ່ວນຕົວຂອງ ສະມາຄົມຢູ່ແລ້ວ, ດໍາຣັຖໃໝ່ກໍຍິ່ງປາກົດວ່າ ເຮັດໃຫ້ຂໍ້ຈໍາກັດດັ່ງກ່າວ ໜັກໜ່ວງຂຶ້ນຕື່ມ. ດໍາຣັຖໃໝ່ ທີ່ເຂົ້າມາແທນທີ່ ສະບັບເກົ່າອໍານວຍ ຄວາມສະດວກ ໃຫ້ທາງການລາວ ມີສິດຈໍາກັດ ຫລື ປະຕິເສດ ສິດທິພື້ນຖານຕ່າງໆ ຂອງສະມາຄົມໄດ້ ຮວມທັງສິດ ໃນການຄວບຄຸມ ຢ່າງໄຮ້ເຫດຜົລ ແລະຫ້າມບໍ່ໃຫ້ ຈັດຕັ້ງສະມາຄົມຂຶ້ນ, ສິດອໍານາດ ໃນການກວດກາ ຕິດຕາມ ແລະ ຈໍາກັດກິຈກັມ ການເຄື່ອນໄຫວ ແລະການເງິນ ຂອງສະມາຄົມນັ້ນ, ສິດ ສັ່ງໃຫ້ຍຸບ ໂດຍບໍ່ມີໃຫ້ສິດຍື່ນອຸທອນ, ສິດໃສ່ວິນັຍສະມາຄົມ ແລະສະມາຊິກ ຂອງສະມາຄົມ ນັ້ນແບບພາລະການ.
ນອກນັ້ນ ດໍາຣັຖສະບັບໃໝ່ນີ້ ຍັງມີມາຕການເຮັດໃຫ້ສະມາຄົມ ທີ່ບໍ່ໄດ້ຂຶ້ນທະບຽນ ມີຄວາມຜິດທາງອາຍາ ແລະອະນຸຍາດ ໃຫ້ດໍາເນີນຄະດີ ກັບຜູ້ເປັນສະມາຊິກ ອີກດ້ວຍ. ປະກາດຖແລງການ ສະຫະປະຊາຊາດ ວ່າດ້ວຍສິດທິມະນຸດ ຣະບຸເຖິງສິດທິ ບຸກຄົນ ໃນການຈັດຕັ້ງ ແລະ ເຂົ້າຮ່ວມ ສະມາຄົມທີ່ຂຶ້ນ ຫລືບໍ່ຂຶ້ນກັບຣັຖບານ ແລະເນັ້ນເຖິງພັນທະຂອງຣັຖບານ ໃນການປະຕິບັດທາງກົດໝາຍທີ່ຈໍາເປັນ ຫຼືໃຊ້ມາຕການ ຄຸ້ມຄອງອື່ນໆ ເພື່ອສນັບສນູນ ແລະປົກປ້ອງ ສິເສຣີພາບຕ່າງໆເຫລົ່ານັ້ນ ໃຫ້ມີປະສິດທິພາບ.