ອຶງຊຸຍເມັງຈະພົບຜູ້ຊ່ວຍ ທ.ບາຣັກ
ຜູ້ຊ່ວຍ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະຣັຖ ຈະພົບກັບ ມາດາມ ອຶງ ຊຸຍ ເມັງ ພັລຍາ ຂອງ ທ່ານສົມບັດ.
-
ອຸ່ນແກ້ວ ສຸກສະຫວັນ
2016-09-07 -
-
-
Your browser doesn’t support HTML5 audio
ສຳນັກຂ່າວ AP ຢູ່ນະຄອນຫຼວງວຽງຈັນ ໄດ້ຣາຍງານວ່າ ທ່ານ Ben Rhodes ຮອງ ທີ່ປຶກສາ ຝ່າຍຄວາມໝັ້ນຄົງ ຂອງ ສະຫະຣັຖ ຈະພົບ ກັບ ຍານາງ ອຶງ ຊຸຍ ເມັງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ຜູ້ທີ່ຖືກ ລັກພາຕົວໄປ ໃນເດືອນ ທັນວາ 2012.
ກໍຣະນີ ການລັກພາຕົວ ທ່ານ ສົມບັດ ສົມພອນ ໄດ້ຖືກກຸ່ມ ສິດທິມະນຸດ ຍົກຂຶ້ນມາ ເປັນຕົວຢ່າງ ກໍຣະນີ ການໃຊ້ອຳນາດ ຂອງ ເຈົ້າໜ້າທີີ່ ຣັຖ.
ທ່ານ Ben Rhode ໄດ້ກ່າວ ຕໍ່ນັກຂ່າວ ທ່ານ ຈະພົບກັບ ຍານາງ ອຶງ ຊຸມ ເມັງ ໃນວັນ 8 ກັນຍາ ນີ້ ໃນຂນະທີ່ ປະທານາທິບໍດີ ບາຣັກ ໂອບາມາ ຢ້ຽມຢາມ ລາວ. ບັນດາ ນັກເຄື່ອນໄຫວ ດ້ານ ສິດທິ ມະນຸດ ມີຄວາມ ຄາດຫວັງວ່າ ທ່ານ ບາຣັກ ໂອບາມາ ຈະເວົ້າ ກ່ຽວກັບ ກໍຣະນີ ການລັກພາຕົວ ທ່ານ ສົມບັດ ສົມພອນ.
ເຖິງຢ່າງໃດກໍຕາມ ທ່ານ ປະທານາທິບໍດີ ບາຣັກ ໂອບາມາ ບໍ່ໄດ້ເວົ້າເຖິງ ທ່ານ ສົມບັດ ສົມພອນ ຢ່າງ ເປັນທາງການ, ແຕ່ວ່າ ທ່ານ Ben Rhode ກ່າວວ່າ ພວກເຮົາມີ ຄວາມສົນໃຈ ກ່ຽວກັບ ກໍຣະນີ ຂອງ ຍາງນາງ ອຶງຊຸຍເມັງ ແລະ ສາມີ ຂອງເພິ່ນ ແລະ ພວກເຮົາ ເຊື່ອວ່າ ຍານາງ ອຶງຊຸຍເມັງ ກໍຄົງ ຢາກຮູ້ວ່າ ແມ່ນຫຍັງ ເກີດຂຶ້ນກັບ ສາມີຂອງເພິ່ນ.
ທ່ານ Ben Rhode ກ່າວວ່າ ທ່ານເຄີຍ ໄດ້ພົບ ຍານາງ ອຶງຊຸມເມັງ ໃນຕອນທີ່ ທ່ານມາ ຢ້ຽມຢາມລາວ ໃນຄັ້ງທີ່ ຜ່ານມາ.
ທ່ານ ສົມບັດ ສົມພອນ ຖືກລັກພາຕົວ ໃນວັນທີ 15 ເດືອນ ທັນວາ 2012 ຢູ່ຕໍ່ໜ້າປ້ອມ ຕຳຣວດ ຫລັງຈາກ ທີ່ຖືກ ເຈົ້າໜ້າທີ່ ຕຳຣວດ ຢຸດລົດ ຂອງທ່ານ. ອີງຕາມ ຫລັກຖານຈາກ ກ້ອງວົງຈອນປິດ, ແລະ ນັບແຕ່ນັ້ນ ເປັນຕົ້ນມາ ກໍບໍ່ມີຜູ້ໃດ ເຫັນ ທ່ານ ສົມບັດ ອີກເລີຍ.