ໜ່ວຍກູ້ພັຍຊອກໄດ້ 43 ສົບແລ້ວ


2013.10.21
F-rescue ຍາຕພີ່ນ້ອງ ພາກັນໃຫວ້ພະວັນນາ ໃຫ້ຜູ້ປະສົບເຄາະຮ້າຍ ຈາກເຮືອບິນຕົກ ທີ່ເມືອງໂພນທອງ ແຂວງຈໍາປາສັກ ໄປທີ່ດີເຖິງສຸຂ ສູ່ສວງສວັນ.
AFP PHOTO / PORNCHAI KITTIWONGSAKUL

 

ຄນະກັມມະການຊອກຄົ້ນແລະກູ້ພັຍຂອງລາວຖແລງໃນມື້ວານນີ້ວ່າ ໜ່ວຍກູ້ພັຍໄດ້ຊອກພົບຜູ້ເສັຍຊີວິດ ຈາກອຸບັດຕິເຫດ ເຮືອບິນຕົກ ແລ້ວ 43 ສົບ ໃນຈໍານວນ 49 ຄົນ ທີ່ຂີ່ຍົນລໍາ ທີ່ໄດ້ຕົກລົງໃສ່ແມ່ນໍ້າຂອງ ທີ່ເມືອງໂພນທອງ ເມື່ອວັນພຸດ ທີ 16 ຕຸລາ ຜ່ານມາ.

ໃນຈໍາຈວນສົບທີ່ນໍາຊອກໄດ້ຕື່ມອີກນັ້ນມີນັກບິນ 2 ສົບ ພະນັກງານການບິນ 2 ສົບ ແລະນາຍຊ່າງເຕັກນິກຍົນ 1 ສົບ. ສໍາລັບສົບຊາວຕ່າງ ປະເທສ ໄດ້ເອົາມາໄວ້ທີ່ວັດຈີນແລະສົບຄົນລາວ 9 ສົບ ໄດ້ເອົາໄປໄວ້ທີ່ວັດພະບາດ ເມືອງປາກເຊ. ອີງຕາມໜັງສືພິມ Vientiane Times ຂອງທາງ ການລາວໃນວັນທີ 20 ຕຸລາ 2013 ນີ້.

ຣາຍງານວ່າອໍານາດການປົກຄອງແຂວງຈໍາປາສັກ ຈະໄດ້ທໍາພິທີຊາປະນະກິຈສົບ ໃຫ້ຜູ້ທີ່ເສັຍຊີວິດໃນຄັ້ງນີ້ຢູ່ຫລັກ 4 ເມືອງປາກເຊ ພ້ອມ ກັນນັ້ນກໍໃຫ້ມີ ພິທີໄວ້ອາໄລພ້ອມກັນ 1 ນາທີ ທົ່ວປເທສ. ການຊອກຫາສົບຜູ້ເສັຍຊີິວິດຍັງດໍາເນີນ ຕໍ່ໄປ. ເຈົ້າໜ້າທີ່ລາວ ໄດ້ປະສານງານ ຮ່ວມກັບທິມງານຂອງໄທຍ໌ ໃນການຊອກຫາຮ່າງຍົນ ແລະຫວັງວ່າຈະສາມາດສລຸບເຖິງສາເຫດ ຂອງອຸບັດຕິເຫດ ທີ່ເກີດຂຶ້ນນີ້ໄດ້.

ທ່ານ ຢາກົວ ລໍປາງກາວ ຫົວໜ້າກົມການບິນພົລເຮືອນຂອງລາວ ເວົ້າຕໍ່ Vientiane Times ໃນວັນອາທິດນີ້ວ່າເຈົ້າໜ້າທີ່ຍັງບໍ່ທັນຊອກຄົ້ນ ເຫັນ ຮ່າງລໍາຍົນນັ້ນໄດ້ ທັງໝົດເທື່ອ. ຍົນໂດຍສານລໍາທີ່ເກີດອຸບັດຕິເຫດ ຕົກລົງໃສ່ແມ່ນໍ້າຂອງ ເມື່ອວັນທີ 16 ຕຸລາ 2013 ມີຄົນທັງໝົດ 49 ຄົນ. ໃນນັ້ນ ນັກບິນ 2 ຄົນ, ນາຍຊ່າງ 1 ຄົນ, ຜູ້ໂດຍສານ 44 ຄົນ. ມີຄົນລາວ 16 ຄົນ, ຊາວຝຣັ່ງເສສ 7 ຄົນ, ຊາວອອສເຕຣ ລຽນ 6 ຄົນ, ຊາວໄທຍ໌ 5 ຄົນ, ຊາວເກົາຫລີ 3 ຄົນ, ຊາວວຽດນາມ 2 ຄົນ, ຊາວອະເມຣິກັນ, ຊາວກາເນດຽນ, ຊາວຈີນ, ຊາວມາເລ ເຊັຍ 1ຄົນ, ຊາວຈີນ 1 ຄົນ ຊາວໃຕ້ຫວັນ 1 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.