ຊາວບ້ານ ຢາກໃຫ້ຜູ້ແທນ ທີ່ຖືກເລືອກ ແກ້ບັນຫາຫຼາຍຂຶ້ນ

ອຸ່ນແກ້ວ
2021.03.05
ຊາວບ້ານ ຢາກໃຫ້ຜູ້ແທນ ທີ່ຖືກເລືອກ ແກ້ບັນຫາຫຼາຍຂຶ້ນ ຜູ້ແທນທີ່ລົງສມັກເລືອກຕັ້ງ ລົງແນະນຳໂຕ ຕໍ່ປະຊາຊົນ
ນັກຂ່າວພົລເມືອງລາວ

ປ​ະ​ຊາ​ຊົນ​ລາວ​ຫຼາຍ​ຄົນ ຫວັງ​ວ່າ ກອງ​ປະ​ຊຸມ​ຄັ້ງ​​ປະ​ຖົມ​ມະ​ເລິກຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 9 ທີ່​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 22 ມີ​ນາ ທີ່​ຈະ​ມາ​ເຖິງນີ້ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ໃໝ່ ຈະ​ຊ່ວຍ​ແກ້​ໄຂ ຫຼາຍ​ບັນ​ຫາ ເພື່ອ​ເຮັດ​ໃຫ້​ສະ​ພາບ​ຄວາມ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ດີ​ຂຶ້ນ ລວມ​ທັງ​ບັນ​ຫາ​ທີ່​ປະ​ຊາ​ຊົນ​ຢູ່​ທ້ອງ​ຖິ່ນ​ໄດ້​ຮ້ອງ​ທຸກ​ໄປ. ປະ​ຊາ​ຊົນ ຢູ່​ແຂວງວຽງ​ຈັນ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 4 ມີ​ນາ ວ່າ:

"ໂອ້​ກະ​ຢາກ​ໃຫ້​ເພິ່ນ​ແກ້​ໄຂ ຫຼາຍ​ຢ່າງ​ຫັ້ນ​ແຫຼະຍາກ​ໃຫ້​ເພິ່ນ​ຊ່ວຍ​ເຫຼືອ ​ແດ່​ໂອ ມັນ​ກະ​ຂາດ​ຕົກ​ບົກ​ຜ່ອງໄປ​ຫຼາຍ ເປັນ​ຄ່າ​ນ້ຳ ຄ່າ​ໄຟ​ຟ້າບໍ່ ກະ​ຢາກ​ໃຫ້​ເພິ່ນ​ຊ່ວຍ​ເຫຼືອ​ຫັ້ນ​ແຫຼະ ມັນ​ກະ​ຄື​ວ່າ ຂາດ​ຕົກ​ບົກ​ຜ່ອງ​ຫຼາຍ​ຢ່າງ."

ທ່ານ ເວົ້າ​ຕື່ມວ່າ ລາວ​ບໍ່​ສາ​ມາດ​ຄາດ​ການ​ໄດ້​ເທື່ອ​ວ່າ ຕຳ​ແໜ່ງ​ສໍ​າ​ຄັນຕ່າງໆຂອງຄະ​ນະ​ບໍ​ຣິ​ຫານ​ງານ​ຊຸດ​ໃໝ່ ເປັນ​ຕົ້ນ ນາ​ຍົກ​ຣັ​ຖ​ມົນ​ຕຼີຄົນ​ໃໝ່ ຫຼື ປະ​ທານ​ສະ​ພາ​ຄົນ​ໃໝ່ ຈະ​ເປັນ​ໃຜ ແຕ່​ກໍ​ຢາກ​ໃຫ້​ຄະ​ສະ​​ພາແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ ​ຊຸດ​ໃໝ່ ເອົາ​ໃຈ​ໃສ່ແກ້​ໄຂ​ເລື່ອງ​ຊີ​ວິດ​ຄວາມ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເປັນ​ຫຼັກ.

ຊາວ​ລາວແຂວງ​ໄຊ​ຍະ​ບູ​ລີ ຢາກ​ໃຫ້​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ໃໝ່​ນີ້ ເນັ້ນ​ຫາ​ລື​ການ​ແກ້​ໄຂ​ບັນ​ຫາ​ດ້ານ​ການ​ທ່ອງ​ທ່ຽວ​ເປັນ​ຫຼັກ ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະ​ກອບ​ການ​ທຸ​ລະ​ກິດ ດ້ານ​ການ​ທ່ອງ​ທ່ຽວ ທີ່​ປະ​ສົບ​ບັ​ນ​ຫາ​ຂາດ​ລາຍ​ໄດ້ ໃນ​ໄລ​ຍະ​ໂຄວິດ​ລະ​ບາດ.

"ແລ້ວ​ແຕ່​ໂອ​ກາດ​ລະ​ຕິ ເພາະ​ວ່າ ກະ​ຢາກ​ໃຫ້​ເພິ່ນ​ແກ້​ໄຂ​ກະ​ຄື​ແຂກ​ຄົນ​ນີ້ແຫຼະ​ເນາະ ນະ​ໂຍ​ບາຍ​ຫຼັກໆ ຫັ້ນ​ນະ ນະ​ໂຍ​ບາຍ​ແບບບໍ່​ຕ້ອງ​ເຂົ້າ​ຍາກວ່າ​ຊັ້ນ​ຊະ ຄັນ​ເພິ່ນ​ນະ​ໂຍ​ບາຍບໍ່​ຈຳ​ກັດ​ຫຼາຍ ກະ​ຄື​ແຂກ​ຊິ​ໄປ​ງ່າຍ​ມາ​ງ່າຍ ກະ​ຄື​ຊິ​ໂອ​ເຄ​ຢູ່."

ສ່ວນ​ວ່າ ເຈົ້າ​​ຂອງ​ທຸ​ລະ​ກິດ​ທ່ອງ​ທ່ຽວ ຢູ່​ແຂວງ​ອັດ​ຕະ​ປື ກໍ​ມີ​ຄວາມ​ຫວັງ​ວ່າ ຄະ​ນະ​ສະ​ພາ​ແຫ່ງ​ຊາດຊຸດ​ໃໝ່ ຈະ​ຊ່ວຍ​ປັບ​ປຸງ​ເລື່ອງ​ການ​ທ່ອງ​ທ່ຽວພາຍ​ໃນ​ປະ​ເທດ​ເປັນ​ຫຼັກ ໂດຍ​ສະ​ເພາະ​ການ​ສ້າງ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກແກ່​ການ​ທ່ອງ​ທ່ຽວ​ໃຫ້​ດີ​ຂຶ້ນ.

“ກະ​ແກ້​ໄຂ​ເລື່ອງ​ທ່ອງ​ທ່ຽວ​ນີ້​ແຫຼະ ຄັນ​ວ່າ​ບ້ານ​ເຮົາ​ແຫຼ່ງ​ທ່ອງ​ທ່ຽວຫຼາຍ ຢາກ​ພັດ​ທະ​ນາ​ຂຶ້ນ ຖະ​ໜົນ​ຫົນ​ທາງ ເລື່ອງ​ການ​ທ່ອງ​ທ່ຽວ​ອີ່​ສັງ​ນີ້ນະ ມັນ​ຊິ​ດີກວ່າ​ເກົ່າ​ຫັ້ນ​ນະ."

ໃນ​ຂະ​ນະ​ດຽວ​ກັນ​ ຊາວ​ລາວ​ອີກທ່າ​ນ​ນຶ່ງ ກໍບໍ່​ໄດ້​ຕັ້ງ​ຄວາມ​ຄາດ​ຫວັງ​ອັນ​ໃດ ຕໍ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 9 ແລ​ະ ບໍ່​ມີ​ແນວ​ຄິດ​ທີ່​ຈະ​ສະ​ເໜີ​ໃຫ້​ບັນ​ດາ​ຜູ້​ແທນ​ແກ້​ໄຂ​ບັນ​ຫາ​ຕ່າງໆ.

"ບໍ່​ທັນ​ຄິດ​ເດ້​ໃຫ້​ແກ້​ໄຂ​ຫຍັງ ເຮົາ​ແມ່ນ​ຂັ້ນ​ນ້ອຍ​ເນາະ ມັນ​ບໍ່​ຄື​ຜູ້​ໃຫຍ່ ບໍ່​ຢາກ​ສະ​ເໜີ​ໄປ​ຫຼາຍດອກ ປະ​ຊາ​ຊົນ​ເດ້ ເພິ່ນ​ເຮັດ​ມາ​ແລ້ວ ຈັດ​ຕັ້ງ​ປະ​ຕິ​ບັດ."

ໃນ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 9 ມີ​ກຳ​ນົດຈັດ​ຂຶ້ນ ​ໃນ​ວັນ​ທີ 22 ມີ​ນາ ເພື່ອ​ພິ​ຈາ​ລະ​ນາ​ຮັບ​ຮ້ອງ​ເອົາ​ໂຄງ​ປະ​ກອບ​ກົງ​ຈັດຂອງ​ຣັ​ຖ ລວມ​ທັງ​ການ​ປະ​ກາດ​ລາຍ​ຊື່ ນາ​ຍົກ​ຣັ​ຖ​ມົນ​ຕຼີ, ປະ​ທານ​ປະ​ເທດ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ຕຳ​ແໜ່ງ​ທີ່​ສຳ​ຄັນ​ອື່​ນໆ, ແຕ່ ຍັງ​ບໍ່​ທັນ​ມີ​ເອ​ກະ​ສານ​ປະ​ກາດ​ຢ່າງ​ເປັນ​ທາງ​ການ. ເຈົ້າ​ໜ້າ​ທີ່​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ກ່າວ​ວ່າ: 

"ໂອ​ໂຕນີ້ ຍັງ​ຕອບບໍ່​ທັນ​ໄດ້​ເມື່ອນະ ເພາະ​ວ່າ ຍັງ​ບໍ່​ທັນ​ມີ​ເອ​ກະ​ສານ​ເຂົາ​ອອກ​ມາ ເພິ່ນ​ຍັງ​ບໍ່​ທັນ​ເປັນ​ເປັນ​ເອ​ກະ​ພາບ​ກັນ​ອອກ​ມາ​ເທື່ອ ບໍ່​ແນ່ນອນ​ເທື່ອ ກະ​ບໍ່​ຮູ້​ນຳ​ເພິ່ນ ເພາະ​ວ່າ ເພິ່ນ​ຍັງ​ບໍ່​ທັນ​ເປັນ​ເອ​ກະ​ພາບ​ເທື່ອ​ເນາະ."

ອີງຕາມ​ລາຍ​ຊື່​ກຳ​ມະ​ການ​ກົມ​ການ​ເມືອງສູນ​ກາງ​ພັກ ນັບ​ແຕ່​ອັນ​ດັບ​ທີ 1 ຫາ ທີ 5 ຈະ​ຖືກ​ບັນ​ບັນ​ຈຸ​ເຂົ້າ​ຮັບ​ຕຳ​ແໜ່ງ​ທີ່​ສຳ​ຄັນ.

ແຫຼ່ງ​ຂ່າວ​ຜູ້​ທີ່​ໃກ້​ຊິດເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ ໄດ້​ກ່າວ​ວ່າ: ທ່ານ ທອງ​ລຸນ ສີ​ສຸ​ລິດ ຈະ​ເປັນ​ປະ​ທານ​ປະ​ເທດ, ແລະ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ທີ່ ທ່ານ ພັນ​ຄຳ ວິ​ພາ​ວັນ ຈະ​ຖືກ​ແຕ່ງ​ຕັ້ງ ເປັນ​ນາ​ຍົກ​ຣັ​ຖ​ມົນ​ຕຼີ ຄົນ​ໃໝ່ ແລະ ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ຈະ​ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ແຕ່​ຕ້ອງ​ລໍ​ຖ້າ ມື້​ປະ​ກາດ​ຢ່າງ​ເປັນ​ທາງ​ການ ຖ້າບໍ່​ມີ​ການ​ປ່ຽນ​ແປງ​ຫຍັງ.  

ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 9 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງຊຸ​ທີ 2 ມີ​ຂຶ້ນ​ໃນ​ວັນ​ທີ 21 ກຸມ​ພາ ທີ່​ຜ່ານ​ມາ ແລະ ຈະ​ມີ​ການ​ປະ​ກາດ​ຜົນ​ຢາງ​ເປັນ​ທາງ​ການ​ໃນ​ວັນ​ທີ 5 ມີ​ນາ.

ຜູ້​ລົງ​ສະ​ໝັກ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ມີ​ທັງ​ໝົດ 224 ຄົນ ແລະ ຈະ​ຖືກ​ເລືອກ​ເອົາ 164 ຄົນ ສ່ວນ​ວ່າ ຜູ້​ລົງ​ສະ​ໝັກ​ເລືອກ​ຕັ້ງ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ​ມີ​ທັງ​ໝົດ 789 ຄົນ ແລະ ຈະ​ຖືກຄັດ​ເລືອກ​ເອົາ 492 ຄົນ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.