ການກວດກາ ລຳແມ່ນ້ຳຂອງ ຮ່ວມກັນ 4 ປະເທດ ສິ້ນສຸດລົງແລ້ວ

ການລາດຕະເວນ ຕາມລໍາແມ່ນໍ້າຂອງ ລະຫວ່າງ ລາວ, ໄທຍ, ພະມ້າ ແລະຈີນ ຄັ້ງທີ 120 ຈົບລົງແລ້ວໃນມື້ວັນທີ 26 ສິງຫານີ້ ໂດຍໃຊ້ເວລາ 4 ມື້ 3 ຄືນ ຮວມໄລຍະທາງ 600 ກິໂລແມັດ ເພື່ອກວດກາ ຄວາມສງົບຮຽບຮ້ອຍ ແລະອາສຍາກັມຕ່າງໆ ຕາມລໍາແມ່ນໍ້າຂອງ ແຕ່ບັນຫາຢາເສບຕິດ ຍັງກໍມີຫລາຍຢູ່ຄືເກົ່າ.

ແມ່ນ້ຳຂອງ ບໍຣິເວນແຂວງສວັນນະເຂດ, ເດືອນພຶສຈິກາ ປີ 2021. RFA

ການລາດຕະເວນ ຕາມລໍາແມ່ນໍ້າຂອງລະຫວ່າງ 4 ປະເທດ ລາວ, ໄທຍ, ພະ ມ້າ ແລະຈີນ ໄດ້ສໍາເລັດລົງແລ້ວໃນມື້ວັນທີ 26 ສິງຫານີ້ ໂດຍໃຊ້ເວລາລາດຕະເວນ ທັງໝົດ 4 ມື້ 3 ຄືນ ຮວມໄລຍະທາງລາດ​ຕະ​ເວນ 600 ກິໂລແມັດ. ການລາດຕະເວນຄັ້ງນີ້ ແມ່ນເນັ້ນໃສ່ ການກວດກາ ຄວາມສງົບຮຽບຮ້ອຍ ແລະອາສຍາກັມຕ່າງໆ ຕາມລໍາແມ່ນໍ້າຂອງ, ອີງຕາມການຣາຍງານ ຂອງວິທຍຸສາກົນ ແຫ່ງປະເທດຈີນ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາ ກະຊວງປ້ອງກັນຄວາມສງົບ ຂອງລາວ ແລະໜ່ວຍເຮືອຮັກສາຄວາມສງົບ ຕາມລໍາແມ່ນໍ້າຂອງ ຂອງໄທຍ ເພື່ອຂໍຮູ້ຣາຍລະອຽດ ກ່ຽວ​ກັບຜົລຂອງການລາດຕະເວນນັ້ນ ແຕ່ເຈົ້າໜ້າທີ່ ທີ່ໄດ້ເຂົ້າຮ່ວມລາດຕະເວນ ເວົ້າວ່າບໍ່ສະດວກ​ທີ່​ຈະໃຫ້​ຄຳ​ເຫັນໄດ້ເທື່ອ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ໄທຍທ່ານນຶ່ງ ທີ່ເຮັດວຽກກ່ຽວກັບ ການກວດກາ ຄວາມສງົບຮຽບຮ້ອຍ ແລະອາສຍາກັມ ຕາມລໍາແມ່ນໍ້າຂອງ ປະຈໍາແຂວງໜອງຄາຍ ປະເທດໄທຍ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ສິງຫານີ້ວ່າ ການລາດຕະເວນ ຕາມລໍາແມ່ນໍ້າຂອງ ລະຫວ່າງ 4 ປະເທດ ໃນເທື່ອນີ້ ຈະເປັນຜົລດີຕໍ່ວຽກງານ ການປາບປາມຢາເສບຕິດ ຕາມລໍາແມ່ນໍ້າຂອງ ເພາະຈະເຮັດໃຫ້ຂະບວນການ ລັກລອບຂົນສົ່ງຢາເສບຕິດ ປະເຊີນກັບຄວາມຫຍຸ້ງຍາກຂຶ້ນ ໃນການຫາຊ່ອງທາງ ຂົນສົ່ງຢາເສບຕິດ ຂ້າມຊາຍແດນ.

ດັ່ງທ່ານ ກ່າວວ່າ:

ອາຈບໍ່ສະດວກ ອາຈຫຍຸ້ງຍາກຫລາຍຂຶ້ນ ເພາະວ່າທາງການລາວ ກໍເພີ່ມການປ້ອງກັນ ໃນລະດັບນຶ່ງເຊັ່ນດຽວກັນ. ການຂົນສົ່ງຢາເສບຕິດ ກໍຈະບໍ່ສະດວກຄືເກົ່າ. ເວົ້າງ່າຍໆວ່າ ມີການເຂັ້ມງວດຫລາຍກວ່າເກົ່າ ແຕ່ຄັນຖາມວ່າ ຍັງມີການລັກລອບຂົນສົ່ງ ຢາເສບຕິດຢູ່ບໍ ມັນກໍຍັງມີຢູ່ເລື້ອຍໆ.

ເຈົ້າໜ້າທີ່ ກອງບັນຊາການ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ທ່ານນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ການລາດຕະເວນ ຕາມລໍາແມ່ນໍ້າຂອງ ລະຫວ່າງ 4 ປະ ເທດຄັ້ງທີ 120 ນີ້ ສ່ວນໃຫຍ່ ກໍມີແຕ່ເຈົ້າໜ້າທີ່ລະດັບກະຊວງ ທີ່ກ່ຽວຂ້ອງ ແລະໜ່ວຍເຮືອຮັກສາຄວາມສງົບ ຕາມລໍາແມ່ນໍ້າຂອງເຂົ້າຮ່ວມ. ການລາດ ຕະເວນ ກວດກາຕາມລໍາແມ່ນໍ້າຂອງນີ້ ໄດ້ຈັດຕັ້ງປະຕິບັດມາ ເປັນເວລາດົນເຕີບແລ້ວ ກໍ​ເຮັດ​ບໍ່ໄດ້ຕາມແຜນ​ທີ່​ວາງໄວ້ ຍ້ອນຂາດຄວາມພ້ອມຫລາຍດ້ານ.

ດັ່​ງ​ທີ່​ທ່ານ ​ກ່າວ​ວ່າ:

ອັນນີ້ເຮົາກໍບໍ່ຮູ້ເດ໋ ສ່ວນຫລາຍມັນ ມີແຕ່ແຜນກັບ ໂຄງການເນາະ ທີ່ວ່າວາງໄວ້ ແຕ່ວ່າໂຕຈິງກະບໍ່ຄ່ອຍໄດ້ໄປ ຖືກຊ່ວງນີ້ແດ່ຫັ້ນນ່າ.

ກ່ຽວກັບການລາດຕະເວນ ຂອງເຈົ້າໜ້າທີ່ 4 ປະເທດ ທີ່ໄດ້ສໍາເລັດໄປ​ແລ້ວ​ນີ້ ​ປະ​ຊາ​ຊົນລາວ ທີ່ຕິດຕາມຂ່າວດັ່ງກ່າວ ກໍຍິນດີນໍາ ແຕ່ກໍເຫັນວ່າ ຍັງຕ້ອງໄດ້ ເພີ່ມຄວາມເຂັ້ມງວດຕື່ມ ໃນການປາບປາມຢາເສບຕິດ ຕາມລໍາແມ່ນໍ້າຂອງ ແລະກໍຢາກສເນີໃຫ້ ເພີ່ມມາດຕະການລົງໂທດ ຜູ້ກະທໍາຜິດໜັກຂຶ້ນ.

ໂອ໋ ກະຢາກໃຫ້ເຂັ້ມງວດຕື່ມ. ຢາກໃຫ້ມັນລຶບລ້າງ ບໍ່ໃຫ້ມັນມີຫັ້ນນ່າ. ຢາເສບຕິດນີ້ນ່າ ຢາກໃຫ້ມີການລົງໂທດໜັກ ຈຸໃດຫລາຍແນວນີ້ ເປັນພັນເປັນລ້ານແນວນີ້ ກະຢາກໃຫ້ປະຫານຊີວິຕໆ ໄປເລີຍ. ເອົາໄວ້ແລ້ວເຂົາອອກມາ ແລ້ວເຂົາມີສາຂາເຂົາເນາະ ອອກມາເຂົາກະມີແກ້ງເຂົາເດ໋ເນາະ.

ຊາວບ້ານ ຢູ່ແຂວງບໍ່ແກ້ວນາງນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ໃນໄລຍະຜ່ານມາ ກໍເຫັນຂ່າວເຈົ້າໜ້າທີ່ຕໍາຣວດ ຈັບພໍ່ຄ້າຢາເສບຕິດ ລາຍໃຫຍ່ໄດ້ຢູ່ເລື້ອຍໆ ​ແລະ​ກໍຍຶດຢາເສບຕິດໄດ້ ຄັ້ງລະຫລາຍລ້ານເມັດ ຊຶ່ງເຊື່ອວ່າ ນຳ​ມາ​ຈາກເຂດ ສາມຫລ່ຽມຄໍາ ເຮັດໃຫ້ມີການກວດກາ ຢາເສບຕິດຢ່າງເຂັ້ມງວດ ຫລາຍຂຶ້ນ.

ເຂົາເຈົ້າກະຈັບກັນຫລາຍຢູ່. ຂ້າມມາແຕ່ໃນເຂດພຸ້ນລະມາ, ເພິ່ນກໍເຂັ້ມງວດ ກວດຕາມໜ້າທີ່ ກວດຕາມເວນຍາມ ຂອງເພິ່ນແຫລະ ຜູ້ໃດຊິໄປຊິມາ ເພິ່ນກໍເບິ່ງບັດເບິ່ງໜ້າແລ້ວກໍ໋.

ໃນຂະນະດຽວກັນ ປະ​ຊາ​ຊົນຜູ້ນຶ່ງ ທີ່ມັກຂັບຣົຖເຂົ້າ-ອອກ ແຂວງບໍ່ແກ້ວ ກໍເວົ້າ ຕໍ່ວິທຍຸເອເຊັຽເສຣີ​ໃນື້​ວັນ​ທີ 30 ສິງ​ຫາ​ນີ້ວ່າ ທາງເຈົ້າໜ້າທີ່ ປ້ອງກັນຄວາມສງົບ ໄດ້ຕັ້ງດ່ານກວດກາ ຢູ່ຕາມເສັ້ນທາງສາຍຫລັກໃນແຂວງບໍ່ແກ້ວ ເພື່ອສະ ກັດກັ້ນຂະບວນການຂົນສົ່ງ ຢາເສບຕິດ, ກວດກາຣົຖ ທີ່ແລ່ນຜ່ານໄປ-ມາ ເພື່ອຊອກຄົ້ນຫາ ຢາເສບຕິດ ຊຶ່ງສະແດງໃຫ້ເຫັນວ່າ ຢູ່ພາຍໃນແຂວງບໍ່ແກ້ວນີ້ ມີການກວດກາ ຢາເສບຕິດ ເຂັ້ມງວດຂຶ້ນ.

ໂອ໋ ມີຫລາຍໆ ກໍມີ ປະມານ 2 ດ່ານ 3 ດ່ານ ແລ້ວເຂົາ ກະກວດທຸກບ່ອນ ກະມີດ່ານນຶ່ງເຂົາຈະເຊັກຣົຖເຮົາທຸກຖ້ຽວ ທຸກມື້ເຂົາກໍຈະກວດທຸກບ່ອນ ຖືວ່າເອົາມາ ຖືວ່າບໍ່ໄດ້ເລີຍ.

ສໍາລັບການລາດຕະເວນ ຕາມລໍາແມ່ນໍ້າຂອງ ລະຫວ່າງ 4 ປະເທດທີ່​ວ່າ​ນັ້ນ ມີກໍາປັ່ນ 5 ລໍາ. ໃນນັ້ນເປັນຂອງຈີນ 3 ລໍາ. ​ແຕ່​ຕົ້ນເດືອນສິງຫາມານີ້ ສາມາດຈັບຂະ​ບວນຄ້າຢາເສບຕິດ ຢູ່ຕາມລໍາແມ່ນໍ້າຂອງໄດ້ 33 ​ກໍ​ຣະ​ນີ ແລະ ຍຶດຢາເສບຕິດ ປະເພດຕ່າງໆ ໄດ້ທັງໝົດ 6.75 ຕັນ, ອີງຕາມການຣາຍງານ ຂອງວິທຍຸສາກົນ ແຫ່ງປະເທດຈີນ.

ກ່ອນໜ້ານີ້ ຄືໃນມື້ວັນທີ 4 ກຸມພາ​ທີ່​ຜ່ານ​ມາ ກອງບັນຊາການ ປ້ອງກັນປະເທດ ແຂວງບໍ່ແກ້ວ ແລະກອງກໍາລັງຜາເມືອງ ແຂວງຊຽງຮາຍ ທີ່ຂຶ້ນກັບໜ່ວຍງານ ຮັກສາຄວາມໝັ້ນຄົງ ຂອງໄທຍ ກໍໄດ້ຮ່ວມກັນລາດຕະເວນ ຕາມລໍາແມ່ນໍ້າຂອງ ຊຶ້ງເປັນການລາດຕະເວນ ຮ່ວມກັນຄັ້ງທໍາອິດ ລະຫວ່າງແຂວງບໍ່ແກ້ວ ແລະ ແຂວງຊຽງຮາຍ ແລະຈະສືບຕໍ່ລາດຕະເວນ ຮ່ວມກັນໄປອີກເລື້ອຍໆ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org