ອາຊີບເອື້ອຍລ້ຽງເປັນຂອງ ຄົນໄທ

ມະນີຈັນ
2014.08.13
f-default ອາຊີບເອື້ອຍລ້ຽງ ເປັນຂອງ ຄົນໄທ ໂດຍສະເພາະ
RFA

 

ທ່ານ ສຸເມດ ມະໂຫສົດ ເອກ ອະທິບໍດີ ກົມຈ້າງງານ ຂອງໄທ ກ່າວ ເມື່ອວັນທີ 11 ສິງຫາ 2014 ວ່າ ອາຊີບ ເອື້ອຍລ້ຽງ ເປັນອາຊີບ ທີ່ ສງວນໄວ້ ສຳລັບຄົນໄທ ເທົ່ານັ້ນ ຂນະທີ່ ຄົນງານ ພະມ້າ ລາວ ແລະ ກັມພູຊາ ສາມາດ ເຮັດວຽກ ເປັນແມ່ບ້ານ ເປັນຜູ້ຊ່ວຍ ວຽກຢູ່ໃນ ບ້ານເຮືອນ. ຕາມມະຕິ ສະບັບໃໝ່ ຂອງ ທາງການໄທ.

ຄຳຢືນຢັນ ຂອງ ທ່ານ ສຸເມດ ມີຂຶ້ນ ພາຍຫລັງ ດຣ. ດວງພອນ ອາສວາຣະຈັນ ຮອງ ຜູ້ອຳນວຍການ ໂຮງ ພຍາບານ ພຣະນະຄອນ ສີອະຢຸທຢາ ໄດ້ສະແດງ ຄວາມເປັນຫ່ວງ ກ່ຽວກັບ ອິທິພົລ ຂອງ ເອື້ອຍລ້ຽງ ແລະ ແມ່ບ້ານ ທີ່ມາຈາກ ສະພາບ ແວດລ້ອມ ທາງ ວັທນະທັມ ແລະ ສັງຄົມ ທີ່ ແຕກຕ່າງກັນ ນັ້ນ ຕໍ່ການ ພັທນາຂອງ ເດັກນ້ອຍ ໂດຍສະເພາະ ສຳລັບ ເດັກເຍົາວັຍ ທີ່ ຮຽນຮູ້ ໂດຍຜ່ານ ການສັງເກດ ແລະ ຮຽນແບບ.

ຄົນງານ ຍ້າຍຖິ່ນ ຫລາຍຄົນ ໄດ້ ຂຶ້ນທະບຽນ ເພື່ອເຮັດວຽກ ເປັນ ເອື້ອຍລ້ຽງ ແລະ ເປັນຜູ້ຊ່ວຍ ວຽກບ້ານ ການເຮືອນ ຫລື ເປັນແມ່ ບ້ານ ຊຶ່ງ ຂຶ້ນທະບຽນ ຢູ່ສູນ ໃຫ້ ບໍຣິການ ບ່ອນດຽວ. ດຣ. ດວງພອນ ກ່າວກ່ອນໜ້າ ນີ້ວ່າ ເດັກນ້ອຍ ທີ່ ມີເອື້ອຍລ້ຽງ ເປັນຄົນງານ ຍ້າຍຖີ່ນ ຈະເອົາ ແບບຢ່າງ ກິຣິຍາ ທ່າທາງ ຂອງ ຜູ້ເປັນ ເອື້ອຍລ້ຽງ ແລະ ພວກເຂົາ ຈະເຕີບໂຕ ໂດຍມີ ການປະພຶດ ມີ ກິຣິຍາ ທ່າທາງ ແລະ ການຕິດຕໍ່ ເວົ້າຈາ ກັບຄົນອື່ນ ທີ່ ຄ້າຍຄືກັນ ກັບເອື້ອຍລ້ຽງ ຂອງພວກເຂົາ. ທ່ານ ສຸເມດ ຮຽກຮ້ອງ ໃຫ້ ຜູ້ເປັນພໍ່ແມ່ ລ້ຽງລູກ ດ້ວຍຕົນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.