ການເຄົາຣົບກົດໝາຍຢູ່ ລາວ

ສະມາຊິກ ສະພາ ແຫ່ງຊາດ ຈາກ ແຂວງຄໍາມ່ວນ ເວົ້າວ່າ ການເຄົາຣົບ ກົດໝາຍ ຢູ່ ສປປລາວ ຍັງອ່ອນຫຼາຍ.

ກະຊວງ ຍຸຕິທັມ ແຫ່ງ ສປປ ລາວ LPDR

ປັດຈຸບັນ ການເຄົາຣົບ ກົດໝາຍ ຢູ່ ສປປລາວ ທັງໃນພາກ ພັກຣັຖ ແລະ ປະຊາຊົນ ຍັງອ່ອນຫຼາຍຢູ່ ຍ້ອນບໍ່ ປະຕິບັດ ຣະບຽບ ກົດໝາຍ ຢ່າງເຄັ່ງຄັດ. ຕາມຄໍາເວົ້າ ຂອງ ສະມາຊິກ ສະພາ ແຫ່ງຊາດ ແຂວງຄໍາມ່ວນ ໃນ ກອງປະຊຸມ ສະພາ ແຫ່ງຊາດ:

"ສະຕິເຄົາຣົບ ກົດໝາຍນີ້ ພວກເຮົາ ຍັງອ່ອນຫຼາຍ ຈັ່ງຊັ້ນ ເພື່ອຢາກໃຫ້ ເຂັ້ມງວດ ເຂັ້ມແຂງນີ້ ຂ້າພະເຈົ້າ ວ່າທຸກຄົນ ຫັ້ນແຫຼະ ນັບຕັ້ງແຕ່ ອົງການ ພັກ-ຣັຖ ທັງໝົດ ທຸກຄົນນີ້ແຫຼະ ຕ້ອງມີສະຕິ ຕ້ອງໄດ້ ຍົກສູງ ສະຕິ ເຄົາຣົບ ກົດໝາຍ ເຮັດກະທໍາ ສໍາລັບ ພະນັກງານ ພວກເຮົາ ເຮັດໄດ້ແຕ່ ສິ່ງກົດໝາຍ ອະນຸຍາດ ສໍາລັບ ປະຊາຊົນ ເຮັດໄດ້ ທັງໝົດ ທີ່ກົດໝາຍ ບໍ່ຫ້າມ ພວກເຮົາ ລະກົດໝາຍ ມີແລ້ວ ພັດພາກັນ ເຮັດບິດເບືອນ ອອກຈາກ ກົດໝາຍ ອັນນັ້ນ".

ຕໍ່ຄໍາເຫັນ ຂອງທ່ານນັ້ນ ຊາວລາວ ຜູ້ນຶ່ງເວົ້າວ່າ ຕົນເຫັນດີນໍາ ເພາະ ທຸກມື້ນີ້ ໂດຍສະເພາະ ແມ່ນແຕ່ ເຈົ້າໜ້າທີ່ ທີ່ຄວນ ເປັນຜູ້ຍົກສູງ ກົດໝາຍແທ້ໆ ກໍຍັງຖືເບົາ ກົດໝາຍ ເປັນຕົ້ນ ເຈົ້າໜ້າທີ່ ຕໍາຣວດ ບາງຄົນ ຍັງຖືກ ຄົນຮັ່ງມີ ຊື້ຈ້າງ ດ້ວຍເງິນ ເຮັດໃຫ້ ສປປລາວ ມີຄໍາເວົ້າ ທີ່ວ່າ ຄົນຮັ່ງ ບໍ່ໄດ້ເຂົ້າຄຸກ ຄົນທຸກ ບໍ່ໄດ້ເຂົ້າ ໂຮງໝໍ ນັ້ນຢູ່:

"ກະສິເຊື່ອໝັ້ນແຫຼະ ເພາະວ່າ ເພິ່ນຮັ່ງເດ໊ ຖ້າແມ່ນ ສົມມຸດ ເພິ່ນມີເງິນ ເພິ່ນກະບໍ່ໄດ້ ຕິດຄຸກລະ ເພິ່ນກະຈ້າງ ຕໍາຣວດ ຈ້າງອິຫຍັງ ບໍ່ເຫັນ ແລ້ວກະແລ້ວ ໄປເລີຍ ຂະເຈົ້າລວຍ ເອົາເງິນຈ້າງ ບໍ່ໄດ້ຕິດຄຸກ ລະກະແລ້ວ ໄປເລີຍ ຜູ້ທຸກ ລະກະຈາວ".

ໃນຂນະທີ່ ເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ ເວົ້າວ່າ ປັດຈຸບັນ ການບໍ່ເຄົາຣົບ ກົດໝາຍ ໃນສັງຄົມ ຫລຸດຜ່ອນ ລົງຫຼາຍ ນັບຕັ້ງແຕ່ ໄດ້ມີການ ປ່ຽນ ຄນະນໍາພັກ ຊຸດໃໝ່ ເປັນຕົ້ນມາ ແລະ ເຈົ້າໜ້າທີ່ ທາງການ ທີ່ ບໍ່ປະຕິບັດ ຕາມກົດໝາຍ ນັ້ນ ກໍຖືກ ປາບປາມແລ້ວ ຫຼາຍຄົນ:

"ວ່າຕະກິ້ ວ່າຄົນລວຍ ບໍ່ໄດ້ຕິດຄຸກ ຄົນທຸກຕິດຄຸກ ບາດນີ້ ບໍ່ຫລີກເວັ້ນ ເຮັດໝົດ ດຽວນີ້ນະ ປາບພວກທີ່ ສໍ້ຣາສ ບັງຫລວງ ອີກ ຂູດຮີດ ພໍ່ແມ່ ປະຊາຊົນ ເພິ່ນເຮັດໝົດ ແລ້ວ ປາບໝົດ".

ຕໍ່ບັນຫານີ້ ຜູ້ໃຊ້ ສື່ສັງຄົມ ອອນລາຍ ຫຼາຍຄົນ ເຫັນວ່າ ການນັບຖື ກົດໝາຍ ຢູ່ ສປປລາວ ຍັງອ່ອນຫຼາຍແທ້ ກົດໝາຍ ຫຼາຍສະບັບ ທີ່ ຖືກບັງຄັບໃຊ້ ໃນ ປັດຈຸບັນ ຍັງບໍ່ສາມາດ ແກ້ໄຂ ບັນຫາ ໄດ້ດີ ເທົ່າທີ່ຄວນ ຍ້ອນ ຜູ້ບັງຄັບໃຊ້ ກົດໝາຍ ຍັງລະຫຼວມ ຢູ່.

ປັດຈຸບັນ ກົດໝາຍ ຫຼາຍສະບັບ ຂອງລາວ ຍັງ ປະຕິບັດ ບໍ່ໄດ້ຜົລດີ ພໍເທົ່າໃດ ເປັນຕົ້ນ ກົດໝາຍ ຕ້ານການ ສໍ້ຣາສ ບັງຫລວງ, ກົດໝາຍ ວ່າດ້ວຍການ ປົກປ້ອງ ແມ່ຍິງ ແລະ ເດັກນ້ອຍ ຕລອດເຖິງ ກົດໝາຍ ວ່າດ້ວຍການ ຄວບຄຸມ ການໃຊ້ ສານເຄມີ ນໍາດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org