ເຄືອຂ່າຍແມ່ນໍ້າຂອງ ຮຽກຮ້ອງ ຢຸດເຂື່ອນ
ເຄືອຂ່າຍ ອະນຸຮັກ ແມ່ນໍ້າຂອງ ໃນໄທ ຮຽກຮ້ອງ ໃຫ້ ຣັຖບານລາວ ທົບທວນ ແຜນ ໂຄງການສ້າງ ເຂື່ອນ ປາກລາຍ.
-
ໄຊຍາ
2018-09-10 -
-
-
Your browser doesn’t support HTML5 audio
ເຄືອຂ່າຍອະນຸຮັກ ແມ່ນໍ້າຂອງໃນໄທ ຮຽກຮ້ອງໃຫ້ ຣັຖບານລາວ ທົບທວນແຜນການສ້າງເຂື່ອນປາກລາຍ ທີ່ຈະສົ່ງຜົລກະທົບ ຕໍ່ຊີວິດ ການເປັນຢູ່ ຂອງປະຊາຊົນ ແລະສີ່ງແວດລ້ອມ ຢ່າງຫລວງຫລາຍ ຍ້ອນວ່າຜ່ານມາ ເຂື່ອນຕ່າງໆ ທີ່ຣັຖບານລາວ ສ້າງໃສ່ ແມ່ນໍ້າຂອງ ກໍ່ສົ່ງຜົລກະທົບຫລາຍແລ້ວ ຕໍ່ປະຊາຊົນ ແລະ ສີ່ງແວດລ້ອມ ເຊີ່ງຍັງບໍ່ໄດ້ ຮັບການແກ້ໄຂ. ດັ່ງທີ່ທ່ານ ນິວັດ ຮ້ອຍແກ້ວ ປະທານກຸ່ມຮັກ ຊຽງຂອງ ປະເທດໄທ ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນວັນທີ 6 ກັນຍາ ນີ້ວ່າ:
"ເຂື່ອນປາກລາຍບໍ່ຄວນທີ່ຈະຍົກຂຶ້ນມາເວົ້າ ເພາະວ່າໃນຂະບວນການຕ່າງໆ ຫລືວ່າໃນເຣື່ອງເຂື່ອນ ຂນະນີ້ມັນກໍ່ຍັງມີບັນຫາ ເກີດຂຶ້ນ ຫລາຍພໍສົມຄວນ ໃນລາວ ໃນແມ່ນໍ້າຂອງ ບັນຫາຕ່າງໆ ມັນເກີດຂຶ້ນກໍ່ເຣື່ອງ ຂອງຜົລກະທົບຕ່າງໆ ນີ້ທີ່ຍັງບໍ່ໄດ້ ຮັບການແກ້ໄຂ ກໍ່ມີຢູ່ ເພາະສະນັ້ນ ເຂື່ອນປາກລາຍ ນີ້ທີ່ຈິງແລ້ວມັນບໍ່ສົມຄວນ ທີ່ຈະຍົກຂຶ້ນມາ ເພາະວ່າເຂື່ອນປາກແບງ ມັນກໍ່ຍັງຄາກັນຢູ່."
ທ່ານ ນິວັດ ກ່າວຕໍ່ວ່າ ໃນຖານະນັກອະນຸຮັກແມ່ນໍ້າຂອງ ຢາກໃຫ້ຣັຖບານລາວ ຢຸດເວົ້າເຖີງ ຫລືເດີນໜ້າໂຄງການເຂື່ອນປາກລາຍ ຖ້າຈຳເປັນຕ້ອງໄດ້ສ້າງແທ້ ກໍ່ຂໍໃຫ້ລໍຖ້າຈົນກ່ວາເຂື່ອນອື່ນໆ ທີ່ຍັງມີບັນຫາ ໄດ້ຮັບການແກ້ໄຂກ່ອນ.
ທ່ານບອກອີກວ່າ ຣັຖບານລາວຄວນເອົາບົດຮຽນ ຈາກເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍ ທີ່ແຕກຢູ່ເມືອງສະໜາມໄຊ ແຂວງອັດຕະປື ມາໃຊ້ໃຫ້ເກີດປະໂຫຍດ ໂດຍການຄິດທົບທວນ ໃຫ້ລະອຽດຮອບດ້ານ ທັງໂຄງຮ່າງພື້ນຖານ ການກໍ່ສ້າງ, ວັສດຸ ອຸປກອນທີ່ໃຊ້ກໍ່ສ້າງ, ຜົລກະທົບດ້ານຕ່າງໆ ແລະ ສຳຄັນທີ່ສຸດແມ່ນຕ້ອງຄ່ອຍໆ ສຶກສາໃຫ້ໝັ້ນໃຈວ່າ ເຂື່ອນສາມາດທົນຕໍ່ສະພາບພັຍ ທຳມະຊາດ ທີ່ອາດຈະ ເກີດຂຶ້ນໄດ້ຕລອດເວລາ ເປັນຕົ້ນພະຍຸ, ຝົນຕົກແຮງ ເພື່ອບໍ່ໃຫ້ປະຊາຊົນລາວ ແລະປະຊາຊົນ ປະເທດເພື່ອນບ້ານ ຕົກເປັນຜູ້ເຄາະຮ້າຍ ຕື່ມອີກ. ດັ່ງທ່ານກ່າວຕື່ມວ່າ:
"ເຣື່ອງເຂື່ອນມັນບໍ່ແມ່ນພລັງງານສະອາດ ແລ້ວ ໃນປະຈຸບັນ ເຊີ່ງເຂື່ອນເຊປຽນ-ເຊນໍ້ານ້ອຍ ມັນເຫັນຈະແຈ້ງເລີຍວ່າ ມັນຂ້າຊີວິດມະນຸດ ຊໍ່າໃດ ແລ້້ວການຂ້າຊີວິດມະນຸດ ຢ່າງ ເຊປຽນ-ເຊນໍ້ານ້ອຍ ທີ່ມັນເປັນການຂ້າແບບເລັ່ງດ່ວນ. ແຕ່ເຂື່ອນຫຼາຍ ເຂື່ອນ ທີ່ມັນສ້າງຂື້ນມາແລ້ວ ຂ້າຊີວິດມະນຸດ ເທື່ອລະນ້ອຍຕລອດມັນແຮງຊໍ້າ ໃຫ້ຊີວິດມະນຸດ ຢູ່ຍາກຢູ່ລຳບາກ ມີຄວາມທຸກຍາກຫລາຍຂື້ນ ທຸກໆເຂື່ອນທີ່ເກີດຂຶ້ນ ຜູ້ຄົນມີຜົລກະທົບໝົດ."
ສຳລັບໂຄງການເຂື່ອນປາກລາຍ ນັ້ນເປັນຂອງ ບໍຣິສັດ ພາວເວີໄຊນາ ເຈົ້າຂອງເຂື່ອນນໍ້າອູ ທັງ 7 ແຫ່ງ ທາງພາກເໜືອ. ເຂື່ອນແຫ່ງນີ້ ຈະສ້າງ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ ປະຈຸບັນໄດ້ຜ່ານ ຂັ້ນຕອນການສຶກສາ ແລະ ສຳຣວດຄວາມເປັນໄປໄດ້ ແລ້ວແລະໃນໄວໆນີ້ ຈະມີກອງປະຊຸມປຶກສາຫາລືກັນ ລ່ວງໜ້າຂອງຜູ້ກ່ຽວຂ້ອງໃນໂຄງການ.
ຕາມທີ່ຄນະກຳມາທິການແມ່ນໍ້າຂອງ ຂອງລາວໄດ້ສຶກສາສຳຣວດນັ້ນ ຈະສົ່ງຜົລກະທົບຕໍ່ ປະຊາຊົນໃນ 7 ບ້ານຈຳນວນ 744 ຄອບຄົວ ຫລື 3,674 ຄົນ.