ຈົດໝາຍເປີດຊອງຈາກກັມການ ເພື່ອ ຊາດລາວ
2014.09.16
ກັມມະການ ເພື່ອ ຊາດລາວ ທີ່ ມີ ສໍານັກງານ ຢູ່ ປະເທດ ຝຣັ່ງເສສ ໄດ້ ສົ່ງ ຈົດຫມາຍ ເປີດຊອງ ເນື່ອງໃນ ວັນ ປະຊາທິປະຕັຍ ສາກົນ ສະຫະ ປະຊາຊາດ. ໃຈຄວາມ ໃນ ຈົດຫມາຍ ເປີດຊອງ ຣະບຸວ່າ ເນື່ອງ ໃນ ວັນທີ 15 ກັນຍາ ຊຶ່ງ ເປັນວັນ ປະຊາທິປະຕັຍ ສາກົນ ສະຫະ ປະຊາຊາດ ທີ່ ສຳຄັນ ທີ່ທຸກໆ ປະເທດ ໃນໂລກ ໄດ້ພາກັນ ສເລີມ ສລອງ ວັນ ດັ່ງກ່າວ.
ແຕ່ຢູ່ ສປປລາວ ກັບຍັງມີ ນັກໂທດ ການເມືອງ ແລະ ນັກໂທດ ຈິດສຳນຶກ ທີ່ຍັງຖືກ ກັກຂັງ ໃນຄຸກ ທີ່ກຳລັງ ດິ້ນຣົນ ທຸກ ທໍຣະມານ ເກືອບຈະສີ້ນ ລົມຫາຍໃຈ ໂດຍບໍ່ມີ ຜູ້ໃດ ຮູ້ວ່າ ສະພາບການ ໃນຄຸກ ເປັນຢ່າງໃດ ຖືກຂັງ ແບບໃດ. ມີແຕ່ກຸ່ມ ສະມາຊິກ ກົມການເມືອງ ຂອງ ພັກ ປະຊາຊົນ ລາວ ເທົ່ານັ້ນ ທີ່ຮູ້ດີ ກ່ຽວກັບ ຄວາມທຸກ ທໍຣະມານ ຂອງ ນັກໂທດ ເຫຼົ່ານັ້ນ.
ໃນເມື່ອ ສະພາບການ ເປັນແບບນີ້ ກັມມະການ ເພື່ອຊາດລາວ ຂໍປະນາມ ຢ່າງແຮງກ້າ ຄື:
1- ປະນາມ ຕໍ່ການ ປົກຄອງ ແບບ ຜະເດັດການ ຂອງພັກ ຄອມມຸຍນິສ ຜູກຂາດ ພັກດຽວ ທີ່ເຮັດໃຫ້ ປະເທດລາວ ດ້ອຍ ພັທນາ ປະຊາຊົນ ທຸກຍາກ ຂາດຄວາມ ຍຸຕິທັມ ໃນສັງຄົມ ແລະ ການ ສໍ້ຣາສ ບັງຫລວງ ທີ່ ເພີ້ມທະວີ ຄູນ.
2- ປະນາມ ການຈັບກຸມ ຄຸມຂັງ ບັນດາ ກຸ່ມ ຜູ້ຮັກຊາດ ທີ່ຮ້ອງຂໍ ໃຫ້ມີການ ປະຕິຮູບ ການເມືອງ ຢາກໃຫ້ມີ ຄວາມ ປອງດອງຊາດ ເພື່ອໃຫ້ລາວ ມີ ປະຊາທິປະຕັຍ ແລະ ຫຼາຍພັກ ການເມືອງ.
3- ປະນາມ ການຍຶດ ຊັບສິນ ທີ່ດິນ ຂອງ ປະຊາຊົນ ຕາມ ອຳເພີໃຈ ໃຊ້ອໍານາດ ຂົ່ມຂູ່ ເພື່ອ ຜົລປໂຍດ ສ່ວນຕົວ.
4- ປະນາມ ການເຂົ້າມາ ຄອບຄອງ ປະເທດລາວ ຂອງ ຕ່າງຊາດ ໂດຍສະເພາະ ວຽດນາມ ທີ່ໄດ້ເອົາ ທະຫານ ແລະ ພົລເຮືອນ ເຂົ້າມາຢູ່ ໃນ ດິນລາວ ຢ່າງ ຫຼວງຫູາຍ.
5- ປະນາມ ການ ບໍ່ຮັບຮູ້ ຄົນລາວ ຢູ່ ຕ່າງປະເທດ ວ່າເປັນຄົນ ລາວ ຄືກັນ ກັບຄົນລາວ ຢູ່ໃນລາວ.