ນຶ່ງໃນສາມຜູ້ຕ້ອງຫາໄດ້ພົບ ຄອບຄົວ
2016.09.28

ເຈົ້າໜ້າທີ່ລາວ ອະນຸຍາດ ໃຫ້ ນຶ່ງໃນສາມ ຄົນງານລາວ ຜູ້ຕ້ອງຫາ ທີ່ ຖືກຈັບກຸມ ໃນຂໍ້ຫາ ຄະດີ ໂພສ ຂໍ້ຄວາມ ວິຈານ ພັກ-ຣັຖ ຢູ່ ເຟສບຸກ ໄດ້ພົບກັບ ຄອບຄົວ ແລ້ວ.
ທ້າວ ສົມພອນ ພິມມະສອນ ຫລື ເພັດອາຄົມ ອາຍຸ 29 ປີ ປັດຈຸບັນ ຖືກຂັງຢູ່ ຄຸກໂພນທັນ ໄດ້ຮັບ ອະນຸຍາດ ໃຫ້ພົບກັບ ສະມາຊິກ ຄອບຄົວ ໃນວັນທີ 28 ກັນຍາ ທີ່ ຜ່ານມາ ຫລັງຈາກ ທີ່ຖືກຂັງ ຢູ່ຄຸກມືດ ມາໄດ້ຫຼາຍ ເດືອນ. ອີງຕາມ ການບອກເລົ່າ ຂອງ ຄອບຄົວ ທ້າວ ສົມພອນ ຕໍ່ ວິທຍຸ ເອເຊັຽ ເສຣີ.
ນອກຈາກ ທ້າວ ສົມພອນ ພິມມະສອນ ແລ້ວ ຍັງມີ ທ້າວສຸກັນ ໃຈທັດ ອາຍຸ 32 ປີ ແລະ ນາງຫຼອດ ທຳມະວົງ ອາຍຸ 30 ປີ ທັງສາມ ຖືກຂັງຢູ່ຄຸກ ໂພນທັນ ຫລັງຈາກທີ່ ທັງສາມຄົນ ຖືກຈັບ ໃນຕົ້ນປີ 2016 ໃນຂນະທີ່ ເຂົາເຈົ້າ ກັບມາຈາກ ປະເທດໄທ ເພື່ອ ມາເຮັດ ໜັງສື ເດີນທາງ ແລະ ເຮັດບັດ ປະຈຳຕົວ.
ຄອບຄົວ ທ້າວ ສົມພອນ ກ່າວວ່າ ທັງສາມຄົນ ມີກຳນົດການ ຈະຖືກນຳ ຂຶ້ນສານ ຕັດສິນຄະດີ ໃນ ເດືອນຕຸລາ ຈະມາເຖີງນີ້, ແຕ່ທັງ ສາມຄົນ ບໍ່ມີ ທະນາຍຄວາມ ໃນ ການຕໍ່ສູ້ ຄະດີ. ປະຈຸບັນ ແມ່ນໄດ້ ອອກມາຢູ່ ບ່ອນກັກຂັງ ບໍລິເວນ ທາງນອກ ຄຸກມືດ ໄດ້ມາຮຽນ ຈັກ-ສານ ກະຕິບເຂົ້າ ເວລາ ຄອບຄົວ ໄປພົບ ສະພາບ ຈິດໃຈກໍດີ ໃຫ້ມາກອດ ພໍ່ແມ່ ແຕ່ ເຈົ້າໜ້າທີ່ ບໍ່ໃຫ້ລົມກັນ ຫຼາຍ ໃຊ້ເວລາ ປະມານ 15 ນາທີ ເທົ່ານັ້ນ, ແຕ່ ທາງຄອບຄົວ ກໍດີໃຈ ທີ່ເຫັນໜ້າລູກ ສີໜ້າດີ ກວ່າຕອນທີ່ ເຫັນອອກຂ່າວ ຕອນ ຈັບກຸມ ຄັ້ງທຳອິດ. ອີງຕາມ ການບອກເລົ່າ ຂອງ ຄອບຄົວ.
ຄອບຄົວ ຂອງ ທ້າວ ສົມພອນ ກ່າວອີກວ່າ ຄວາມຫວັງ ຜູ້ເປັນພໍ່ແມ່ ກໍຢາກໃຫ້ ທາງການ ຫລຸດຜ່ອນໂທດ ໃຫ້ຍ້ອນ ລູກ ໄດ້ສາຣະພາບ ຜິດແລ້ວ ເພາະວ່າ ເພິ່ນບໍ່ໃຫ້ ມີ ທະນາຍຄວາມ ມາຊ່ວຍ ເວົ້າຄວາມ ເພິ່ນໃຫ້ ເຫດຜົນວ່າ ເປັນຄະດີ ການເມືອງ.
ສ່ວນຄອບຄົວ ທ້າວສຸການ ໃຈທັດ ແມ່ນໄດ້ຂຶ້ນມາ ພົບລູກ ກ່ອນ ກອງປະຊູມ ອາຊຽນ ແຕ່ບໍ່ໄດ້ພົບ ເພາະເພິ່ນວ່າ ເຈົ້າໜ້າທີ່ ບໍ່ສະດວກ ຕິດກອງປະຊຸມ ບອກວ່າ ຫລັງ ກອງປະຊູມ ແລ້ວ ຄ່ອຍມາ ພົວພັນ ເຈົ້າໜ້າທີ່ ອີກ.