ການເມືອງໃນລາວອາຈສະທ້ອນ ການຊ່ອຍ ເຫຼືອຈາກນອກ
2013.09.13

ສປປລາວ ໄດ້ຮັບ ການຊ່ອຍເຫລືອ ຈາກຕ່າງປະເທດ ຫລາຍຂື້ນ ໃນແຕ່ລະປີ ໃນຣະຍະທີ່ຜ່ານມາ ແລະການຊ່ອຍເຫລືອ ດັ່ງກ່າວຖືວ່າ ເປັນທາງບວກ ໃນການເຕີບໂຕດ້ານເສຖກິດໃນລາວ. ແຕ່ການຫາຍສາບສູນຂອງນັກເຄື່ອນໄຫວຄົນສຳຄັນ ທ່ານສົມບັດ ສົມພອນ ການ ກົດຂີ່ຂົ່ມເຫັງ ທາງດ້ານການເມືອງ ໃນລາວ ຈະເປັນສິ່ງທີ່ນາບຂູ່ ຕໍ່ການລົງທຶນ ແລະກອງທຶນ ທີ່ໃຫ້ການຊ່ອຍເຫລືອລາວ ໃນອະນາຄົດ.
ນັກຊ່ຽວຊານທ່ານນື່ງເວົ້າວ່າ ການຊ່ອຍເຫລືອ ຈາກຕ່າງປະເທດ ໄດ້ຫລັ່ງໄຫລເຂົ້າມາລາວໃນຣະຍະຫລັງມານີ້ ພາຍໃນນຶ່ງອາທິດ ຂອງ ຕົ້ນເດືອນ ກັນຍາ ຊຶ່ງມີຈີນ ແລະອີນເດັຽ ປະກາດໃຫ້ເງິນ ຊ່ອຍເຫລືອສປປລາວ ໂດຍຮວມ ປະມານ 147 ລ້ານ ໂດລາ ຊື່ງເປັນການ ຊ່ອຍເຫລືອລ້າ ແລະເງີນກູ້ ດ້ວຍດອກເບັ້ຽຕ່ຳ ແລະໃນເດືອນ ກໍຣະກະດາ ຣັຖບານເກົາຫລີໃຕ້ ກໍໃຫ້ການ ຊ່ອຍເຫລືອລາວ ສອງເທົ່າໂຕ ຂອງປີທີ່ຜ່ານມາ ສຳລັບປີ 2014. ໃນຂນະດຽວກັນ ໃນເດືອນພຶສພາຣັຖບານຍີ່ປຸ່ນ ກໍໃຫ້ເງີນຊ່ອຍເຫລືອ ລາວ ປະມານ 60 ລ້ານໂດລາ ໃນໂຄງການເຂື່ອນ ໄຟຟ້າ ແລະໂຄງການຕ່າງໆ ໃນລາວ ແຕ່ການຊ່ອຍເຫລືອ ດັ່ງກ່າວ ອາດຈືດຈາງ ລົງໃນອະນາຄົດ ຖ້າຣັຖບານລາວ ຍັງກົດຂີ່ຂົ່ມເຫັງ ແລະປະຫັດປະຫານ ນັກເຄື່ອນໄຫວ ແລະ ນັກຕໍ່ສູ້ເພື່ອ ປະຊາປະຕັຍ ໃນລາວຢູ່.
ໃນຂນະທີ່ການຊ່ອຍເຫລືອ ຈາກຕ່າງປະເທດເພີ້ມຂື້ນວ່າງປີຫລັງໆມານີ້ ໃນຂນະດຽວກັ ຄວາມອົດທົນຂອງສາກົນ ທີ່ມີຕໍ່ລາວກໍເບົາບາງລົງ ຍ້ອນບັນຫາການກົດຂີ່ ຂົ່ມເຫັງປະຫັດປະຫານ ກຸ່ມນັກເຄື່ອນໄຫວໃນລາວ ດັ່ງທ່ານ ສົມບັດ ສົມພອນ ວ່າງຫລັງໆມານີ້ ອົງການຕ່າງຊາດ ບໍ່ຫມັ້ນໃຈ ໃນການປົກຄອງ ແບບຣະບົບກົດຫມາຍ ແລະ ການເຄົາຣົບນັບຖື ສິດທິມະນຸດ ໃນລາວ.