ພາສາຈີນກາງເຜີຍແພ່ຢູ່ພາກ ເໜືອຂອງລາວ
2013.08.19
ພາສາຈີນກາງ ເລີ້ມມີ ບົດບາດ ແພ່ຂຍາຍ ໃນເຂດ ພາກເຫນືອ ຂອງລາວ ຫລາຍຂື້ນ ນັບມື້ ໃນເວລາ ນີ້.
ນັກຄົ້ນຄວ້າຕ່າງຊາດ ທ່ານນື່ງເວົ້າວ່າ ປັດຈຸບັນ ໂຮງຮຽນສອນພາສາຈີນກາງ ຫລື ມັນດາຣີນ ເລີ້ມມີບົດບາດ ການແພ່ຂຍາຍ ຕາມເຂດ ຫົວເມືອງ ໃນເຂດ ພາກເຫນືອ ຂອງລາວ ຫລາຍຂື້ນ ແລະພໍ່ແມ່ ເດັກນ້ອຍ ນັກຮຽນລາວ ກໍ ພາກັນ ສົ່ງລູກເຕົ້າ ໄປຮຽນ ພາສາຈີນ ຫລາຍຂື້ນ. ທ່ານວ່າ ເຫດຜົລ ທີ່ມີການປ່ຽນ ທິດທາງ ດັ່ງກ່າວ ກໍເປັນຍ້ອນວ່າ ໃນປັດຈຸບັນ ຈີນ ເປັນຜູ້ລົງທຶນ ລາຍໃຫຍ່ ໃນລາວ ແລະ ອຳນາດ ທາງດ້ານເສຖກິດ ຂອງລາວ ແລະ ຈີນກໍເຮັດໃຫ້ ຊາວລາວ ເຫັນການສົ່ງ ສີນຄ້າຂອງຕົນ ຕາມເສັ້ນ ທາງຫລວງ ສາຍສຳຄັນ ແລະຕາມລຳ ແມ່ນ້ຳຂອງ ເຂົ້າມາລາວ ຫລາຍຂື້ນ.
ຍ້ອນເຫດຜົລ ດັ່ງກ່າວ ເມືອງຈີນ ກໍເກີດຂື້ນ ໃນຫລາຍແຫ່ງ ຕາມເຂດຊາຍແດນ ກໍມີເຂດ ເສຖກິດພິເສດ ເກີດຂື້ນ ຊື່ງກໍເປັນບ່ອນ ການຄ້າ ຂອງ ກຸ່ມພໍ່ຄ້າ ຈີນ ທີ່ມີກຸ່ມ ນັກທ່ອງທ່ຽວຈີນ ຫລາຍຮ້ອຍພັນຄົນ ເຂົ້າມາທ່ຽວ ຢ່າງບໍ່ຂາດສາຍ. ການເຂົ້າມາ ຢູ່ອາສັຍ ຂອງ ກຸ່ມຄົນຈີນ ເປັນຈຳນວນ ຫລວງຫລາຍ ໃນປັດຈຸບັນ ໃນເຂດພາກເຫນືອ ຂອງລາວ ນອກຈາກ ພາສາລາວ ທີ່ໃຊ້ກັນແລ້ວ ກໍຍັງມີ ພາສາຈີນກາງ ຫຼື ມັນດາຣີນ ນຳອີກ ແລະກຸ່ມ ປະຊາກອນ ລາວ ຜູ້ທີ່ທຸກຍາກ ກໍພາກັນ ເລີ້ມຮຽນ ພາສາຈີນ ຫລາຍຂື້ນ ເພື່ອຈະໄດ້ ວຽກເຮັດ ງານທຳ ຈາກການລົງທຶນ ຂອງ ບໍຣິສັດ ຈີນ ໃນລາວ.