ເມື່ອ ບໍ່ດົນ ມານີ້ ສະພາ ແຫ່ງຊາດ ລາວ ຮ່ວມກັບ ກະຊວງ ພລັງງານ ແລະ ບໍ່ແຮ່, ກະຊວງ ແຜນການ ແລະ ການ ລົງທຶນ, ກະຊວງ ຍຸທຕິທັມ, ກະຊວງ ກະສິກັມ ແລະ ປ່າໄມ້ ແລະ ກະຊວງ ຊັພຍາກອນ ທັມມະຊາດ ພ້ອມ ຣັດ ວິສາຫະກິດ ໄຟຟ້າ ລາວ ແລະ ພາກ ສ່ວນ ທີ່ ກ່ຽວຂ້ອງ ໄດ້ ປຶກສາ ຫາລື ກັນ ກ່ຽວກັບ ການ ປັບປຸງ ຮ່າງ ມະຕິ ວ່າດ້ວຍ ການ ຄຸ້ມຄອງ ການ ລົງທຶນ ຂອງ ຣັຖ ໃນ ຂແນງ ພລັງງານ ໄຟຟ້າ ພາຍຫລັງ ທີ່ ກວດ ພົບວ່າ ມີບັນຫາ ຄວາມ ບໍ່ໂປ່ງໄສ ໃນ ໂຄງການ ສ້າງ ເຂື່ອນ ໄຟຟ້າ ຫລາຍແຫ່ງ ໃນລາວ ໃນ ຣະຍະ ທີ່ ຜ່ານມາ. ດັ່ງ ເຈົ້າຫນ້າທີ່ ກັມມະທິການ ເສຖກິດ ແຜນການ ການເງິນ ຂອງ ສະພາ ແຫ່ງຊາດ ທ່ານນຶ່ງ ກ່າວຕໍ່ ຜູ້ສື່ ຂ່າວ ໃນ ວັນທີ 9 ເມສາ ຜ່ານມາ ວ່າ:
"ຄືວ່າ ເພິ່ນ ກຳລັງ ສ້າງ ມະຕິ ບໍ່ທັນໄດ້ ອອກ ຕົກລົງ ອີ່ຫຍັງ ເທື່ອດອກ ແຕ່ ເພິ່ນ ຍັງສ້າງຢູ່ ກຳລັງ ກະຕຽມຢູ່ ແຕ່ວ່າ ຍັງບໍ່ທັນ ຕົກລົງ ຍັງບໍ່ທັນ ໄດ້ເປັນ ເອກພາບ ກັນ ເທື່ອດອກ ຍັງຊີ່ໄດ້ ຜ່ານ ຄນະ ຣັຖບານ ເພິ່ນອີກ ຍັງຢູ່ ໃນ ຂັ້ນຕອນ ຄົ້ນຄວ້າ ວ່າ ຊັ້ນສາ ຄົ້ນຄວ້າ ເພື່ອ ອອກ ມະຕິ".
ທ່ານ ກ່າວ ຕື່ມວ່າ ການ ປັບປຸງ ຮ່າງ ມະຕິ ວ່າດ້ວຍ ການ ພິຈາຣະນາ ຮອງຮັບ ໂຄງການ ລົງທຶນ ຂອງ ຣັຖ ຂແນງ ພລັງງານ ໄຟຟ້າ ນັ້ນ ໄດ້ ດຳເນີນ ມາແຕ່ດົນ ແລ້ວ ພາຍຫລັງ ທີ່ໄດ້ ມີ ການ ແລກປ່ຽນ ບົດຮຽນ ຈາກ ນັກ ຊ່ຽວຊານ ແລະ ນັກ ວິຊາການ ຈາກ ພາກ ສ່ວນ ຕ່າງໆ ເປັນ ເວລາ 2 ປີ ແລະ ໃນ ປີນີ້ ຖືວ່າເປັນ ປີ ທີ່ ສະພາ ແຫ່ງຊາດ ມີ ຄວາມພ້ອມ ທີ່ ຈະສເນີ ໃຫ້ ພາກສ່ວນ ທີ່ ກ່ຽວ ຂ້ອງ ພິຈາຣະນາ ເພື່ອ ຂໍ ຄຳເຫັນ ກ່ອນຈະ ອອກ ມະຕິ ເຫັນດີ ເປັນ ເອກສັນ.
ອີງຕາມ ຂໍ້ມູນ ຈາກ ສະພາ ແຫ່ຊາດ ການ ປັບປຸງ ຮ່າງ ມະຕິ ດັ່ງກ່າວ ແມ່ນ ເພື່ອແນໃສ່ ຫລຸດຜ່ອນ ບັນຫາ ການ ສໍ້ຣາສ ບັງຫລວງ ໃນ ໂຄງການ ໄຟຟ້າ ແຫ່ງ ຕ່າງໆ ໃນລາວ ແລະ ເພີ້ມ ຄວາມ ໂປ່ງໄສ ໃນ ການ ຄຸ້ມຄອງ ທີ່ ພົວພັນ ໄປ ເຖິງ ຜົລປໂຍດ ຂອງຊາດ ເພື່ອ ຄ້ຳປະກັນ ໂຄງການ ພັທນາ ເສຖກິດ ສັງຄົມ ທີ່ ຍືນຍົງ ຂອງ ຣັຖບານ. ຮ່າງ ມະຕິ ດັ່ງກ່າວ ຈະ ປະກອບ ດ້ວຍ 6 ພາກ ແລະ 27 ມາດຕຣາ.