3 ໃນນັກໂທດ 11 ຄົນ ທີ່ໂຕນຄຸກ ຖືກຈັບໄດ້
2018.05.16

ໃນມື້ຶ້ວັນທີ 15 ພຶສພາຜ່ານມາ ມີຣາຍງານວ່າ ເຈົ້າຫນ້າທີ່ຕຳຣວດ ທີ່ເມືອງສີສັດຕະນາກ ສາມາດ ຈັບກຸມນັກໂທດ ຜູ້ທີ່ໂຕນຫນີ ອອກຈາກຄຸກ ໄດ້ 2 ຄົນ ຄືນສູ່ ທີ່ກັກຂັງ ຄື ທ້າວ ສຳລີ, ທ້າວ ພອນປະເສີດ, ຮວມເປັນ 3 ຄົນ ຊຶ່ງກ່ອນຫນ້ານີ້ ຈັບໄດ້ 1 ຄົນ ຄື ທ້າວ ອິນປອນ ຍັງອີກ 8 ຄົນ ຍັງຫລົບໜີຢູ່. ເຈົ້າຂອງເຮືອນພັກ ຢູ່ເມືອງສີສັດຕະນາກ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ (RFA) ວ່າ ຕົນ ແລະ ຊາວບ້ານ ຕ້ອງການ ຢາກໃຫ້ ເຈົ້າໜ້າທີ່ ເລັ່ງຕິດຕາມ ຈັບນັກໂທດ ກຸ່ມດັ່ງກ່າວ ໄດ້ໄວທີ່ສຸດ ຍ້ອນມີຄວາມຢ້ານກົວ ແລະ ນັກໂທດສ່ວນໃຫຍ່ ກໍແມ່ນ ຄ້າຢາເສບຕິດ ດັ່ງທ່ານກ່າວວ່າ:
"ຄ້າຢາເສບຕິດ ກໍຕອ້ງຈັບປະກັນຕົວ ເຂົາກໍ ວິພາກວິຈາກຢູ່ເດ ເພີ່ນກະບອກໃຫ້ຕິດຕາມຢູ່ນີ້ແຫລະ ຢ້ານວ່າພັກນີ້ສົງສັຍຢູ່ໃນຫລາຍຮູບແບບ ເບີ ປກສ ບ້ານຢູ່ນີ້ ກະມີ ສົງສັຍປຸ້ບ ເຂົາມາພັກກະຊີ່ລາຍງານເລີຍ."
ທ່ານກ່າວຕື່ມວ່າ ນັກໂທດກຸ່ມນີ້ ຍາກຈະສາມາດຈັບໄດ້ ຍ້ອນພວກຂະເຈົ້າ ມີເຄືອຂ່າຍຢ່າງກວ້າງຂວາງ ກຸ່ມຄ້າຢາເສບຕິດ ຜູ້ໃດກໍມີຄວາມ ຢ້ານກົວ ຈະຣາຍງານ ຖ້າພົບເຫັນກຸ່ມດັ່ງກ່າວ ກໍຈະກັບມາຄ້າຢາເສບຕິດເໝືອນເດີມ ຫລື ໜີໄປ ຢູ່ແຂວງອື່ນ ຫລື ປະເທດເພື່ອນບ້ານ ບ່ອນທີ່ ເຈົ້າໜ້າທີ່ ຕາມຫາບໍ່ເຫັນ.
ທາງການ ຕ້ອງເພີ້ມມາຕການ ໃນການຈັບກຸມຫຼາຍກວ່ານີ້. ນັກໂທດ 3 ຄົນ ໃນຈຳນວນ 11 ໄດ້ໂຕນຫນີ ອອກຈາກຄຸກດົງສວາດ ໃນມື້ວັນທີ 11 ພຶສພາ ຜ່ານມາ ດ້ວຍການ ລອດອອກຈາກຝາຄຸກ ທີ່ຖືກເຈາະເປັນຮູ ສ່ວນຜູ້ທີ່ວາງແຜນນັ້ນ ຍັງບໍ່ຮູ້ວ່າ ແມ່ນໃຜ ແລະ ຈະໄດ້ ຮັບໂທດໜັກ ຖ້າຖືກຈັບຄືນມາຄືນໄດ້.