ພັກປະຊາຊົນ ປະຕິວັດລາວ ເປີດກອງປະຊຸມ ໃຫຍ່ຄັ້ງທີ 11
2021.01.13
ໃນຕອນເຊົ້າ ຂອງວັນທີ 13 ມົກກະຣາ ນີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ໄດ້ ເປີດຂຶ້ນຢ່າງເປັນທາງການ ຢູ່ຫໍປະຊຸມແຫ່ງຊາຕລາວ ຫຼັກ 6 ໃນນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄນະບໍຣິຫານງານສູນການພັກ ແລະ ປະທານປະເທດລາວ, ໂດຍມີໂຕແທນ ບັນດາສະມາຊິກ ພັກທົ່ວປະເທດ ຈຳນວນ 768 ທ່ານ ເຂົ້າຮ່ວມ. ດັ່ງປະທານກອງປະຊຸມ ໄດ້ກ່າວເປີດກອງປະຊຸມ ໃນຕອນນຶ່ງວ່າ:
“ມື້ນີ້, ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງພັກເຮົາ ໄດ້ໄຂຂຶ້ນຢ່າງສງ່າຜ່າເຜີຍ ໃນຖ່າມກາງບັນຍາກາດ ອັນເບີກບານມ່ວນຊື່ນ ທີ່ທົ່ວພັກທົ່ວຣັຖ ທົ່ວກຳລັງປະກອບ ອາວຸດ ແລະ ທົ່ວປວງຊົນລາວທັງຊາຕ ຫາກໍສຳເຣັດ ການຈັດຕັ້ງ ສເລີມສລອງ ວັນສະຖາປະນາ ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນລາວ ຄົບຮອບ 45 ປີ.”
ທ່ານ ບຸນຍັງ, ຍັງໄດ້ກ່າວຫວນຄືນເຖິງການຊີ້ນຳ ແລະ ນຳພາຂອງສູນກາງໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຕລອດໄລຍະ 5 ປີ ທີ່ຜ່ານມາ, ເຊິ່ງໃນບາງຕອນ ທ່ານກໍໄດ້ກ່າວເຖິງຂໍ້ຄົງຄ້າງຈຳນວນນຶ່ງ, ຂໍ້ຂາດຕົກບົກຜ່ອງ ຂອງ ສະມາຊິກພັກ ແລະ ບັນຫາ ຂອງພະນັກງານຈຳນວນນຶ່ງ ໃນການປະຕິບັດໜ້າທີ່ ຕາມມະຕິຂອງພັກ ທີ່ເປັນການທ້າທາຍ ຕໍ່ບົດບາດການນຳພາ ຂອງພັກ.
ພ້ອມກັນນັ້ນ, ທ່ານຍັງໄດ້ກ່າວເຖິງ ທິດທາງການນຳພາຂອງພັກ ໃນຕໍ່ໜ້າວ່າ ພັກປະຊາຊົນປະຕິວັດລາວ ຍັງຈະສືບຕໍ່ ຖອດຖອນ ບົດຮຽນ ອັນເປັນປໂຍດ ຈາກອະດີດທີ່ຜ່ານມາ ແລະ ໃນກອງປະຊຸມເທື່ອນີ້ ຈະມີການຕົກລົງແນວທາງ, ທິດທາງ, ໜ້າທີ່ລວມ, ແຜນນະໂຍບາຍໃໝ່ ແລະ ວາງທິດທາງຊີ້ນຳ ຕໍ່ແຜນພັທນາເສຖກິຈ-ສັງຄົມ ເພື່ອສືບຕໍ່ບູຣະນະ ຣະບອບປະຊາທິປະຕັຍ, ສ້າງບັນດາປະຖົມປັດຈັຍ ໃຫ້ແກ່ການກ້າວເດີນ ສູ່ຈຸດໝາຍສັງຄົມນິຍົມ.
ໃນກອງປະຊຸມ, ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີລາວ ກໍໄດ້ກ່າວຣາຍງານ ກ່ຽວກັບຜົລການຈັດຕັ້ງປະຕິບັດ ແຜນພັທນາ ເສຖກິດ-ສັງຄົມ ແຫ່ງຊາຕ 5 ປີ ຄັ້ງທີ 8 (2016-2020), ເຊິ່ງໃນນັ້ນ ທ່ານໄດ້ກ່າວເຖິງ ບັນຫາທີ່ຣັຖບານລາວ ຍັງບໍ່ສາມາດ ແກ້ໄຂໄດ້ ລວມທັງບັນຫາ ໜີ້ສາທາຣະນະ ແລະ ບັນຫາການເງິນ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
“ບັນຫາໜີ້ສາທາຣະນະ ບໍ່ທັນສາມາດແກ້ໄຂໄດ້ ທີ່ມີລັກສະນະຕັ້ງໜ້າເທື່ອ, ການປະຕິບັດວິນັຍການເງິນ ຢູ່ໃນແຜນການ ຍັງຫຼົ້ມແຫຼວ, ສະຖຽນຣະພາບ ຂອງຣະບົບເງິນຕຣາ ຍັງບອບບາງ, ການສຳຮອງ ເງິນຕຣາຕ່າງປະເທດ ບາງໄລຍະ ຍັງຕ່ຳກວ່າແຜນທີ່ວາງໄວ້.”
ນອກຈາກນີ້, ທ່ານ ທອງລຸນ ຍັງໄດ້ກ່າວເຖິງ ບັນຫາຄົງຄ້າງອື່ນໆ ເປັນຕົ້ນແມ່ນ ການປັບປຸງທາງດ້ານສະພາບແວດລ້ອມ ຂອງການລົງທຶນ ແລະ ການເຮັດທຸຣະກິຈ ຍັງຊອກເຫັນຫຼາຍຈຸດ ທີ່ເປັນຊ່ອງຫວ່າງ ຂອງການຂາດຄວາມໂປ່ງໃສ ລວມທັງບັນຫາ ປະກົດການອັນບໍ່ດີຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ທີ່ຍັງບໍ່ໄດ້ຮັບການແກ້ໄຂ, ໂດຍສະເພາະ ບັນຫາການຫວ່າງງານໃນກຸ່ມຊາວໜຸ່ມລາວ ທີ່ຍັງຢູ່ໃນຣະດັບສູງ ແລະ ການປົກປ້ອງ ຕຳແໜ່ງງານ ໃຫ້ຄົນລາວ ແລະ ການແກ້ໄຂບັນຫາ ຄົນງານຕ່າງປະເທດທີ່ບໍ່ຖືກກົດໝາຍ ກໍຍັງບໍ່ທັນເຂັ້ມງວດ.
ທ່ານ ທອງລຸນ ໄດ້ກ່າວສເນີ ກ່ຽວກັບການຮ່າງ ແຜນພັທນາເສຖກິຈ-ສັງຄົມແຫ່ງຊາຕ 5 ປີ ຄັ້ງທີ 9 (2021-2025) ແລະ ແຜນການຍົກສູງຄຸນນະພາບ ຂອງການພັທນາ ຊັພຍາກອນມະນຸດ ແລະ ການນຳໃຊ້ຄົນງານໜຸ່ມ, ການເພີ່ມຫຼັກສູຕ ການຮຽນ-ການສອນ ເພື່ອສົ່ງເສີມໃຫ້ນັກຮຽນ ມີທັກສະ ໃນການແກ້ໄຂບັນຫາ.
ກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ເທື່ອນີ້, ຊາວລາວຈຳນວນນຶ່ງ ຄຶດວ່າ ອາຈບໍ່ສົ່ງຜົລ ໃຫ້ເສຖກິຈ-ສັງຄົມ ໃນປະເທດ ດີຂຶ້ນທັນທີທັນໃດເທື່ອ ແລະ ເຊື່ອວ່າ ບັນຫາຄົງຄ້າງຕ່າງໆ ກໍຍັງຈະສືບຕໍ່ໄປ. ດັ່ງຊາວລາວ ນາງນຶ່ງ ເວົ້າວ່າ:
“ບໍ່ໜ້າຈະດີຂຶ້ນຕິເບາະ ເພາະວ່າ ຍັງປິດປະເທດຢູ່ ລະກະບໍ່ມີຫຍັງປ່ຽນແປງ ແບບວ່າພັກ ແລະ ຣັຖ ຫັ້ນນ່າ ຍັງຄືເກົ່າ ຍັງບໍຣິຫານແບບເກົ່າ ກະຄືເກົ່າຫັ້ນແຫຼະ. ບໍ່ຄ່ອຍສົນໃຈ ກ່ຽວກັບການເມືອງລາວ ແມ່ນຫຍັງຫັ້ນນ່າ.”
ຂະນະດຽວກັນ, ຊາວລາວອີກທ່ານນຶ່ງ ທີ່ໄດ້ຕິດຕາມ ກອງປະຊຸມໃຫຍ່ນັ້ນ ກໍເວົ້າວ່າ ໄດ້ເບິ່ງຕອນທີ່ນາຍົກຣັຖມົນຕຣີລາວ ກ່າວຣາຍງານ, ແຕ່ກໍບໍ່ໄດ້ສົນໃຈຫຍັງປານໃດ ຍ້ອນເພິ່ນເວົ້າ ຄືດັ່ງທີ່ຜ່ານມາ.
“ໄດ້ເບິ່ງບ່ອນນາຍົກຣາຍງານ ກະບໍ່ໄດ້ສົນໃຈຫຍັງນ່າ ມີແຕ່ວ່າ ຟັງເບິ່ງຊື່ໆ ເບິ່ງເພິ່ນຣາຍງານ ວຽກງານຜ່ານມາ ແລ້ວກະວາງແຜນ 5 ປີຕໍ່ໜ້າ, ຊັ້ນນ່າ. ເວົ້າຄືເກົ່າຫັ້ນແຫຼະ.”
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ມີກຳນົດດຳເນີນໄປ ແຕ່ວັນທີ 13 ມົກກະຣາ ຈົນເຖິງ ວັນທີ 15 ມົກກະຣາ 2021 ນີ້. ໃນນັ້ນ, ຈຸດທີ່ຫຼາຍຄົນສົນໃຈ ກໍແມ່ນການເລືອກເອົາ ເລຂາທິການໃຫຍ່ ຄນະບໍຣິຫານງານ ສູນກາງພັກ, ຄນະກັມມະການ ກົມການເມືອງສູນກາງພັກ ແລະ ຄນະກັມມະການສູນກາງພັກ ເພື່ອປະກອບເປັນຄນະບໍຣິຫານງານ ສູນກາງພັກ ສມັຍທີ 11 ເພື່ອສືບຕໍ່ຈັດຕັ້ງ, ຊີ້ນໍາ ແລະ ນໍາພາ ໃນການບໍຣິຫານປະເທດລາວຕໍ່ໄປ.