ເກົາຫລີເໜືອ20ຄົນ ຮອດເກົາຫລີໃຕ້


2013.06.18
F-n-korea ໃນປີ 1990 ປະເທດ ເກົາຫລີເໜືອ ປະສົບພັຍ ແຫ້ງແລ້ງ ຢ່າງໜັກ ຈົນມີຄົນ ລົ້ມຕາຍ ກວ່າ 3 ລ້ານ ໃນຊ່ວງນັ້ນ ຈື່ງມີ ຄົນອົພຍົບ ເຂົ້າສູ່ ເກົາຫລີໃຕ້ ຢ່າງຫລວງຫລາຍ
RFA

 

ຜູ້ລີ້ພັຍ ຊາວ ເກົາຫລີ ເໜືອ 20 ຄົນ ໄດ້ເດີນທາງ ຈາກລາວ ໄປເຖິງ ເກົາຫລີໃຕ້ ດ້ວຍຄວາມ ປອດພັຍ. ຜູ້ລີ້ພັຍ ຊາວເກົາຫລີ ເໜືອ 20 ຄົນ ເດີນທາງ ເຖິງ ເກົາຫລີໃຕ້ ພາຍຫລັງ ທີ່ໄດ້ຮັບ ການຄຸ້ມຄອງ ຈາກ ສະຖານທູດ ເກົາຫລີໃຕ້ ປະຈໍາລາວ ເປັນເວລາ ຫລາຍ ສັປດາ. ຕາມຣາຍງານ ຂ່າວ Chosun Ilbo ໃນວັນທີ 18 ມີຖຸນາ 2013.

ຂ່າວຣາຍງານ ໂດຍ ອ້າງອີງໃສ່ ແຫລ່ງຂ່າວ ທາງການທູດວ່າ ຜູ້ລີ້ພັຍ ຊາວເກົາ ຫລີເໜືອ ທັງໝົດ 20 ຄົນ ໄດ້ຂຶ້ນຍົນ ຈາກ ນະຄອນຫລວງ ວຽງຈັນ ໄປເຖິງ ເກົາຫລີໃຕ້ ດ້ວຍຄວາມ ປອດພັຍ ແລະ ຈະຕັ້ງ ຖີ່ນຖານຢູ່ ເກົາຫລີໃຕ້ ພາຍຫລັງ ມີການ ສັມພາດ ໂດຍ ທາງການ ກ່ຽວຂ້ອງ. ໃນກຸ່ມນີ້ ມີທັງ ເດັກນ້ອຍ ແລະ ຜູ້ເສັຽອົງຄະ ທີ່ເຄີຍໄດ້ ພັກ ຢູ່ໃນ ສະຖານທູດ ເກົາຫລີໃຕ້ ທີ່ ນະຄອນຫລວງ ວຽງຈັນ ແລະ ດຽວນີ້ ກໍມີ ສຸຂພາບດີ ທຸກຄົນ.

ການເດີນທາງ ເຖິງກຸງໂຊລ ຂອງ 20 ຄົນນີ້ ມີຂຶ້ນ ພາຍຫລັງ ທີ່ມີການສົ່ງ ເຍົາວະຊົນ ເກົາຫລີເໜືອ 7 ຄົນຈາກ ສປປລາວ ຄືນໄປ ເກົາຫລີເໜືອ ຜ່ານຈີນ ເມື່ອວັນທີ 27 ພຶສພາ 2013. ເປັນທີ່ ເຊື່ອກັນວ່າ ມີຊາວ ເກົາຫລີເໜືອ ຫລາຍໝື່ນ ຄົນ ທີ່ໂຕນໜີ ຈາກ ປະເທດ ແລະ ໄດ້ຫລົບລີ້ ຢູ່ໃນຈີນ ໂດຍ ມີຄວາມຫວັງ ວ່າຈະເດີນ ທາງຜ່ານ ລາວ ແລະ ປະເທດ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ອື່ນໆ ໄປເກົາຫລີໃຕ້ ບ່ອນທີ່ ຊາວເກົາຫລີເໜືອ ຫລາຍກວ່າ 25 ພັນຄົນ ອາສັຍຢູ່ ໃນ ປັຈຈຸບັນ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.