ຂ.ຫຼວງພຣະບາງຈະປັບປຸງທາງ ເລກ 1

ແຂວງ ຫລວງພຣະບາງ ແລະ ວຽດນາມ ຈະຍົກຣະດັບ ເສັ້ນທາງ ເລກ 1 ເພື່ອແກ້ໄຂ ບັນຫາ ການເດີນທາງ ທີ່ສ່ຽງຕໍ່ ການເກີດ ອຸບັດຕິເຫດ.

ພິທີເປີດ ເສັ້ນທາງຫລວງເລຂ 2E ເຊື່ອມຕໍ່ລາວ ແລະວຽດນາມ roadtraffic-technology

 

ແຂວງ ຫລວງພຣະບາງ ແລະ ວຽດນາມ ຈະຍົກຣະດັບ ເສັ້ນທາງ ເລກ 1 ເພື່ອແກ້ໄຂ ບັນຫາ ການເດີນທາງ ທີ່ສ່ຽງຕໍ່ ການເກີດ ອຸບັດຕິເຫດ.

ແຂວງຫລວງພຣະບາງ ແລະວຽດນາມ ຈະຍົກຣະດັບ ເສັ້ນທາງເລກ 1 ຈາກ ເມືອງງອຍ ໄປຫາຊາຍແດນ ວຽດນາມ ທີ່ມີຣະຍະທາງ ເກືອບ 105 ກິໂລແມັຕ ເພື່ອແກ້ໄຂບັນ ຫາການເດີນທາງ ໃນຊ່ວງ ຣະດູຝົນ ຍ້ອນເສັ້ນທາງ ດັ່ງກ່າວ ຍັງເປັນທາງປູຫີນ ຊຶ່ງມັກເປ່ເພ ຢູ່ເລື້ອຍ ໃນຍາມຝົນຕົກໜັກ ເຮັດໃຫ້ ການສັນຈອນໄປມາ ແລະການຂົນສົ່ງສິນຄ້າ ສ່ຽງຕໍ່ ອຸບັດຕິເຫດ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ແຂວງ ຫລວງພຣະບາງ ໃນວັນທີ 20 ສິງຫາ 2013 ນີ້. ທ່ານກ່າວ ຕອນນຶ່ງວ່າ:

"ເສັ້ນທາງເລກ 1 ເນາະ ໂພທິເຜິ້ງ ຫາດ່ານນາຊ່ອນ ຫ້ວຍປວກ ຊຶ່ງເປັນຊາຍແດນ ຣະຫວ່າງ ແຂວງຫລວງພຣະບາງ ກັບ ດຽນບຽນຟູ ເສັ້ນທາງໂຕນີ້ ເປັນເສັ້ນທາງ ປູຫີນ ຜ່ານມາກະແລ່ນໄດ້ 2 ຣະດູ ແຕ່ວ່າປີໃດ ຟ້າຝົນຫລາຍ ແລ້ວມັນໄປຍາກ ເພາະວ່າເສັ້ນທາງ ໂຕນີ້ ເປັນເສັ້ນທາງ ຂຶ້ນພູລົງເຂົາ ບັນດາລົດຕ່າງໆ ທີ່ຈະໄປ ຫັ້ນນະ ມັນຕ້ອງມີ ການລະມັດລະວັງ ທີ່ສຸດ".

ທ່ານກ່າວຕໍ່ໄປວ່າ ຕາມປົກຕິແລ້ວ ເສັ້ນທາງນີ້ ເປັນເສັ້ນທາງທີ່ ພາກສ່ວນທຸຣະກິດ ແລະ ທ່ອງທ່ຽວມັກໃຊ້ໄປວຽດນາມ ແຕ່ເມື່ອຝົນຕົກ ແຮງ ທາງເປ່ເພ ພວກເຂົາເຈົ້າ ຕ້ອງຫັນໄປ ໃຊ້ເສັ້ນທາງອື່ນແທນເປັນຕົ້ນ ຜ່ານທາງແຂວງ ອຸດົມໄຊ ໄປຜົ້ງສາລີ ຊຶ່ງໃຊ້ເວລາ ດົນກວ່າ. ໃນຂະນະດຽວກັນ ການຍົກຣະດັບເສັ້ນທາງດັ່ງກ່າວ ກໍຈະເຮັດໃຫ້ດ່ານ ນາສອນ-ຫ້ວຍປວກ ຖືກຍົກຣະດັບ ໃຫ້ເປັນດ່ານສາກົລ ເຂົ້າ-ອອກ ຣະຫວ່າງ ລາວກັບວຽດນາມ.

ຢ່າງໃດກໍຕາມ ທາງເຈົ້າໜ້າທີ່ ກ່ຽວຂ້ອງ ບໍ່ໄດ້ຣະບຸ ຄັກແນ່ວ່າ ການຍົກຣະດັບ ທາງນັ້ນ ຈະໃຊ້ງົບປະມານ ທັງໝົດເທົ່າໃດ ແລະ ຝ່າຍໃດ ເປັນຜູ້ລົງທຶນ. ແລະຍັງບໍ່ຮູ້ວ່າ ຈະເລີ່ມລົງ ມືສ້າງເມື່ອໃດ ແຕ່ຕາມແຜນການ ແລ້ວ ແມ່ນຈະໃຫ້ ສໍາເຣັດ ພາຍໃນປີ 2015.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org