ສະຫະພັນ ສິດທິ ມະນຸດ ສາກົນ ຫລື FIDH ອອກ ຖແລງການ ໃນວັນ ຕ້ານ ການບີບ ບັງຄັບ ການ ຫາຍສາບສູນ, ຂອງ ອົງການ ສະຫະ ປະຊາຊາດ ວ່າ, ບັນດາ ປະເທດ ສະມາຊິກ ອາຊຽນ ຍັງຂາດ ຄວາມ ຄືບຫນ້າ ໃນບັນຫາ ດັ່ງກ່າວ ຢູ່, ແລະ ຕ້ອງເລັ່ງລັດ ຂັ້ນຕອນ ການໃຫ້ ສັດຕະຍາບັນ ແດ່ ສົນທິສັນຍາ ປົກປ້ອງ ການບີບ ບັງຄັບ ໃຫ້ຄົນ ຫາຍສາບສູນ ທຸກ ຮູບແບບ.
ທ່ານ KARIM LAHIDJI ປະທານ ອົງການ ສິດທິ ມະນຸດ ສາກົນ ເວົ້າວ່າ, ການເປັນ ປະເທດ ສະມາຊິກ ສົນທິ ສັນຍາ ຕ້ານ ການບີບ ບັງຄັບ ການ ຫາຍສາບສູນ ສາກົນ, ປະເທດ ດັ່ງກ່າວ ຕ້ອງມີ ຫນ້າທີ່ ຮັບ ຜິດຊອບ ໃນ ການສືບສວນ ທຸກ ກໍຣະນີ ທີ່ ມີການ ບີບ ບັງຄັບ ໃຫ້ຄົນ ຫາຍສາບສູນ ໃນ ປະເທດ ຂອງຕົນ, ແລະ ໃຫ້ຄວາມ ເປັນທັມ ແກ່ຄອບຄົວ ຜູ້ ທີ່ໄດ້ຮັບ ເຄາະຮ້າຍ, ທ່ານວ່າ ຣັຖບານ ຂອງ ປະເທດ ນັ້ນໆ ບໍ່ຄວນ ເມີນເສີຍ ຕໍ່ບັນຫາ ດັ່ງກ່າວ, ດ້ວຍການ ເຊື່ອວ່າ ເວລາ ທີ່ຜ່ານໄປ ຈະສາມາດ ເຮັດ ໃຫ້ບັນຫາ ດັ່ງກ່າວ ຈືດຈາງ ລົງໄດ້.
ຣະຫວ່າງປີ 1980 ຫາປີ 2014 ໜ່ວຍງານ ຕ້ານການ ບີບບັງຄັບ ການ ຫາຍສາບສູນ ສາກົນ ພົບວ່າ, ມີ ກໍຣະນີ ຄົນ ຫາຍສາບສູນ ດ້ວຍການ ບີບບັງຄັບ, ໃນ ບັນດາ ປະເທດ ສະມາຊິກ ອາຊຽນ ປະມານ 1065 ກໍຣະນີ, ໃນ 8 ປະເທດ ຈາກ ຈຳນວນ 10 ປະເທດ ສະມາຊິກ ອາຊຽນ, ຍົກເວັ້ນ ປະເທດ ບຣູໄນ ແລະ ສິງກະໂປ, ໃນ ນັ້ນ 82% ຍັງບໍ່ຖືກ ແກ້ໄຂ, ດັ່ງ ຕົວຢ່າງ ທີ່ ປະເທດ ຟິລິປປິນ ມີ 625 ກໍຣະນີ, ລອງ ລົງມາ ແມ່ນ ອິນໂດເນເຊັຽ 163 ກໍຣະນີ, ແລະ ທີສາມ ແມ່ນ ປະເທດ ໄທ 81 ກໍຣະນີ.
ສປປ ລາວ ໄດ້ລົງນາມ ໃນ ສົນທິ ສັນຍາ ຕ້ານ ການ ບີບບັງຄັບ ການ ຫາຍສາບສູນ ໃນປີ 2008, ແຕ່ຍັງ ບໍ່ທັນໃຫ້ ສັດຕະຍາບັນ ຕໍ່ ສັນຍາ ດັ່ງກ່າວ ເທື່ອ, ແລະ ຣັຖບານ ກໍ ຫຼົ້ມແຫຼວ ໃນການ ປະຕິບັດ ຕໍ່ ສັນຍາ ນີ້ ໃນ ກໍຣະນີ ຄົນ ຫາຍສາບສູນ, ເຊັ່ນ ຕົວຢ່າງ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ໃນ ປີ 2012 ມາຮອດ ປັດຈຸບັນ ຍັງບໍ່ມີ ຄວາມ ຄືບໜ້າ ເລີຍ.