ທາງການລາວ ໄວ້ອາໄລ ປະທານປະເທດວຽດນາມ
2018.09.30

ຣັຖບານສປປລາວ ໄດ້ອອກແຈ້ງການ ໃຫ້ທຸກພາກສ່ວນຂອງຣັຖ, ທຸກໆກະຊວງ ແລະ ແຕ່ລະແຂວງ ໃນທົ່ວປະເທດ ໄວ້ອາໄລ ນໍາທ່ານ ເຈິ່ນ ດ໋າຍກວາງ, ກຳມະການກົມການເມືອງ ສູນກາງພັກຄອມມິວນິສ ປະທານປະເທດວຽດນາມ ໂດຍໃຫ້ຣັຖມົນຕຣີ ແລະ ເຈົ້າແຂວງ ຈັດພິທີໄວ້ອາໄລ ເຖິງທ່ານ ໃນທົ່ວປະເທດ ຊຶ່ງທາງການລາວຖືວ່າ ເປັນເພື່ອນມິດສະຫາຍ ທີ່ໃກ້ຊິດ ແລະ ສນິດສນົມທີ່ສຸດ ຂອງພັກ, ຣັຖ ແລະ ປະຊາຊົນລາວ.
ພ້ອມກັນນັ້ນ ກໍໃຫ້ຫນ່ວຍງານ ທີ່ກ່ຽວຂ້ອງ ທັງຢູ່ ສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງຄນະ ໄປວາງພວງມາລາ ແລະ ລົງນາມ ໃນປື້ມບັນທຶກ ຢູ່ສະຖານທູດ ແລະ ກົງສູນໃຫຍ່ ວຽດນາມປະຈໍາລາວ ໃນມື້ວັນທີ 26 ແລະ 27 ກັນຍານີ້, ດັ່ງເຈົ້າໜ້າທີ່ ທາງການລາວ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 24 ກັນຍາ ນີ້ວ່າ:
“ເພີ່ນມີແຈ້ງການ ຈາກຫ້ອງວ່າການ ສຳນັກງານນາຍົກ ກ່ຽວກັບເຣື່ອງການຈັດພິທີໄວ້ອາໄລ ການຈາກໄປ ຂອງປະທານປະເທດວຽດນາມ ແຈ້ງໃຫ້ ພະນັກງານ ແຕ່ຂັ້ນສູນກາງ ຈົນຮອດທ້ອງຖີ່ນ ໃຫ້ກະກຽມ ພວງມາ ລາ ໄປວາງຕາມຈຸດ ທີ່ເພີ່ນກຳນົດ.”
ກ່ຽວກັບເຣຶ່ອງ ການໄວ້ອາໄລ ທີ່ຣັຖບາລລາວ ສັ່ງໃຫ້ພາກສ່ວນຕ່າງໆ ຂອງທາງການປະຕິບັດນັ້ນ ປະຊາຊົນລາວ ທ່ານນຶ່ງ ສະແດງຄວາມຄິດເຫັນ ຜ່ານທາງຢູທູບວ່າ ຄວນຈະຈັດກິຈກັມ ແລະ ໄວ້ອາໄລ ຮັກນໍາປະຊາຊົນລາວ ທີ່ເສັຽຊີວິດ ເປັນຈໍານວນຫຼວງຫຼາຍ ຍ້ອນເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກນັ້ນຈະດີກວ່າ:
"ຕອນທີ່ເຂື່ອນແຕກ ພີ່ນ້ອງເຮົາ ສູນເສັຽຊີວິດໄປຫລາຍຊໍ່າໃດ ຫຼາຍຊີວິດ ຊັພຍາກອນ ທັມຊາດລາວເຮົາ ຖືກທໍາລາຍ ດ້ວຍເຂື່ອນແຕກນັ້ນ ຄວາມສໍາຄັນທີ່ສຸດ ຣັຖບາລ ໜ້າຈະຈັດກິຈກັມ ຫລື ສະແດງຄວາມໄວ້ອາໄລເສັຍໃຈ ເພາະວ່າ ຄົນລາວເຮົາ ອັນນີ້ ບໍ່ແມ່ນຊິສະແດງ ຄວາມເສັຽໃຈ ແບບເກີນໄປ ຂອງຜູ້ນໍາວຽດນາມ."
ເຈົ້າໜ້າທີ່ ທາງການລາວ ກ່າວຕື່ມອີກວ່າ ນອກຈາກ ການໄວ້ອາໄລ ທີ່ວ່ານັ້ນແລ້ວ ຣັຖບານ ຍັງສັ່ງໃຫ້ ສໍານັກງານອົງການ ຂອງຕົນ ທົ່ວປະເທດ ຫຼຸດທຸງຊາດ ລົງເຄິ່ງເສົາ ແຕ່ເວລາ 6 ໂມງເຊົ້າ ຂອງວັນທີ 26 ກັນຍາ ຫາ 6 ໂມງແລງ ຂອງມື້ຕໍ່ມາ ແລະ ໃນໄລຍະເວລາ ໄວ້ອາໄລ ໃຫ້ ງົດຈັດກິຈກັມມ່ວນຊື່ນ.
ແຈ້ງການ ຂອງຣັຖບາລ ສປປລາວ ທີ່ວ່ານັ້ນ ແມ່ນປະຕິບັດຕາມຄໍາສັ່ງ ຂອງສູນກາງພັກ ປະຊາຊົນປະຕິວັດລາວ ໃນມື້ວັນທີ 23 ກັນຍາ 2018 ນີ້.