ສິດເສຣີພາບແລະທິສດີ ມາກ-ເລນິນ
2014.03.26
ສິດ ເສຣີພາບ ໃນການ ເຊື່ອຖື ຫລື ບໍ່ເຊື່ອຖື ສາສນາ ຂອງ ພົລເມືອງ ລາວ ຖືກ ກໍານົດໄວ້ ເປັນ ຄັ້ງທໍາອິດ ໃນ ຣັຖທັມນູນ ສປປລາວ ປີ 1991 ຄືພາຍ ຫລັງ ທີ່ໄດ້ ໃຊ້ມະຕິ, ຄໍາສັ່ງ ຂອງ ຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ ມາ ເປັນເວລາ 16 ປີ ທີ່ມີການ ປ່ຽນແປງ ຣະບອບ ການປົກຄອງ ຈາກ ຣະບອບ ປະຊາທິປະຕັຍ ມາເປັນ ຣະບອບ ຜະເດັດການ ພັກດຽວ ເຄົ້າດຽວ ຜູກຂາດ ອໍານາດ ແຕ່ປີ 1975 ມານີ້.
ແຕ່ ສິດ ເສຣີພາບ ໃນການ ເຊື່ອຖື ຫລື ບໍ່ເຊື່ອຖື ສາສນາ ທີ່ວ່ານັ້ນ ບໍ່ໄດ້ຮັບ ການ ຈັດຕັ້ງ ປະຕິບັດ ໃຫ້ເກີດ ຜົລເປັນຈິງ ພໍເທົ່າໃດ, ພົລເມືອງ ລາວ ຈໍານວນ ບໍ່ໜ້ອຽ ທີ່ເຊື່ອຖື ສາສນາ ອື່ນໆ ນອກຈາກ ສາສນາ ພຸດ ຍັງຜະເຊີນ ກັບ ການຈໍາແນກ ແລະ ຖືກກີດກັ້ນ ຍ້ອນ ຜູ້ນໍາພັກ ຍັງເດັດຂາດ ຍຶດໝັ້ນ ຢູ່ໃນ ທິສດີ ມາກ-ເລນິນ ແລະ ອຸດົມການ ສັງຄົມນິຍົມ ທີ່ຖືວ່າ ສາສນາ ເປັນຢາຝິ່ນ ສໍາລັບ ປະຊາຊົນ ຫຼື ເວົ້າແຈ້ງ ອອກ ກວ່ານີ້ ກໍຄືວ່າ ສາສນາ ເປັນ ຢາເສບຕິດ ສໍາລັບ ເບື່ອເມົາ ປະຊາຊົນ ນັ້ນຢູ່.
ອັນນີ້ ມັນບໍ່ແມ່ນ ເຣື່ອງ ລັບລີ້ ຜູ້ຄົນ ທັງຫລາຍ ຮູ້ຈັກ ຈາກຄໍາເວົ້າ ຂອງ ທ່ານ ຈູມມະລີ ໄຊຍະສອນ ຜູ້ເປັນ ຫົວໜ້າພັກ ຢູ່ໃນ ຣາຍງານ ການເມືອງ ຂອງ ຄະນະ ບໍຣິຫານ ງານ ສູນກາງ ພັກ ສະໄໝ ທີ 8 ຕໍ່ ກອງປະຊຸມ ໃຫຍ່ ຜູ້ແທນ ທົ່ວປະເທສ ຄັ້ງທີ 9 ຄື ຄັ້ງລ່າສຸດ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ທີ່ວ່າ:
"ເດັດດ່ຽວ ປົກປ້ອງ ທິສດີ ມາກ-ເລນິນ ແລະ ແນວທາງ ນະໂຍບາຍ ຂອງພັກ".
ບໍ່ພຽງ ເທົ່ານັ້ນ ທ່ານຍັງ ເວົ້າຕື່ມອີກ ຫລາຍສິ່ງ ຫລາຍຢ່າງ ຮວມທັງວ່າ ສືບຕໍ່ ຍຶດໝັ້ນ ໃນ ທິສດີ ມາກ-ເລນິນ ແລະ ອຸດົມການ ສັງຄົມ ນິຍົມ ຢ່າງເດັດ ດ່ຽວ, ເອົາໃຈໃສ່ ຄົ້ນຄວ້າ ກໍາແໜ້ນ ແລະ ໝຸນໃຊ້ ບັນດາ ຫລັກມູນ ພື້ນຖານ ຂອງ ລັດທິ ມາກ -ເລນິນ ... ແກ້ໄຂ ບັນຫາ ທີ່ເກີດຂຶ້ນ ໃນຂະບວນ ວິວັດ ແຫ່ງການ ເຄື່ອນໄຫວ ນໍາພາ ຂອງພັກ.
ໃນຂະນະ ດຽວກັນ ທ່ານ ກໍຮັບວ່າ ຄະນະພັກ ທຸກຂັ້ນ ມີພຍາດ ໃນຕົວ, ບົ່ງການ ອ້າຍດຽວ, ຂາດ ປະຊາທິປະຕັຍ ກໍ່ຄື ປະຊາທິປະຕັຍ ແບບ ຮູບການ ແລະ ການ ລ່ວງອໍານາດ ໂດຍບຸກຄົນ ແລະ ກຸ່ມກ້ອນ ທີ່ເດັດດ່ຽວ ຈະຕ້ອງຕ້ານ ແລະກໍາຈັດ ປັດເປົ່າ ... ຮວມທັງ ກໍາຈັດ ປັດເປົ່າ ໃຫ້ໄດ້ ແບບແຜນ ອາຍາສິດ, ມີແຕ່ເວົ້າ, ມີແຕ່ ອອກ ມະຕິ ແຕ່ບໍ່ເຮັດ ຫຼືເຮັດ ກໍບໍ່ແທດ ກັບຕົວຈິງ, ເຮັດແບບ ມະລຸ້ມ ມະລ້ວຽ ອັດຕະວິໄສ ແລະ ພໍໄດ້ ແຕ່ຮູບການ.
ໃນເມື່ອ ຄະນະພັກ ທຸກຂັ້ນ ທີ່ ກໍາອໍານາດ ແລະ ຜູກຂາດ ໃນທຸກ ຣະດັບ ຕັ້ງແຕ່ ຂັ້ນສູນກາງ ລົງຮອດ ທ້ອງຖິ່ນ ມີພຍາດ ໃນຕົວ ຄືແນວນັ້ນ ເຮັດແນວ ໃດ ຈະໃຫ້ ຣະບຽບ ກົດໝາຍ ຂອງ ສປປລາວ ທີ່ ຜູ້ນໍາພັກ ວາງອອກ ເຖິງການ ຮັບປະກັນ ສິດ ເສຣີພາບ ຕ່າງໆ ຂອງ ພົລເມືອງ ລາວ ຮວມທັງ ສິດ ເສຣີພາບ ໃນການ ເຊື່ອຖື ຫຼື ບໍ່ເຊື່ອຖື ສາສນາ ນັ້ນ ຈະໄດ້ຮັບ ການຈັດຕັ້ງ ປະຕິບັດ ໃຫ້ເກີດ ຜົລເປັນຈິງ ໄດ້.
ຫລືຍ້ອນ ເປັນຄື ແນວນັ້ນ ຈຶ່ງເກີດ ມີບັນຫາ ອັນບໍ່ດີ ຫຼາຍຢ່າງ ຊຶ່ງ ມີທັງການ ລ່ວງ ລະເມີດ ສິດ ເສຣີພາບ ໃນການ ເຊື່ອຖື ສາສນາ ເປັນຕົ້ນ ສາສນາ ຄຣິສຈຽນ ສາສນາ ເຍຊູ ຢູ່ໃນ ສັງຄົມລາວ ພາຍຫລັງ ທີ່ ຣະບອບ ການປົກຄອງ ປະເທສ ຖືກ ປ່ຽນແປງ ເກືອບ 40 ປີ ມານີ້.
ເຊັ່ນຕົວຢ່າງ ເມື່ອມໍ່ໆ ມານີ້ ຄືວັນທີ 18 ມິນາ ກໍມີ ຂ່າວວ່າ ທາງການ ທ້ອງຖິ່ນ ໄດ້ສັ່ງໃຫ້ ຊາວ ຄຣິສຈຽນ ຢູ່ບ້ານ ນາຕາຮໍ, ເມືອງພິນ, ແຂວງ ສວັນນະເຂດ ປະລະ ການເຊື່ອຖື ສາສນາ ເຢຊູ, ແຕ່ຊາວບ້ານ ພາກັນ ຕໍ່ສູ້ ເອົາສິດ ເສຣີພາບ ໃນການ ເຊື່ອຖື ສາສນາ ຂອງ ພວກຕົນ ຊຶ່ງ ຣັຖທັມນູນ ບົ່ງໄວ້ວ່າ ພົລເມືອງ ລາວ ມິສິດ ເສຣີພາບ ໃນການ ເຊື່ອຖື ຫລື ບໍ່ເຊື່ອ ຖືສາສນາ. ແລະດໍາຣັຖ ນາຍົກ ຣັຖມົນຕຣີ ເລກທີ 92 ຊຶ່ງຜັນ ຂຍາຍມາ ຈາກມະຕິ 9 ຂອງ ພັກນັ້ນ ກໍກໍານົດໄວ້ ກ່ຽວກັບ ສິດ ເສຣີພາບ ທາງ ສາສນາ.
ລາຍງານວ່າ ຍ້ອນຖືກ ຂູ່ເຂັນ ໃຫ້ປະລະ ການເຊື່ອຖື ສາສນາ ຊາວ ຄຣິສຕຽນ ຫຼາຍຄອບຄົວ ຢູ່ບ້ານ ນາຕາຮໍ ຈຶ່ງໄດ້ ຮ້ອງຮຽນ ໄປຍັງ ຫ້ອງການ ຮັບຜິດຊອບ ສາສນາ ຂອງ ເມືອງພິນ ເພື່ອຂໍໃຫ້ ຊ່ວຍ ແກ້ໄຂ ແຕ່ບໍ່ໄດ້ ຮັບຄໍາຕອບ ແນວໃດ.
ຊໍ້າບໍ່ພໍ ທ້າວ ອໍາຄາ ພໍ່ບ້ານ ບ້ານ ນາຕາຮໍ ແລະ ເຈົ້າໜ້າທີ່ ຕໍາຣວດ ເມືອງພິນ ຍັງໄດ້ຮຽກ ຊາວ ຄຣິສຕຽນ ທີ່ວ່ານັ້ນ ມາພົບ ແລະ ເຈົ້າໜ້າທີ່ ຕໍາຣວດ ມິ່ນປະມາດ ພວກເຂົາເຈົ້າ ແລະ ບອກໃຫ້ ປະລະ ການເຊື່ອຖື ສາສນາ ເຢຊູ ໂດຍເວົ້າວ່າ ສາສນາ ນີ້ແມ່ນ ສາສນາ ຕ່າງຊາຕ, ສາສນາ ຂອງຄົນ ອະເມຣິກັນ.
ພ້ອມກັນ ນັ້ນ ພໍ່ບ້ານ ກໍໄດ້ຕຽມ ເອກສານ ສົ່ງຄອບຄົວ ຊາວ ຄຣິສຕຽນ ທັງໝົດ ໄປຢູ່ ບ່ອນໃໝ່ ແລະວ່າ ຢູ່ບ້ານ ນາຕາຮໍ ນີ້ບໍ່ມີ ບ່ອນຢູ່ ສໍາລັບ ພວກ ເຂົາເຈົ້າ ແລ້ວ. ແຕ່ຊາວ ຄຣິສຕຽນ ບອກວ່າ ພວກເຂົາເຈົ້າ ຈະບໍ່ຍ້າຍ ໜີອອກໄປ ຈາກ ບ້ານນີ້.
ບໍ່ພຽງ ເທົ່ານັ້ນ ພໍ່ບ້ານ ຍັງເວົ້າໃຫ້ ພວກ ເຂົາເຈົ້າ ອີກວ່າ ຖ້າມີຫຍັງ ເກີດຂຶ້ນ ຫລືວ່າ ເກີດມີ ຄົນຕາຍ ໃນບ້ານນີ້ ພວກ ນັບຖື ສາສນາ ຄຣິສຕຽນ ຕ້ອງ ເປັນຜູ້ຮັບ ຜິດຊອບ.
ລາຍງານວ່າ ການໄລ່ ຊາວ ຄຣິສຕຽນ ອອກຈາກ ບ້ານ ມີຂຶ້ນ ໃນວັນທີ 2 ເດືອນ ທັນວາ ຂອງ ປີ ຜ່ານມາ ແລະວ່າ ຕາມທີ່ ຜູ້ເຖົ້າ ຜູ້ແກ່ ໃນບ້ານ ເວົ້າວ່າ, ການໄຫ້ວວອນ ສາສນາ ແຕກຕ່າງກັນ ເປັນການ ລະເມີດ ຮີດຄອງ ແລະ ຄວາມເຊື່ອຖື ດັ້ງເດີມ ແລະ ອາດເກີດ ລາງຮ້າຍ ຕໍ່ຄົນ ໃນບ້ານ ກໍ ເປັນໄດ້.
ແຕ່ເຖິງຢ່າງໃດ ກໍຕາມ ເມື່ອ ວັນທີ 21 ມິນາ ນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ກໍເປີດ ເຜີຍວ່າ ທາງການ ໄດ້ສົ່ງ ພະນັກງານ ລົງໄປ ແກ້ໄຂ ບັນຫາ ຄວາມ ຂັດແຍ່ງ ເຣື່ອງ ສາສນາ ທີ່ບ້ານ ນາຕາຮໍ ນັ້ນແລ້ວ ຫລັງຈາກ ທີ່ເກີດມີ ຂໍ້ຄັດແຍ່ງ ລະຫວ່າງ ຊາວບ້ານ ດ້ວຍກັນ ຈົນເຮັດໃຫ້ ຜູ້ນັບຖື ສາສນາ ຄຣິສຕຽນ ຈໍານວນ 6 ຄອບຄົວ ຕ້ອງໄດ້ ຍ້າຍໜີ ໄປຢູ່ນອກ ບ້ານ.
ທ່ານວ່າ ຊາວບ້ານ ນາຕາຮໍ ເປັນຊົນເຜົ່າ ລາວເທິງ. ສ່ວນຫລາຍ ນັບຖື ສາສນາ ພຸດ. ແຕ່ຫຼາຍປີ ຜ່ານມານີ້ ມີຊາວບ້ານ ຈໍານວນ ນຶ່ງ ໄດ້ປ່ຽນໄປ ນັບຖື ສາສນາ ເຍຊູ ແລະ ທໍາພິທີ ທາງ ສາສນາ ທີ່ ແຕກຕ່າງ ອອກໄປ, ເຮັດໃຫ້ ຜູ້ເຖົ້າ ຜູ້ແກ່ ໃນບ້ານ ບໍ່ພໍໃຈ ແລະ ເກີດຄວາມ ຂັດແຍ່ງ ກັນຂຶ້ນ, ມີບັນຫາ ກັນ ເລື້ອຍ ຈົນ ໃນທີ່ສຸດ ເມື່ອຕົ້ນ ເດືອນ ມີນາ 2014 ນີ້ ຊາວ ຄຣິສຕຽນ ກຸ່ມດັ່ງກ່າວ ກໍໄດ້ຍ້າຍ ອອກຈາກ ບ້ານ ໄປຕັ້ງ ບ້ານເຮືອນ ຢູ່ບ່ອນ ໃໝ່ ຫ່າງຈາກ ບ້ານນັ້ນ ໄປ 10 ກວ່າ ກິໂລແມັດ ເພື່ອ ຫຼີກລ້ຽງ ບັນຫາ.
ຕໍ່ມາ ທາງການ ກໍໄດ້ ສຶກສາ ອົບຮົມ ຊາວບ້ານ ນັ້ນ ແລະໄກ່ເກັ່ຽ ໃຫ້ທັງ 6 ຄອບຄົວ ທີ່ ຍ້າຍອອກ ໄປນັ້ນ ກັບເຂົ້າມາ ຢູ່ໃນ ບ້້ານເດີມ ເພື່ອ ໃຊ້ຊີວິດ ຮ່ວມກັນ ຕາມ ປົກກະຕິ.
ເພື່ອຄວາມ ກະຈ່າງແຈ້ງ ກ່ຽວກັບ ເຣື່ອງນີ້ ເອເຊັຍ ເສຣີ ໄດ້ຖາມ ໄປຍັງ ຫ້ອງວ່າການ ເມືອງພິນ ແຂວງ ສວັນນະເຂດ ໃນວັນທີ 24 ມິນາ ນີ້ ແຕ່ບໍ່ໄດ້ ຄໍາ ຕອບ ແລະ ໄດ້ຕິດຕໍ່ ໄປສູນກາງ ແນວລາວ ສ້າງຊາດ ທີ່ ນະຄອນຫລວງ ວຽງຈັນ, ໄດ້ຮັບ ຄໍາຕອບວ່າ ບໍ່ຮູ້ ຍ້ອນບໍ່ໄດ້ ຮັບ ຣາຍງານ:
"ມີບັນຫາ ກະແມ່ນຢູ່ ແຕ່ວ່າ ບັນຫານັ້ນ ໄດ້ສົ່ງ ມາຫາ ເຮົາບໍ ຄັນບໍ່ໄດ້ ສົ່ງມາ ຫາເຮົາ ເຮົາກໍບໍ່ ຮູ້ຄືກັນ".
ເວົ້າເຖິງການ ຂັດແຍ່ງ ທາງ ສາສນາ ຢູ່ ເມືອງພິນ ວ່າແມ່ນ ແທ້ບໍ ຫລືບໍ່ ນັ້ນ ຊາວແຂວງ ສວັນນະເຂດ ທ່ານນຶ່ງ ເວົ້າວ່າ ແມ່ນ:
"ແມ່ນ ແຫລະ".
ທ່ານວ່າ ການຂັດແຍ່ງ ນັ້ນ ມີຢູ່ ຫລາຍບ່ອນ. ສິ່ງດັ່ງກ່າວ ສະແດງ ໃຫ້ເຫັນວ່າ ພົລເມືອງ ລາວ ທີ່ນັບຖື ສາສນາ ອື່ນໆ ນອກຈາກ ສາສນາ ພຸດ ຊຶ່ງຜູ້ນໍາ ພັກ ຖືເອົາເປັນ ເຄື່ອງມື ຮັບໃຊ້ ຊົ່ວຄາວ ໃນການ ປະຕິບັດ ແນວທາງ ແລະ ແຜນ ນະໂຍບາຍ ຂອງຕົນ ທີ່ ຍຶດໝັ້ນ ຢູ່ໃນ ທິສດີ ມາກ- ເລນິນ ຊຶ່ງຖື ສາສນາ ເປັນຢາຝິ່ນ ສໍາລັບ ປະຊາຊົນ ເປັນ ຢາເສບຕິດ ສໍາລັບ ເບື່ອເມົາ ປະຊາຊົນ ຄືທີ່ເວົ້າ ມານັ້ນ ແມ່ນຖືກ ທາງການ ລາວ ຈໍາກັດ ຮັດແຄບ, ຖືກ ກົດດັນ ຢ່າງເປັນ ຣະບົບ ຕລອດມາ.
ຢ່າງໃດກໍຕາມ ໃນຍຸທສາດ ຂອງ ຜູ້ນໍາພັກ ເວົ້າເຖິງ ສາສນາ ແມ່ນຈະໃຊ້ ສາສນາ ພຸດ ຢູ່ຕໍ່ໄປ ຕາບໃດ ທີ່ພັກ ຍັງຄົງຢູ່ ໂດຍໃຫ້ ອົງການ ແນວລາວ ສ້າງຊາດ ທີ່ຂຶ້ນກັບ ສູນກາງ ພັກ ຮວມທັງ ຄະນະ ພົວພັນ ຕ່າງປະເທສ ຂອງ ສູນກາງພັກ ໃນ ການຊີ້ນໍາ ວຽກງານ ສາສນາ ທັງຢູ່ ພາຍໃນ ແລະ ຢູ່ຕ່າງ ປະເທສ ເຖິງແມ່ນ ຜູ້ນໍາ ພັກ ຕີຣາຄາ ການເຄື່ອນໄຫວ ຂອງ ອົງການ ແນວລາວ ສ້າງຊາດ ວ່າ ຊັກຊ້າ ໃນການ ປັບປຸງ ປ່ຽນແປງ ຮູບການ ແລະ ກິຈກັມ ຕ່າງໆ, ເນື້ອໃນ ແລະ ວິທີເຄື່ອນໄຫວ ຍັງຊໍ້າຊ້ອນ ຢູ່ກໍຕາມ. ແຕ່ກໍຍັງ ຖືວ່າ ວຽກງານ ຂອງ ອົງການ ນີ້ ເປັນໜ້າທີ່ ຍຸທສາດ ອັນນຶ່ງ ໃນສະເພາະ ໜ້າ ແລະ ຍາວນານ.
ເວົ້າສະເພາະ ຕໍ່ ຊາວລາວ ທີ່ໄດ້ ອົພຍົບ ໄປຢູ່ຕ່າງ ປະເທສ ເປັນຕົ້ນ ຢູ່ ສະຫະຣັຖ ອະເມຣິກາ ກໍຈະໃຊ້ ຮູບການ ແລະ ວິທີການ ຕ່າງໆ ທີ່ ເລິກແລບ ຮວມທັງ ຫວັງວ່າ ຈະສວຍໃຊ້ ສາສນາ ພຸດ ເປັນ ເຄື່ອງມື ໂຄສະນາ ຂົນຂວາຍ ດ້ວຍການຖື ຄັນທຸງ ສາມັກຄີ ປອງດອງ ແລະ ສະແດງອອກ ເຖິງຄວາມ ເປັນພີ່ນ້ອງ ເຊື້ອຊາດ ລາວ ດຽວກັນ ແລະ ທັງຍິນດີ ຕ້ອນຮັບ ໂດຍໃຊ້ ສະຖານທູດ ລາວ ເປັນ ສະຖານທີ່ ເຕົ້າໂຮມ ຊຸມຊົນ ດ້ວຽການ ຈັດກິຈກັມ ຂຶ້ນ ໃນໂອກາດ ຕ່າງໆ ເປັນຕົ້ນ ກໍແມ່ນ ປີໃໝ່ ລາວ.