ຍັງບໍ່ພໍ້ ກ່ອງບັນທຶກຂໍ້ມູນ Black box


2013.10.21
F-crash ນັກຊ່ຽວຊານກວດສອບ ຊາວຝຣັ່ງເສສ ກໍາລັງເກັບທ້ອນກວດກາ ຊິ້ນສ່ວນຂອງເຮືອບິນ ທີ່ຊອກຄົ້ນຫາມາໄດ້. ໃນວັນທີ 19 ຕຸລາ 2013 ແລະ ທາງສາຍການບິນລາວ ກໍແຈ້ງວ່າ ສາມາດບອກໄດ້ວ່າ ສົບຜູ້ເຄາະຮ້າຍສ່ວນໃຫຍ່ ຂອງຈໍານວນ 30 ສົບ ນັ້ນແມ່ນໃຜ ແຕ່ກໍຍັງມີອີກຫລາຍສົບ ທີ່ຕ້ອງໄດ້ກວດຫາ ຫລັກຖານເພີ້ມເຕີມ.
AFP PHOTO / PORNCHAI KITTIWONGSAKUL

 

ກະແສນໍ້າໄຫລແຮງ ແລະຄວາມມືດຂຸ່ນຂອງແມ່ນໍ້າຂອງ ຈາກຣະດູພາຍຸມູນຊູນ ເຮັດໃຫ້ມະນຸດກົບ ຍັງບໍ່ຄົ້ນພົບຊິ້ນສ່ວນທີ່ສຳຄັນຂອງ ເຮືອ ບິນທີ່ຕົກໃນເຂດພາກໃຕ້ຂອງລາວ ໃນວັນທີ 16 ຕຸລາ ທີ່ເຮັດໃຫ້ຜູ້ໂດຍສານເສັຽຊິວິດ 49 ຄົນນັ້ນໄດ້ເທື່ອ. ໃນນັ້ນຮ່ວມດ້ວຍ ຄົນອອສເຕຣ ເລັຽ 6 ຄົນ ແລະຫລາຍຄົນຍັງຊອກບໍ່ເຫັນ.

ຫນ່ວຍກູ້ພັຍເວົ້າວ່າ ພວກຂະເຈົ້າຂາດອຸປກອນ ແລະປະສົພການໃນການຊອກຫາ ລຳໂຕຍົນທີ່ຕົກໃນມື້ນັ້ນ ໃຫ້ໄດ້ທັງຫມົດ ແລະກໍເຊື່ອວ່າຜູ້ ເຄາະຮ້າຍຈາກ 10 ປະເທດນັ້ນ ຊາກສົບອາຈຍັງຕິດຄ້າງຢູ່ນໍາ ພາກສ່ວນທີ່ຍັງຊອກບໍ່ເຫັນນັ້ນ. ກອງທັບອາກາດໄທໄດ້ສົ່ງເຮືອບີນ C-130 ທີ່ປະກອບດ້ວຍເຄື່ອງອຸປກອນ ທີ່ທັນສມັຍ ແລະນັກຊ່ຽວຊານໃນການຊອກຄົ້ນຫາຊາກເຄື່ອງບິນຕົກ ແລະນັກຊ່ຽວຊານຈາກປະເທດຝຣັ່ງເສດ ກໍໄດ້ເດິີນທາງມາຮອດ ບ່ອນທີ່ເກີດເຫດແລ້ວ ທີ່ໃກ້ກັບເມືອງປາກເຊ ພ້ອມທັງທາງການອອສເຕຣເລັຽ ກໍໄດ້ສົ່ງເຈົ້າຫນ້າທີ່ ຕຳຣວດຈາກ ຫນ່ວຍພິສູດສົບ ຂອງຄົນອອສເຕເຣັຽທີ່ເສັຽຊິວິດ.

ຕາມຂໍ້ມູນທີ່ໄດ້ມາ ຄວາມພຍາຍາມໃນການຊອກຫາພາກສ່ວນທີ່ສຳຄັນຂອງເຮືອບິນຍັງບໍ່ປະສົບຜົລສຳເຣັດ ແລະກ່ອງບັນທຶກຂໍ້ມູນຂອງຖ້ຽວ ບິນ (Black box) ທີ່ຈະໃຫ້ລາຍລະອຽດ ເຖິງເຫດການທຸກຢ່າງ ທີ່ຕິດຢູ່ຫາງເຮືອບິນນັ້ນ  ຍັງບໍ່ທັນ ພົບເຫັນເທື່ອ. ໃນມື້ວັນອາທິດ ໂຊນາ ຂອງຫນ່ວຍກູ້ພັຍ ໄດ້ສົ່ງສັນຍານຈາກພື້ນນໍ້າຄາດວ່າ ຈະເປັນຊິ້ນສ່ວນ ຂອງເຮືອບິນທີ່ Black box ບັນຈຸຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.