ສາກົລ ຂໍໃຫ້ປ່ອຍ ນາງໝວຍ

ມູນນິທິ ມະນຸສຍະທັມ ແລະ ອົງການ ມະນຸສທັມ ໄຮ້ພົມແດນ ຮຽກຮ້ອງ ໃຫ້ ຣັຖບານລາວ ຍົກເລີກ ຂໍ້ກ່າວຫາ ແລະ ໃຫ້ປ່ອຍໂຕ ນາງ ຮວາຍເຮືອງ ໄຊຍະບຸລີ.

ມູນນິທິມະນຸສຍະທັມ ແລະ ອົງການມະນຸສທັມ ໄຮ້ພົມແດນ ຂໍໃຫ້ ອົງການສິດທິມະນຸດ ເຂົ້າໄປຢ້ຽມ ນາງ ໝວຍ ຢູ່ໃນຄຸກ. ນັກຂ່າວພົລເມືອງ

ອົງການສິດທິມະນຸດໃນໄທ ຄື ມູນນິທິມະນຸສຍະທັມ ແລະອົງການມະນຸສທັມ ໄຮ້ພົມແດນ ຮຽກຮ້ອງໃຫ້ຣັຖບານລາວ ຍົກເລີກຄຳກ່າວຫາ ແລະໃຫ້ປ່ອຍໂຕນາງ ຮວາຍເຮືອງ ໄຊຍະບຸລີ ຫຼື ນາງໝວຍ ທີ່ ຖືກຈັບ ແລະ ລົງໂທດຢ່າງບໍ່ຖືກຕ້ອງເປັນທັມ ພ້ອມທັງ ເປັນການລະເມີດ ກົດໝາຍ ແລະ ມາຕຖານສາກົນ ຕາມຖແລງການ ຂອງທັງສອງອົງການດັ່ງກ່າວ ເມື່ອວັນທີ່ 17 ກັນຍາ 2020 ນີ້.

ຖແລງການນັ້ນ ແຈ້ງອີກວ່າ ອົງການມະນຸສທັມ ທັງສອງອົງການ ຍັງໄດ້ຂຽນຈົດໝາຍຂໍຮ້ອງ ໃຫ້ອົງການສະຫະປະຊາຊາດ ຊ່ອຍຖາມ ຣັຖບານລາວວ່າ ເປັນຫຍັງຈຶ່ງຈັບ ແລະໃສ່ຄຸກ ນາງ ໝວຍ ແລະໃຫ້ຣັຖບານລາວ ອະນຸຍາດໃຫ້ອົງການສິດທິມະນຸດ ເຂົ້າໄປສັງເກດເບິ່ງ ການເປັນຢູ່ຂອງ ນາງໝວຍ ຢູ່ໃນຄຸກ.

ຍານາງ Emilie Palamy Pradichit ຜູ້ກໍ່ຕັ້ງ ແລະຜູ້ອຳນວຍການ ມູນນິທິມະນຸສຍະທັມ ຫລື Manushya (ມະນຸສຍາ) Foundation ກ່າວກ່ຽວກັບເຣື່ອງນີ້ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ກັນຍາ 2020 ນີ້ວ່າ:

ເພາະວ່າ ເຮົາຢາກໃຫ້ສະຫະປະຊາຊາດ ສົ່ງໜັງສືເຖິງຣັຖບານລາວ ເພື່ອໃຫ້ສະຫະປະຊາຊາດ ຖາມຣັຖບານລາວວ່າ ຄິດວ່າພວກເຈົ້າ ຈັບໝວຍ ພວກເຈົ້າເຮັດຖືກຕ້ອງກົດໝາຍ ເມືອງລາວບໍ່. ລາວປອດພັຍບໍ່ ແລ້ວກະຢູ່ໃນຄຸກເຂົາ ເຂົານັບຖືສິດທິຂອງໝວຍບໍ່ ພວກເຮົາ ຄິດວ່າ ຣັຖບານລາວ ຄືສິບໍ່ນັບຖືສິດທິ ຂອງ ໝວຍ ໃນຄຸກ.

ມູນນິທິມະນຸສຍະທັມ ແລະອົງການມະນຸສທັມໄຮ້ພົມແດນ Humanity Beyond Borders ໄດ້ສົ່ງເຣື່ອງຂອງນາງ ໝວຍ ໃຫ້ອົງການ ສະຫະປະຊາຊາດ ຮັບຮູ້ ໃນມື້ວັນທີ 30 ມິນາ 2020, ເພື່ອຮຽກຮ້ອງໃຫ້ຣັຖບາລລາວ ປ່ອຍໂຕ ນາງ ໝວຍ ທີ່ຖືກເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ແຂວງຈໍປາສັກ ຈັບ ໃນຂໍ້ຫາ ໂຄສະນາຕໍ່ຕ້ານ ສປປລາວ ຕາມມາດຕຣາ 117 ຂອງ ກົດໝາຍອາຍາ ແລະ ຖືກຕັດສິນຈໍາຄຸກ 5 ປີ ພ້ອມທັງປັບໃໝ ເປັນເງິນຈໍານວນ 20 ລ້ານກີບ ໃນຂນະທີ່ທາງ ມູນນິທິ ແລະອົງການດັ່ງກ່າວ ເຫັນວ່າ ສິ່ງທີ່ ນາງ ໝວຍ ກະທໍານັ້ນ ບໍ່ໄດ້ເປັນສິ່ງທີ່ຮ້າຍແຮງ ແລະບໍ່ກໍ່ໃຫ້ເກີດຄວາມເສັຍຫາຍໃດໆ.

ນອກຈາກການຮຽກຮ້ອງທີ່ວ່ານັ້ນແລ້ວ ມູນນິທິມະນຸສຍະທັມ ຍັງຕ້ອງການເດີນທາງ ເຂົ້າໄປປະເທດລາວ ເພື່ອຕິດຕາມສະພາບຊີວິດຂອງ ນາງ ໝວຍ ທັງເຣື່ອງການຢູ່, ການກິນ ແລະ ເສຣີພາບໃນການໃຊ້ຊີວິດ ຢູ່ໃນຄຸກນັ້ນ ເພື່ອໃຫ້ໝັ້ນໃຈວ່າ ສິດທິສ່ວນໂຕຂອງນາງ ບໍ່ຖືກ ລ່ວງລະເມີດ.

ໃນຂນະດຽວກັນ ທ່ານ ເນຕິວິດ ໂຊຕິພັດໄພສານ ຜູ້ກໍ່ຕັ້ງ ແລະຜູ້ອໍານວຍການອົງການມະນຸສທັມໄຮ້ພົມແດນ ປະເທດໄທ ກໍກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ການລົງໂທດສູງສຸດທີ່ ນາງ ໝວຍ ໄດ້ຮັບນັ້ນ ຖືເປັນການລະເມີດສິດທິິມະນຸດ ຢ່າງຮ້າຍແຮງເມື່ອທຽບໃສ່ ການກະທໍາຂອງນາງ. ພ້ອມກັນນັ້ນ ກໍຮຽກຮ້ອງໃຫ້ອົງການ ສະຫະປະຊາຊດ ຊ່ອຍກົດດັນຣັຖບາລລາວ ປ່ອຍໂຕນາງ ໝວຍ ໃຫ້ໄວທີ່ສຸດ:

“ແລ້ວເຮົາກະຄິດວ່າສິ່ງທີ່ ໝວຍໄດ້ຮັບຈາກການຮຽກຮ້ອງນັ້ນ ມັນບໍ່ສົມຄວນກະຄືການທີ່ ໝວຍຖືກຈໍາຄຸກເປັນເວລາ 5 ປີ ຊຶ່ງເປັນໂທດ ສູງສຸດ, ກະຕ້ອງການໃຫ້ ທາງອົງການ ສະຫະປະຊາຊາດ ຮັບຮູ້ເຣື່ອງນີ້ ແລ້ວສອບຖາມ ໄປຫາຣັຖບາລລາວວ່າ ການກະທໍາແບບນີ້ ມັນບໍ່ຖືກຕ້ອງ ເປັນການລະເມີດສິດທິມະນຸດ ແລ້ວກະຕ້ອງການໃຫ້ມີການປ່ອຍໂຕ ໝວຍ ໃຫ້ໄວທີ່ສຸດ”

ພ້ອມກັນນັ້ນ ທ່ານ Andrea Giorgetta ຈາກສະຫະພັນສິດທິມະນຸດ ສາກົນ ຫລື FIDH ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ທາງການລາວ ຄວນຢຸດການຈັບກຸມ ແລະ ລ່ວງລະເມີດສິດທິ ປະຊາຊົນລາວ ທີ່ສະແດງຄວາມຄິດຄວາມເຫັນຢ່າງສັນຕິ:

ທ່ານກ່າວວ່າ `ອົງການສິດທິມະນຸດ ຮຽກຮ້ອງໃຫ້ຣັຖບາລລາວ ຢຸດການຈັບກຸມ ແລະການລ່ວງລະເມີດສິດທິປະຊາຊົນລາວ ໂດຍສະເພາະ ສິດເສຣີພາບໃນການປາກເວົ້າ ອອກຂ່າວ ຊຶ່ງລວມທັງສິດວິພາກວິຈານຣັຖບາລ ຂອງນາງ ໝວຍ ນັ້ນນໍາ, ແຕ່ຣັຖບາລລາວຕອບໂຕ້ວ່າ ຢູ່ລາວບໍ່ມີການຈັບກຸມປະຊາຊົນ ແລະການລະເມີດສິດທິມະນຸດ ແບບນັ້ນເລີຍ”

ກ່ຽວກັບການວິພາກວິຈານ ການປະຕິບັດໜ້າທີ່ ຂອງພັກ ແລະຣັຖບລລາວນັ້ນ ເຈົ້າໜ້າທີ່ກະຊວງພາຍໃນຂອງລາວ ທ່ານນຶ່ງ ຜູ້ບໍ່ປະສົງ ອອກຊື່ສຽງ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 18 ກັນຍາ ນີ້ວ່າ ຫາກການວິພາກວິຈານ ຂອງປະຊຊົນ ເປັນໄປຕາມ ຄວາມຈິງ ທີ່ເກີດຂຶ້ນ ຣັຖບາລລາວ ກໍຍອມຮັບ ແລະນໍາບັນຫາດັ່ງກ່າວ ໄປປັບປຸງແກ້ໄຂ.

ແຕ່ຖ້າຫາກເປັນການວິພາກວິຈານ ທີ່ບໍ່ມີມູນຄວາມຈິງ, ໃສ່ຮ້າຍປ້າຍສີການປະຕິບັດວຽກງານ ຂອງພັກແລະຣັຖບາລລາວ ແນ່ນອນວ່າ ທາງການລາວ ກໍຕ້ອງປະຕິບັດຕາມກົດໝາຍ ຕໍ່ຜູ້ວິພາກວິຈານ ເຊັ່ນດຽວກັນ.

ທ່ານກ່າວວ່າ “ການວິພາກວິຈານໂຕນັ້ນ ມັນກະເປັນອັນດີອັນນຶ່ງທີ່ວ່າ ເຮັດໃຫ້ມີການປັບປຸງ ແຕ່ຫາກວ່າ ວິຈານໂດຍທີ່ວ່າບໍ່ມີຄວາມ ເປັນຈິງຫັ້ນນະ. ມັນກະອາດເຮັດໃຫ້ ຜູ້ວິພາກ ວິຈານນັ້ນ ເປັນຜູ້ທີ່ວ່າໄປລອຍໆ ໂດຍບໍ່ມີຫລັກຖານ, ກະບໍ່ໝາຍຄວາມວ່າ ເຮົາກະບໍ່ໄດ້ ຕໍານິດອກ ສາມາດວິຈານໄດ້ນໍ, ພັກ ແລະຣັຖບາລ ເພິ່ນກະອີງໃສ່ປະຊາຊົນແຫລະ ເວົ້າເຣື່ອງການພັທນາປະເທດຊາດ ປະເທດຊາດ ຊິມີການພັທນາ ກະຍ້ອນປະຊາຊົນ.”

ນາງ ຮວາຍເຮືອງ ໄຊຍະບຸລີ ຫລື ນາງ ໝວຍ ເປັນຊາວບ້ານ ຢູ່ບ້ານສະເຫລົ້າ ເມືອງໂພນທອງ ແຂວງຈໍາປສັກ ຖືກເຈົ້າໜ້າທີ່ຕໍາຣວດ ແຂວງຈໍາປາສັກ ຈັບໂຕ ໃນມື້ວັນທີ 12 ກັນຍາ 2019 ໃນຂໍ້ຫາໂຄສະນາຕ້ານ ສປປລາວ ຍ້ອນນາງພຽງແຕ່ໄດ້ວິພາກວີຈານ ການເຮັດ ວຽກຂອງ ເຈົ້າໜ້າທີ່ຣັຖ ກ່ຽວກັບການຊ່ອຍເຫລືອ ຜູ້ປະສົບພັຍນໍ້າຖ້ວມ ຢູ່ທາງພາກໃຕ້ຂອງລາວ ຜ່ານສື່ ສັງຄົມອອນລາຍ ເທົ່ານັ້ນ.

ຕໍ່ມາໃນວັນທີ 22 ພຶສພາ 2019 ສານຊັ້ນຕົ້ນແຂວງຈໍາປາສັກ ໄດ້ຕັດສິນຈໍາຄຸກນາງ ໝວຍ ເປັນເວລາ 5 ປີ ແລະປັບໄໝ 20 ລ້ານກີບ ຕາມກົດໝາຍອາຍາມາດຕຣາ 117. ປັດຈຸບັນ ນາງຍັງຖືກກັກຂັງຢູ່ໃນຄຸກບັງເຍາະ ບ້ານໂນນສວ່າງ ໃນນະຄອນປາກເຊແຂວງຈໍາປາສັກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org