ຄຳສັ່ງໃໝ່ ວ່າ​ດ້ວຍ ການຄັດ​ເລືອກຣັຖກອນ

ໄຊຍາ
2018.02.19
f-thongloun ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປ ລາວ
Screen captured LNTV

ຊາວລາວ ຮູ້ສຶກຍິນດີ ທີ່ນາຍົກຣັຖມົນຕຣີລາວ ໄດ້ອອກຄຳສັ່ງ ກຽ່ວກັບ ການຄັດເລືອກ ພະນັກງານ ຣັຖກອນ ແຕ່ກໍຍັງ ບໍ່ແນ່ໃຈວ່າ ເຮັດໄດ້ ແທ້ບໍ່ ຍ້ອນ ຣະບົບການໃຊ້ເສັ້ນສາຍ ໄດ້ຝັງຮາກເລິກ ມາດົນແລ້ວ, ຊຶ່ງຊາວລາວ ສ່ວນໃຫຍ່ ຮູ້ສຶກ ຍິນດີ ທີ່ທ່ານ ທອງລຸນ ສີສຸລິດ, ນາຍົກ ຣັຖມົນຕຣີ ລາວ, ໄດ້ອອກຄຳສັ່ງ ເລກທີ 03/ນຍ ລົງວັນທີ 09 ກຸມພາ 2018 ວ່າດ້ວຍ ການປັບປຸງ ຄຸນນະພາບ ການເຄື່ອນໄຫວ ຂອງ ກົງຈັກການຈັດຕັ້ງ ແລະ ການບັນຈຸ ຣັຖກອນໃໝ່ ເພາະຈະເປັນການເຮັດໃຫ້ ຜູ້ທີ່ດີ ແລະ ເກັ່ງ ໄດ້ຮັບໂອກາດ ເຂົ້າມາຮັບໃຊ້ ພໍ່ແມ່ປະຊາຊົນ ໃນອົງການ ຈັດຕັ້ງຣັຖ ແຕ່ ກໍຍັງ ຮູ້ສຶກບໍ່ແນ່ໃຈ ວ່າ ພາກປະຕິບັດ ຈະເຮັດໄດ້ ແທ້ ຫຼືບໍ່ ເພາະ ຣະບົບການຄັດເລືອກ ເອົາພະນັກງານ ຣັຖກອນ ໃນປັຈຸບັນ ມີລັກສະນະ ເລືອກແຕ່ ຈຸ້ມເຈື້ອ ເຊື້ອສາຍ ໃນກຸ່ມ ປະຕິວັດ ແລະ ມັນໄດ້ຝັງຮາກເລິກ ມາດົນແລ້ວ ຈົນຍາກ ທີ່ຈະປ່ຽນແປງໄດ້, ດັ່ງຊາວ ໃນແຂວງພາກໃຕ້ ທ່ານນຶ່ງ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິ​ທ​ຍຸ ເອເຊັຽ ເສຣີ ເມື່ອວັນທີ 15 ກຸມພາ 2018 ນີ້ວ່າ:

"ເປົ້າໝາຍ ກະເປັນເຣຶ້ອງທີ່ດີ ແຫຼະເນາະ ແຕ່ວ່າ ພາກປະຕິບັດຫັ້ນ ບໍ່ແນ່ໃຈປານໃດ. ໂອ້... ຂ້ອຍວ່າ ຄົນຜູ້ເກົ່າເຮັດ ມັນກາຄືເກົ່າ ແນວເຂົາ ບໍ່ປ່ຽນນ່າ ເຂົາຍາກ...ຍາກ ຈະປ່ຽນ ພະນັກງານ ມັນຣະບົບເກັງໃຈ ຣະບົບເສັ້ນ ຣະບົບສາຍ ຮູ້ຍ...ເຈັບຫົວ  ຄັນຊິເຮັດ ອີ່ຫຼີ ກະເຮັດຄື ຕ່າງປະເທສ ເຂົາເຮັດ ມີກົດຣະບຽບ ມີກົດໝາຍ."

ໃນຂະນະດຽວກັນ, ຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍໄດ້ກ່າວ ໃນມື້ດຽວກັນວ່າ ການຄັດເລືອກ ພະນັກງານ ຣັຖກອນ ໃຫ້ມີ ຄວາມໂປ່ງໃສແທ້ໆນັ້ນ ຄົງເປັນໄປໄດ້ຍາກ ແລະ ຍັງຕ້ອງໃຊ້ເວລາ ອີກດົນ.

"ຄຶດວ່າ 1 ປີ 1 ປີນີ້ ມັນຄືຊິເປັນໄປໄດ້ຍາກ ຖ້າບໍ່ໃຊ້ ເວລາປະມານ 3 ຫາ 4 ປີ ໄວໆມໍ່ໆ ນີ້ຄື ຊິເປັນໄດ້ຍາກ ເພາະວ່າ ຊົ່ວຊິກວດກາ ຄືນນີ້ ກະບໍ່ແມ່ນ ຂອງຄ່ອຍເນາະ ວ່າຈັ່ງໃດໆ ຄັນວ່າ ຢາກໃຫ້ມັນໂປ່ງໃສແທ້ໆ ນີ້ ຄືຊິຍາກຢູ່."

ເມື່ອບໍ່ດົນມານີ້, ທ່ານ ພັນຄຳ ວິພາວັນ, ຮອງປະທານປະເທສລາວ, ກ່າວ ໃນກອງປະຊຸມ ສລຸບວຽກງານ ປະຈໍາປີ 2017 ຂອງ ກະຊວງພາຍໃນ ທີ່ເຜີຍແຜ່ ຜ່ານສື່ມວນຊົນທ້ອງຖິ່ນ ຂອງລາວ ວ່າ ການຄັດເລືອກ ພະນັກງານ ຣັຖກອນ ໃນລາວ ຍັງເປັນ ລັກສະນະຈຸ້ມເຈື້ອ ເຊື້ອສາຍ ຢ່າງກວ້າງຂວາງ ເຮັດໃຫ້ຄົນດີ ຄົນເກັ່ງ ບໍ່ໄດ້ຮັບໂອກາດ ເຂົ້າມາເຮັດວຽກ ຮັບໃຊ້ ພໍ່ແມ່ປະຊາຊົນ ຢ່າງແທ້ຈິງ.

"ຂ້າພະເຈົ້າ ຄິດວ່າ ເຮັດແນວໃດ ຈື່ງຊິແກ້ໄດ້ ເອົາສອບເສັງບໍ່ ຫຼືວ່າ ຄັດເລືອກພະນັກງານ ໄດ້ແຕ່ຮູບການ ສຸດທ້າຍລະ ເອົາພັກພວກ ຈຸ້ມເຈື້ອ ພີ່ນ້ອງ ໝູ່ຄູ່ສະຫາຍ ເຂົ້າຫັ້ນນ່າ ເຮັດແນວໃດຈັ່ງ ຊິໄດ້ຜູ້ດີແທ້ ເອົາດຽວນີ້ ເລື້ອງຝາກຫັ້ນ ຫຼາຍແທ້ໆ ຄັນເຮົາ ບໍ່ຕັດສີນໃຈຜ່ານຜ່າອັນນີ້ ກະຍາກ ລະກະ ຊິຍາກຕໍ່ໄປຢູ່ ໂຕຈິງໃດ ລູກຜູ້ນັ້ນ ຫຼານຜູ້ນີ້ ບາງຄົນ ກາຝາກໂຄຕ້າ ແຕ່ກະຊວງພີ້ ລົງໄປ ຊິເຮັດແນວນີ້ ຊິເຮັດແນວໃດ ບ້ານເຮົາ ຊິເປັນບ້ານເປັນເມືອງ ບໍ່ໄດ້ໃດ ປະຊາຊົນ ບໍ່ມັກແທ້ໆ ຊັງແທ້ໆ."

ໃນໄລຍະຜ່ານມາ ການຄັດເລືອກ ພະນັກງານ ຣັຖກອນ ໃນລາວ ຍັງເປັນ ລັກສະນະ ເລືອກເອົາແຕ່ ລູກຫຼານ ຂອງຈຸ້ມເຈື້ອ ເຊື້ອສາຍ ຂອງພະນັກງານ ໃນກຸ່ມ ສະ​ມາຊິກພັກ ປະຊາຊົນ ປະຕິວັດລາວ ເຮັດໃຫ້ ລູກຫຼານ ປະຊາຊົນລາວ ໂດຍທົ່ວໄປ ຜູ້ມີຄວາມສາມາດແທ້ໆ ບໍ່ຄ່ອຍ ໄດ້ຮັບໂອກາດ ໄດ້ເຂົ້າເຮັດວຽກ ຮັບໃຊ້ ພໍ່ແມ່ປະຊາຊົນ ຢ່າງແທ້ຈິງ ເຮັດໃຫ້ ການບັງຄັບໃຊ້ ກົດໝາຍ ບໍ່ເຂັ້ມແຂງ ແລະ ມັກກໍ່ໃຫ້ເກີດ ມີການສໍ້ ຣາສບັງຫຼວງ ໃນທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.