ບົດຣາຍງານສິດທິ ການນັບຖື ສາສນາ ປະຈໍາປີ
2021.05.18

ທ່ານ Antony J. Blinken ຣັຖມົນຕຣີກະຊວງຕ່າງປະເທດ ສະຫະຣັດ ກ່າວຕໍ່ກຸ່ມນັກຂ່າວໃນພິທີຖແລງຂ່າວ ໃນມື້ອອກບົດຣາຍ ງານດ້ານສິດເສຣີພາບທາງສາສນາ ປະຈຳປີ 2020 ໃນປີນີ້ ເກືອບຮອດ 200 ປະເທດ ແລະ ເກາະດອນຕ່າງໆໃນໂລກທີ່ກະຊວງ ຕ່າງປະເທດ ສະຫະຣັດວ່າ ສິດທິການນັບຖືສາສນາ ເປັນທັງຄຸນນະທັມ ແລະ ສິດທິຂັ້ນພື້ນຖານ ຂອງປະຊາຊົນທົ່ວໂລກ ສະຫະຣັດ ສົ່ງເສີມ ແລະ ສນັບສນູນ ສິດເສຣິພາບ ໃນການນັບຖືສາສນາ ໃນທົ່ວໂລກ ດັ່ງທ່ານເວົ້າວ່າ:
“ສິດເສຣີພາບໃນການນັບຖືສາສນາເປັນສິດທິ ຂອງຫມົດທຸກຄົນ ບໍ່ວ່າທ່ານຈະຢຸູ່ບ່ອນໃດປະເທດໃດ ຫຼືວ່າ ທ່ານຈະຖືສາສນາຫຍັງ ຫລືບໍ່ຖືສາສນາຫຍັງ ກໍເປັນສິດທິຂອງທ່ານ ທີ່ທຸກຄົນຄວນໄດ້ຮັບ.”
ທ່ານວ່າເສຣິພາບໃນການນັບຖືສາສນາ ເປັນສິດທິຂັ້ນພື້ນຖານ ຂອງຫມົດທຸກຄົນໃນໂລກ ບໍ່ວ່າຈະຢູ່ປະເທດໃດ ແລະບຸກຄົນກຸ່ມໃດ ກໍມີສິດທິດັ່ງກ່າວ ບໍ່ກ່ຽວ່າທ່ານ ຈະຢູ່ແຫ່ງໃດ ຈະເຊື່ອຖືສາສນາຫຍັງ ຫລືບໍ່ເຊື່ອຖືສາສນາຫຍັງ ສິດທິການນັບຖືສາສນາ ກໍເຫມືອນ ດັ່ງສິດທິມະນຸດ ເພາະເປັນສີ່ງທີ່ບໍ່ປາກົດໂຕ.
ແລະວ່າ ສິດເສຣິພາບໃນການນັບຖືສາສນາ ມີຄວາມສຳຄັນເທົ່າທຽມກັນກັບ ສິດທິການປາກເວົ້າ ການສະແດງອອກ ການຊຸຸມນຸມ ຂອງປະຊາຊົນທຸກຄົນໃນໂລກ ຜູ້ທີ່ຢາກຢູ່ແບບ ເສຣີປາສຈາກການທາຣຸນ ການເປັນຂ້າທາດ ແລະການເປັນເອກຣາດ.
ສິດເສຣີພາບໃນການນັບຖືສາສນາ ບໍ່ສາມາດປະຕິບັດໄດ້ຢ່າງເຕັມປ່ຽມ ຖ້າຫາກສິດທິມະນຸດ ບໍ່ຖືກເຄົາຣົບນັບຖື. ຖ້າຣັຖບານ ປະເທດໃດ ປະເທດນື່ງໃນໂລກ ຫາກຣະເມີດສິດທິ ການນັບຖືສາສນາ ແລະ ການເຊື່ອຖື ຂອງປະຊາຊົນຂອງຕົນ ມັນຈະສົ່ງ ຜົລກະທົບ ຕໍ່ສິດທິອື່ນໆ. ທ່ານກ່າວຕື່ມວ່າ
“ສິດເສຣີພາບໃນການນັບຖືສາສນາ ເປັນສິດທິມະນຸດ ທີຖືກບັນທຶກໄວ້ ໃນບັນດາສິດທິອື່ນໆ ແລະ ຍັງຖືກຍັງຖືກບັນທຶກໄວ້ໃນກົດ ຫມາຍຣັຖທັມມະນູນ ຂອງສະຫະຣັຖນຳອີກ ຊຶ່ງ ຣັຖບານສະຫະຣັດ ໄດ້ປົກປ້ອງສິດທິທາງສາສນາ ແລະ ສິດທິມະນຸດມາແຕ່ ດຶກດຳບັນ ຈົນຮອດທຸກມື້ນີ້.”
ບົດຣາຍງານຣະບຸວ່າ ບາງປະເທດໃນໂລກ ຍັງຣະເມີດສິດທິການນັບຖືສາສນາ ອື່ນໃນປະເທດຂອງຕົນຢູ່ ເປັນຕົ້ນ ອີ່ຣານ ຈີນ ພະມ້າ ຣັຖເຊັຽ ໂຊເດັຽອາຣັບເບັຽ ແລະອື່ນໆ.
ສຳລັບ ສປປລາວ ບົດຣາຍງານຣະບຸວ່າ ກົດຫມາຍລາວ ກຳນົດໃຫ້ປະຊາຊົນລາວ ນັບຖື ຫລືບໍ່ນັບຖືສາສນາໃດກໍໄດ້. ສາສນາທີ່ ກົດຫມາຍລາວ ໄດ້ກຳນົດໃຫ້ປະຊາຊົນເຊື່ອຖື ສ່ວນໃຫຍ່ແມ່ນ ສາສນາພຸດ ແລະກໍມີສາສນາ ຄຣິສຕຽນ ອິສລາມ ແລະ ບາຮາຍ ແຕ່ພາກປະຕິບັດໂຕຈິງ ນັ້ນແຕກຕ່າງ. ກົດຫມາຍມາຕຣາ 315 ສບັບປີ 2016 ໃນຣັຖທັມມະນູນ ລາວ ຣະບຸກ່ຽວກັບມາຕການ ການປະຕິບັດຕໍ່ກິຈກັມ ທາງສາສນາວ່າ ຣັຖບານເປັນຜູ້ກຳນົດກ່ຽວກັບ ກິຈກັມທາງສາສນາ ຕ່າງໆໃນລາວ.
ກຸ່ມຜູ້ນຳທາງສາສນາໃນລາວເວົ້າວ່າ ໃນຂນະທີ່ເຈົ້າຫນ້າທີ່ຣັດໃນເຂດແຂວງ ແລະເຂດເມືອງເຂົ້າໃຈ ໃນການປະຕິບັດກົດຣະບຽບ ການນັບຖືສາສນາ ແລະ ກິຈກັມທາງສາສນາ ອື່ນໄດ້ເປັນຢ່າງດີ ໃນຫລາຍເຂດ ແຕ່ໃນເຂດຊົນນະບົດ ຍັງບໍ່ເຂົ້າໃຈ ແລະ ບໍ່ ປະຕິບັດຕາມ ຍັງມີການສິ້ງຊອມຈັບກຸມກັກຂັງ ແລະນາບຂູ່ ຊົນກຸ່ມນ້ອຍຜູ້ທີ່ເຊື່ອຖືສາສນາອື່ນຢູ່ ໃນນັ້ນຮ່ວມດ້ວຍຜູ້ນັບຖືສາສນາ ຄຣິສຕຽນ ແລະສາສນາອື່ນໆ.
ກໍຣະນີລ່າສຸດ ແຫລ່ງຂ່າວທ້ອງຖິ່ນຣາຍງານ ໃນເດືອນມີນາ ຜ່ານມາ ເຈົ່້າຫນ້າທີ່ທ້ອງຖິ່ນໄດ້ ຈັບຜູ້ສອນສາສນາຄຣິສຕຽນ ທ່ານ ສີທົນ ທິບພະວົງ ຢູ່ບ້ານກະລືມ ວັງແຂ້ ແຂວງ ສວັນນະເຂດ ຍ້ອນຈັດກິຈກັມສອນສາສນາ ໂດຍບໍ່ໄດ້ຮັບການອະນຸຍາດ ຈາກ ເຈົ້າຫນ້າທີ່ທ້ອງຖິ່ນ. ລາວຖືກກັກຂັງເປັນເວລາເກືອບນຶ່ງປີ ປາສຈາກຂໍ້ກ່າວຫາໃນທີ່ສຸດ ກໍຖືກປ່ອຍໂຕ. ນອກຈາກນັ້ນ ເຈົ້າຫນ້າທີ່ ທ້ອງຖິ່ນຢູ່ ແຂວງຄຳມ່ວນ ຍັງໄດ້ຈັບກຸ່ມ ຜູ້ຖືສາສນາຄຣິສຕຽນ ທີ່ແຂວງຄຳມ່ວນ 4 ຄົນ ຍ້ອນເຂົ້າຮ່ວມພິທີປົງສົບ ຜູ້ຖືສາສນາຊາວ ຄຣິສຕຽນ ໂດຍບໍ່ໄດ້ຮັບອະນຸຍາດ ແຕ່ຖືກປ່ອຍໂຕໃນເວລາຕໍ່ມາ.
ທ່ານ ຟຽວ ໂຣເບີດຊັນ ຮອງຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິດທິມະນຸດ ປະຈຳຂົງເຂດ ເອເຊັຽ ປາຊິຟິກ ກ່າວກ່ຽວກັບສິດທິ ການນັບຖືສາສນາໃນລາວວ່າ:
“ເປັນທີ່ຈະແຈ້ງແລ້ວວ່າ ຣັຖບານລາວ ຍັງຖືສາສນາເປັນສີ່ງທີ່ຖືກບັງຄັບ ແລະ ຄວບຄຸມດ້ວຍກົດຫມາຍ ເຖິງແມ່ນວ່າ ພຶດຕິກັມຈະ ເປັນຢ່າງໃດ ຕໍ່ການນັບຖືສາສນາໃນລາວ ແຕ່ເຈົ້າຫນ້າທີ່ບາງຄົນ ຍັງສືບຕໍ່ກົດຂີ່ຫົ່ມເຫັງ ບາງຄັ້ງຈັບກຸມ ຜູ້ທິີ່ນັບຖືສາສນາອື່ນ ແລະ ຜູ້ທີ່ແບ່ງປັນຄວາມເຊື່ອໃນສາສນາດັ່ງກ່າວໃຫ້ແກ່ຄົນອື່ນຢູຸ່.”
ຫວ່າງເດືອນກຸມພາ ຜ່ານມາ ແຫລ່ງຂ່າວ ຣາຍງານວ່າ ເຈົ້າຫນ້າທີ່ທ້ອງຖິ່ນໄດ້ບີບບັງຄັບ ໃຫ້ຊາວບ້ານຕິນດອຍແຂວງຫຼວງນ້ຳທາ ຈຳນວນ 14 ຄອບໃຫ້ອອກຈາກບ້ານ ໃນນັ້ນ ຈາກ ຊູມຊົນເຜົ່າລາວມົ້ງ ຄຣິສຕຽນ ສາມຄອບຄົວ, ເຈົ້າຫນ້າທີ່ແຂວງ ໄດ້ໄກ່ເກັ່ຽ ບັນຫາດັ່ງກ່າວ ແລະ ໄດ້ຕົກລົງໃຫ້ພວກຂະເຈົ້າກັບບ້ານ ຖ້າຫາກປະລະການເຊື່ອຖື ສາສນາຄຣິສຕຽນ.
ກຸ່ມສາສນາຄຣິສຕຽນ ສອງກຸ່ມໄດ້ຍື່ນຫນັງສືລົງທະບຽນ ເປັນຕົ້ນກຸ່ມ the Methodist church ແລະ ກຸ່ມສາສນາຄຣິສຕຽນຊົນ ກຸ່ມນ້ອຍກຸ່ມອື່ນໆ ຫົວຫນ້າສາສນາທ້ອງຖິ່ນ ບອກວ່າມາດຕຣາ 315 ກ່ຽວກັບການສອນສາສນາ ແລະ ກິຈກັມທາງສາສນາຕ່າງໆ ຕ້ອງຖືກປະຕິບັດ ແລະ ບັງຄັບໃຊ້ໃນການຈຳກັດ ຂອບເຂດການເດີນທາງ ເພື່ອໄປເຜີຍແຜ່ ສາສນາພາຍໃນປະເທດ, ກຸ່ມຜູ້ນຳ ສາສນາຄຣິສຕຽນ ຍັງຣາຍງານກ່ຽວກັບຄວາມຍຸ້ງຍາກ ໃນການເຜີຍແຜ່ ແລະ ສິດສອນສາສນາໃນລາວ.
ສະມາຊິກຊົນກຸ່ມນ້ອຍ ຜູ້ທີ່ຖືສາສນາຄຣິສຕຽນ ທີ່ເປັນເຈົ້າຫນ້າທີ່ຣັດ ບໍ່ສາມາດເປີດເຜີຍໃຫ້ຫ້ອງການ ຫລື ຫົວຫນ້າຮູ້ວ່າຕົນຖື ສາສນາຄຣິສຕຽນ ຍ້ອນຢ້ານຖືກໃຫ້ອອກການ ຫລື ປົດຊັ້ນ ແລະບໍ່ໃຫ້ເປັນສະມາຊິກພັກ ຫລື ເປັນພະນັກງານຣັດ ອີກຕໍ່ໄປ.
ດຣ ບຸນທອນ ຈັນທະລາວົງ ວີເຊີ ປະທານອົງການ ປະຊາທິປະຕັຍ ໃນລາວ ທີ່ມີສູນກາງຢູ່ ປະເທດເຢັຽຣະມັນ ກ່າວກ່ຽວກັບສິດທິ ການນັບຖືສາສນາໃນລາວວ່າ:
“ຕໍ່ບົດຣາຍງານອັນສຳຄັນ ແລະ ຍືດຍາວຂອງທາງການສະຫະຣັດ ທີ່ໄດ້ກ່າວເຖີງບັນຫາ ສິດເສຣີພາບໃນການນັບຖືສາສນາ ໃນ ສປປລາວ ມັນມີຄວາມສຳຄັນຍີ່ງແກ່ ປະຊາຊົນ ລາວ ໃນປະເທດ ໃຫ້ມີການຮຽກຮ້ອງ ໃຫ້ມີການແກ້ໄຂບັນຫາ ສິດເສຣີພາບກ່ຽວກັບ ການນັບຖືສາສນາໃນລາວ ມາຕລອດ.”
ອິງຕາມແຫລ່ງຂ່າວ ຈາກກຸ່ມສາສນາຄຣິສຕຽນ ສະພາບຄວາມເຄັ່ງຕຶງ ກ່ຽວກັບການນັບຖືສາສນາອື່ນ ໃນເຂດຊົນນະບົດຫຼາຍແຫ່ງ ໃນລາວ ເປັນຕົ້ນສາສນາຄຣິສຕຽນ ແລະ ສາສນາອືນ ກັບອຳນາດການປົກຄອງທ້ອງຖິ່ນ ຍັງເກີດຂຶ້ນເລື້ອຽໆ
ຫົວຫນ້າສາສນາອື່ນເວົ້າວ່າ ມີຣາຍງານວ່າ ບາງບ້ານຊາວບ້ານຍັງຖືກນາບຂູ່ ຖືກໄລ່ອອກຈາກບ້ານ ຖ້າພວກຂະເຈົ້າບໍ່ປະລະການ ເຊື່ອຖືສາສນາ ທີ່ທາງການກຳນົດໃຫ້ເປັນຕົ້ນ ສາສນາພຸດ.
ອີງຕາມກົດຣະບຽບ ຂອງ ອົງການແນວລາວສ້າງຊາດ ຜູ້ທີ່ມີຄວາມຮັບຜິດຊອບກ່ຽວກັບກິຈກັມ ທາງສາສນາໃນລາວ ຣະບຸວ່າ ການນັບຖືສາສນາໃນລາວ ຕ້ອງປະຕິບັດຕາມກຳນົດ ກົດຫມາຍທີ່ໄດ້ວາງໄວ້ ຜູ້ຣະເມີດຈະຖືກລົງໂທດ ແລະ ຖືກໃຫ້ປະລະການ ນັບຖືສາສນາ ຍ້ອນຖືວ່າ ເປັນຍຸຍົງໃຫ້ສັງຄົມແຕກແຍກ.
ຣັຖບານຈະກວດກາ ຫນັງສືກ່ຽວກັບການສິດສອນສາສນາ ຕ່າງໆໃນລາວ ເປັນຕົ້ນການພີມການເຜີຍແຜ່ ເປັນປື້ມຫລື ເປັນເອກສານ ໃບປີວຕ້ອງໄດ້ຜ່ານຫ້ອງການສາສນາກ່ອນ ຮ່ວມດ້ວຍຮູບພາບ ຫລື ສັນຍາລັກຕ່າງໆ ທາງສາສນາ ຊືງກົດຣະບຽບດັ່ງກ່າວ ໄດ້ບັນ ທຶກໄວ້ໃນມາຕຣາ 315 ກ່ຽວກັບການນັບຖືສາສນາໃນລາວ. ກະຊວງຖແລງຂ່າວ ວັທນະທັມ ແລະການທ່ອງທ່ຽວ ແລະກະຊວງປ້ອງ ກັນຄວາມສງົບພາຍໃນ ເປັນຜູ້ອະນຸຍາດ ກ່ອນຈະພິມອອກເຜີຍແຜ່ ແລະສິດສອນໄດ້.
ສຳລັບການເດີນທາງໄປສອນສາສນາ ຢູ່ແຂວງອື່ນ ຫົວຫນ້າສາສນາ ຊົນກຸ່ມນ້ອຍ ຜູ້ທີ່ບໍ່ປະສົງອອກຊື່ ທ່ານນຶ່ງເວົ້າວ່າ ພວກຂະເຈົ້າ ຕ້ອງໄດ້ຂໍອະນຸຍາດ ຈາກອຳນາດການປົກຄອງ ທ້ອງຖິ່ນໃນເຂດນັ້ນກ່ອນຈະໄປສອນ ແຕ່ບາງຄັ້ງການເດີນທາງໄປຕ່າງແຂວງເພື່ອ ສອນ ຫລື ເຮັດກິຈກັມທາງສາສນາ ພວກຂະເຈົ້າ ກໍບໍ່ໄດ້ຮັບອະນຸຍາດ ເພາະຂໍຍາກ ແລະ ໃຊ້ເວລາດົນກ່ອນ ຈະຖືກອະນຸຍາດ ແລະສ່ວນໃຫຍ່ຈະຖືກປະຕິເສດ ແລະວ່າ ການລົງທະບຽນ ທາງສາສນານັ້ນ ກໍເພື່ອສິ້ງຊອມພືດຕິກັມ ຂອງກຸ່ມສາສນາຊົນກຸ່ມນ້ອຍ ຂອງ ຄົນຕ່າງຊາດ. ດຣ ບຸນທອນ ກ່າວຕື່ມວ່າ:
“ພວກເຮົາກໍຫວັງວ່າ ຣັຖບານສປປລາວ ຈະຕ້ອງແກ້ໄຂບັນຫາ ສິດເສຣີພາບທາງສາສນາ ໃນລາວ ຕາມສົນທິິສັນຍາ ຂອງສະຫະ ປະຊາຊາດ ວ່າດ້ວຍສິດເສຣີພາບໃນການນັບຖື ສາສນາ ໃນມາດຕຣາທີ 18.”
ກຸ່ມສາສນາ ຄາໂທລິກໃນລາວ ເວົ້າວ່າ ຣັຖບານລາວ ໄດ້ສິ້ງຊອມຫົວຫນ້າ ແລະ ສະມາຊິກ ຂອງກຸ່ມສາສນາຊົນກຸ້ມນ້ອຍຕລອດ ເປັນຕົ້ນສາສນາຄາໂທລິກ ໃຫ້ເຫດຜົລວ່າ ເພື່ອ ປ້ອງກັນການເຊື່ອມອຳນາດ ທາງສາສນາຈາກຕ່າງປະເທດ ເປັນຕົ້ນຢູ່ນະຄອນ ຫຼວງພຣະບາງ ຫົວຫນ້າສາສນາຊົນກຸ່ມນ້ອຍທ່ານນຶ່ງເວົ້າວ່າ; ພວກຂະເຈົ້າຖືກສອບຖາມ ຈາກເຈົ້າຫນ້າທີ່ນອກເຄື່ອງແບບ ຕລອດ ກຸ່ມດັ່ງກ່າວຕ້ອງການຢາກຮູ້ກ່ຽວກັບ ຈຳນວນສະມາຊິກຂອງໂບດ, ຊື່ ແລະ ສະມາຊິກໃຫມ່.
ຫົວຫນ້າໂບດເວົ້າວ່າ ທາງການລາວຍັງສິ້ງຊອມ ຄົນຕ່າງປະເທດທີ່ເຂົ້າຮ່ວມ ການໄຫວ້ພຣະສວດມົນ ແລະ ກິຈກັມຕ່າງໆທາງ ສາສນານຳອີກ. ນອກຈາກນັ້ນ ທາງການລາວຍັງ ຄວບຄຸມຈຳກັດ ການສອນພາສາອັງກິດ ແລະ ການສົ່ງເສີມທາງດ້ານ ສາທາຣະນະສຸກ ແລະ ສຸຂອະນາມັຍ ຂອງ ປະຊາຊົນໃນເຂດທ້ອງຖິ່ນ ແລ ະໃນເຂດຊົນນະບົດ.
ກຸ່ມສາສນາອື່ນໃນລາວ ເປັນຕົ້ນສາສນາຄຣິສຕຽນ ຍັງຖືກຈຳກັດ ຄວບຄຸມແລະສີິ້ງຊອມໃນການສິດດສອນສາສນາຫຼາຍຢູ່ ໂດຍ ສະເພາະກຸ່ມຊົນເຜົ່າໃນເຂດຊົນນະບົດ.