ມີຄວາມຮູ້ແຕ່ບໍ່ແມ່ນຄົນ ຂອງພັກ
2016.02.19
ປັນຍາຊົນ ຜູ້ທີ່ມີ ຄວາມຮູ້ ຄວາມສາມາດ ແຕ່ບໍ່ແມ່ນ ເຈົ້າຫນ້າທີ່ ພັກ-ຣັຖ ມີໂອກາດ ຫນ້ອຍ ທີ່ຈະໄດ້ ລົງສມັກ ຮັບເລືອກຕັ້ງ ຍ້ອນບໍ່ມີ ອົງການ ຮັບຮອງ. ກຸ່ມດັ່ງກ່າວ ຫຼາຍຄົນ ກໍ່ປະກອບ ອາຊີບ ຫາລ້ຽງ ຄອບຄົວ ບໍ່ສາມາດ ປະລະ ວຽກງານ ປະຈຳ ໄປເຮັດ ວຽກບ້ານ ການເມືອງ ໄດ້. ດັ່ງຄົນ ນະຄອນຫຼວງ ວຽງຈັນ ຜູ້ນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 18 ກຸມພາ ນີ້ວ່າ:
"ຜູ້ມີຄວາມຮູ້ ຄວາມສາມາດ ມັນ ກະຫຼາຍຢູ່ ແຕ່ວ່າບໍ່ ໄດ້ສັງກັດ ເຂົາເອີ້ນ ຄົນໃນ ຄົນນອກ ເນາະ ຄົນນອກ ມັນບໍ່ມີ ເງີນເດືອນ ກໍຢາກໃຊ້ ຄວາມຮູ້ ຄວາມສາມາດ ຢູ່ ແຕ່ວ່າບໍ່ມີ ເງິນເດືອນ ໃຫ້ກີນ ບໍ່ມີກົດຫມາຍ ວາງວ່າ ຈະກິນ ເດືອນ ເທົ່າໃດ. ບັດນີ້ ຜູ້ສັງກັດ ຄົນໃນ ຂະເຈົ້າ ມີເງີນເດືອນ ຢູ່ແລ້ວ ຜູ້ບໍ່ມີ ເງີນເດືອນ ຈະໄປເຮັດ ຫນ້າທີ່ ໄດ້ຈັ່ງໃດ ມີແຕ່ ຕື່ມວຽກ ເງີນບໍ່ຕື່ມ ຢາກໃຊ້ ຄວາມຮູ້ ຄວາມສາມາດ ມັນກະ ບໍ່ໄດ້ໃຊ້ ຖ້າເພີ່ນ ບໍ່ປ່ຽນໃຫ້".
ກ່ຽວກັບ ເຣື້ອງນີ້ ວິທຍຸ ເອເຊັຽເສຣີ ກໍໄດ້ ສອບຖາມ ໄປຍັງ ຫ້ອງການ ສະພາ ແຫ່ງຊາດ ເຈົ້າຫນ້າທີ່ ສະພາ ທ່ານນື່ງ ອະທິບາຍ ວ່າ ສະມາຊິກ ສະພາ ແຫ່ງຊາດ ໄດ້ຮັບ ເງີນເດືອນ ປະຈຳ ຕຳແຫນ່ງ ເດືອນລະ ປະມານ 5 ແສນກີບ. ນອກຈາກ ເງິນຈາກ ຕົ້ນສັງກັດ ແລ້ວ ທ່ານ ກ່າວວ່າ:
"ນະໂຍບາຍ ສສ ມັນກໍມີ ພີເສດ ຕ່າງຫາກ ຊຸດທີ່ ຜ່ານມານີ້ ເດືອນນຶ່ງ 5 ແສນກີບ ຖືວ່າເດືອນ ປົກກະຕິ ກໍໄດ້ຮັບຢູ່ ແລະ ມີເງີນ ນະໂຍບາຍ ຕ່າງຫາກ".
ຈາກຄຳ ອະທິບາຍ ດັ່ງກ່າວ ຮູ້ວ່າ ຜູ້ເປັນ ສະມາຊິກ ສະພາ ແຫ່ງຊາດ ຈະ ມີຣາຍໄດ້ ສອງທາງ ຄືນື່ງແມ່ນ ເງີນເດືອນ ເດືອນລະ 5 ແສນກີບ ແລະ ສອງແມ່ນ ເງີນ ນະໂຍບາຍ ຈາກຕົ້ນ ສັງກັດ ແຕ່ບໍ່ຮູ້ວ່າ ຫຼາຍນ້ອຍ ປານໃດ. ທາງການລາວ ຈະເລືອກເອົາ ສະມາຊິກ ສະພາ ຊຸດໃຫມ່ ໃນ ວັນທີ 20 ມີນາ ປີນີ້.
ປະຊາຊົນ ທີ່ໃຫ້ ຄຳເຫັນ ເຣື້ອງນີ້ ກ່າວຕື່ມ ອີກວ່າ ນັກປຣາດ ປັນຍາຊົນ ຢູ່ລາວ ສ່ວນນຶ່ງ ແມ່ນຜູ້ ປະກອບ ທຸຣະກິຈ ສ່ວນຕົວ ເຮັດຄ້າຂາຍ, ຂະເຈົ້າ ຕິດແທດກັບ ປະຊາຊົນ ແລະ ຮັບຮູ້ ປັນຫາ ຄວາມທຸກຍາກ ຂອງ ປະຊາຊົນ ດີ.
“ນັກປຣາດ ປັນຍາຊົນ ນອກໆ ຫັ້ນນະ ບາງຄົນ ເຄີຍສັງກັດ ຢູ່ຣັຖ ແຕ່ວ່າໄດ້ ອອກມາ ຍ້ອນຂາດໆເຂີນໆ ອອກມາສ້າງ ເສຖກິຈ ຄອບຄົວ ມາເຫັນປັນຫາ ຢູ່ໃນສັງຄົມ, ພວກຜູ້ ປະກອບການ ມັນຂ້ອງ ມັນຄາແນວໃດ ເປັນຫຍັງ ບໍ່ໄດ້ຊື້ ໄດ້ຂາຍ ດີ, ການເກັບ ອາກອນ ພາສີ ເປັນແນວໃດ ມັນຍັງບໍ່ໄດ້, ພວກນີ້ ໄປລອງເບິ່ງ ແຫມະ. ບັດນີ້ ພວກເປັນ ພະນັກງານ ຢູ່ແຕ່ໃນ, ຫມົດເດືອນ ກິນ ເງິນເດືອນ ບາງເທື່ອ ບໍ່ເຫັນ ຄວາມທຸກ ຄວາມຍາກ ຂອງ ປະຊາຊົນ ຊ້ຳ”.
ປັຈຈຸບັນ ທາງການລາວ ກຳລັງຕຣຽມ ການເລືອກຕັ້ງ ຣະຫວ່າງ ວັນທີ 17-18 ກຸມພາ ນີ້ ສະພາ ແຫ່ງຊາດ ໄດ້ ຈັດອົບຮົມ ແກ່ ຜູ້ສມັກ ຈາກ ທົ່ວປະເທດ ເພື່ອໃຫ້ຜູ້ ສະຫມັກ ຮູ້ກົດຫມາຍ ເລືອກຕັ້ງ ແລະ ຕຣຽມອອກ ໂຄສະນາ ຫາ ສຽງ.