ການປຶກສາລ່ວງໜ້າເຣື້ອງ ເຂື່ອນ ດອນ ສະໂຮງ

ສົມເນ
2014.10.03
F-MRC ອົງການ ຄນະກັມມາທິການ ແມ່ນໍ້າຂອງ
MRC

 

ມາດາມ Ame Trandem ຜູ້ ອໍານວຍການ ອົງການ ແມ່ນໍ້າ ສາກົນ ສາຂາ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ອອກ ຖແລງການ ວ່າ ໃນ ຂນະທີ່ ຄນະ ກັມມະການ ຮ່ວມ ຂອງ ກັມມາທິການ ແມ່ນໍ້າຂອງ (MRC) ຈະປະຊຸມ ກັນຢູ່ ກຸງ ພະນົມເປັນ ໃນອາທິດ ນີ້ນັ້ນ ຄາດແລ້ວ ວ່າ ພວກເພິ່ນ ຈະ ປະກາດ ວັນເລີ້ມຕົ້ນ ຂອງ ການ ປະຕິບັດ ຂັ້ນຕອນ ປຶກສາ ຫາລື ລ່ວງໜ້າ ກ່ອນ ສ້າງ ເຂື່ອນ ດອນສະໂຮງ ທີ່ກໍານົດໃຫ້ມີການ ຕີຣາຄາ ພາຍໃນ 6 ເດືອນ. ແຕ່ວ່າ ຂັ້ນຕອນນັ້ນ ປາກົດວ່າ ຕັ້ງໄວ້ ໃຫ້ ຫຼົ້ມແຫຼວ ກ່ອນຈະ ລົງມື ປະຕິບັດ ຊໍ້າ.

ຖ້ອຍຖແລງ ກ່າວ ຕໍ່ໄປວ່າ ໃນຂນະທີ່ ວຽກການ ກໍ່ສ້າງ ເຂື່ອນ ໄດ້ດໍາເນີນ ໄປແລ້ວ ການປຶກສາ ຫາລື ຂອງ ຄນະ ກັມການຮ່ວມ ຂອງ ກັມມາທິການ ແມ່ນໍ້າຂອງ  ຄາດວ່າ ຈະມີຂຶ້ນ ໂດຍບໍ່ມີ ການສຶກສາ ບັນຫາ ພື້ນຖານ ທີ່ຈໍາເປັນ ເພື່ອ ປະເມີນ ໂຄງການ ແບບມີ ຄວາມໝາຍ ຊຶ່ງ ບັນຫານີ້ ບໍ່ເຄີຽໄດ້ ຮັບການ ແກ້ໄຂ ນັບແຕ່ ການສ້າງ ເຂື່ອນ ໄຊຍະບູຣີ ພຸ້ນ ຊື່ງ ສະແດງເຖິງ ຄວາມ ບົກຜ່ອງ.

ໃນຕອນ ນຶ່ງ ມາດາມ Ame Trandem ກ່າວວ່າ ຄັນມາຮອດ ບັ້ນ ຕັດສີນໃຈ ແລ້ວ ລາວ ສືບຕໍ່ ເອົາກວຽນ ແກ່ມ້າ ແທນທີ່ ຈະເອົາມ້າ ແກ່ກວຽນ. ການເຮັດ ແບບນີ້ມັນ ຈະມີຜົນ ສະທ້ອນ ຕໍ່ ບັນດາ ປະເທດ ລຸ່ມນໍ້າຂອງ ທັງໝົດ. ນາງວ່າ ຂັ້ນຕອນ ການປຶກສາ ຫາລື ລ່ວງໜ້າ ເຣື້ອງ ເຂື່ອນ ດອນສະໂຮງ ນີ້ ກໍບໍ່ ແຕກຕ່າງ ຫຍັງກັບ ເຂື່ອນ ໄຊຍະບູຣີ ຣະຍະ ເວລາ 6 ເດືອນ ສໍາລັບ ຂັ້ນຕອນ ການປືກສາ ຫາລື ລ່ວງໜ້າ ແບບທີ່ບໍ່ມີ ການສຶກສາ ບັນຫາ ຈໍາເປັນ ຮ່ວມທັງຜົນ ສະທ້ອນ ຂ້າມແດນ ແລະ ບໍ່ມີກົນໄກ ເພື່ອ ຕີຣາຄາ ໂຄງການ ຈະ ບໍ່ມີ ຄວາມໝາຍ ຫຍັງໝົດ. ນີ້ເປັນພຽງ ສ່ວນນຶ່ງ ຂອງ ຖແລງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.