ລາວ ເລືອກຕັ້ງໃໝ່ ນະໂຍບາຍ ເກົ່າ
2021.02.11
ໃນການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ 9 ໃນວັນທີ 21 ກຸມພາ ທີ່ຈະມາເຖີງນີ້, ມີຜູ້ສມັກຮັບເລືອກຕັ້ງທັງໝົດ 224 ຄົນ ຊຶ່ງໃນນັ້ນ ຈະຄັດເລືອກເອົາ 164 ຄົນ.
ເຖິງຢ່າງໃດກໍຕາມ, ປະຊາຊົນ ແລະ ນັກວິຊາການ ກໍບໍ່ມີຄວາມກະຕືລືລົ້ນ ກັບການເລືອກຕັ້ງຄັ້ງນີ້ ແຕ່ເຂົາເຈົ້າຈຳເປັນຕ້ອງໄປ ຍ້ອນວ່າອຳນາດການປົກຄອງບ້ານ ມາລະດົມໃຫ້ໄປ.
ນັກວິຊາການ ທ່ານນຶ່ງ ໄດ້ໃຫ້ສໍພາດຕໍ່ ເອເຊັຽເສຣີ ວ່າ, ກໍຮູ້ສຶກເສີຍໆ ກັບການເລືອກຕັ້ງຄັ້ງນິ້ີ້:
ນັກຂ່າວ: ເຮົາຄິດແນວໃດຕໍ່ການເລືອກຕັ້ງທີ່ຈະມາເຖິງນີ້?
ນັກວິຊາການ: ສຳລັບຂ້າພະເຈົ້າກະເສີຍໆ ຄືດັ່ງທີ່ຜ່ານມາຫັ້ນແຫຼະ ກະໄປເລືອກໄປສັງແມ່ນຊັ້ນລະ.
ນັກຂ່າວ: ກະຄຸ້ນໜ້າຄຸ້ນຕາ ຜູ້ທີ່ຈະສມັກເລືອກຄັ້ງຢູ່ຫວະ?
ນັກວິຊາການ: ຄຸ້ນແຕ່ຜູ້ທີ່ເຄີຍຂຶ້ນຊັກຖາມຣັຖບານ ຢູ່ສະພາເທົ່ານັ້ນແຫຼະ ເຫຼືອຈາກນັ້ນກະບໍ່ຮູ້ວ່າ ມາແຕ່ໃສ. ມັນຊິຄຸ້ນຈັ່ງໃດ ຊິເລືອກຕັ້ງ ສອງສາມເດືອນ ໂຜ່ໜ້າເຂົ້າມາ ມັນກະຕ້ອງ ເຮັດເປັນສອງປີ ສາມປີ ລົງພົວພັນແບບນັ້ນພຸ້ນ ເຂົາຈຶ່ງວ່າ ເຈົ້າຜົນງານອີ່ຫຍັງ ເຈົ້າເຮັດຈັ່ງໃດ ມີນິດສັຍຈັ່ງໃດ ພຶດຕິກັມຈັ່ງໃດ ມີອຸດົມການແບບໃດ. ແລ້ວນຳສະເໜີຂາຍຝັນ ຂາຍອຸດົມການ ອັນເປັນຈິງ ໃຫ້ປະຊາຊົນໄດ້ຮັບຮູ້ ວ່າຄົນນີ້ ຂ້ອຍເພິ່ງພາໄດ້ ຄົນນີ້ເຮັດຈິງ ຄົນນີ້ມີຄວາມສາມາດແທ້ ມີວິໄສທັສແທ້ ສາມາດ ພັທນາໄດ້ ໃຫ້ສອດຄ່ອງກັບຍຸກສະໄໝແທ້ ຄືວ່າ ຫັ້ນແຫຼວ ຂ້ອຍຕັ້ງຮ້ານອາຫານ ຊິຂາຍເຄື່ອງລະຈັ່ງໄປປະກາດຂາຍ ມັນກະຊ່ຳນັ້ນ ຂ້າພະເຈົ້າວ່າ ມັນບໍ່ຄັກ.
ນັກຂ່າວ: ທີ່ຜ່ານມາ ເຂົາເຈົ້າກະຮັບຟັງຫາງສຽງ ແລະ ໄປຮັບຟັງບັນຫາ ຂອງປະຊາຊົນບໍ່?
ນັກວິຊາການ: ຂ້າພະເຈົ້າຢູ່ນີ້ ຄືວ່າ ບໍ່ເຫັນ ຫຼືວ່າ ຢູ່ບໍ່ຖືໝ້ອງມັນເບາະ.
ນັກຂ່າວ: ບໍ່ເຫັນເພິ່ນມາພົບ ປະປະຊາຊົນຫວະ ທີ່ຜ່ານມານີ້.
ນັກວິຊາການ: ເພິ່ນກະຊິພົບປະ ເຮົາກະບໍ່ຮູ້ ແຕ່ເຂດທີ່ເຮົາຢູ່ນີ້ບໍ່ທັນເຫັນ ຫຼືວ່າ ເພິ່ນມາບໍ່ທັນຮອດເບາະ ຫຼືວ່າຈັ່ງໃດ ກະບໍ່ຊ່າງ ຊິຕອບນ່າ.
ນັກຂ່າວ: ເຮົາມີຄວາມກະຕືລືລົ້ນ ຫຼືບໍ່ ກັບເລື່ອງນີ້ ຫຼືວ່າ ເປັນເລື່ອງເສີຍໆ ປົກກະຕິທຳມະດາ?
ນັກວິຊາການ: ມັນກະທຳມະດາ ຕາມທີ່ຂ້າພະເຈົ້າສັງເກດເບິ່ງ ຂະເຈົ້າຢູ່ເຂດນອກເນາະ ເຂົາກະເສີຍໆ ກະໄດ້ຍິນວ່ານາຍບ້ານ ປະກາດໂທລະໂຄ່ງ ໄດ້ຟັງຢູ່ດອກປະກາດເລືອກຕັ້ງ ກະໃຫ້ເລືອກເອົາຜູ້ແທນ ທີ່ເຮົາມັກ ເຫັນວ່າ ເພິ່ນມີຄວາມສາມາດ ລະເຮົາຊິຮູ້ແນວໃດ ວ່າມີຄວາມສາມາດ. ຖ້າຜົນງານພູມຫຼັງບໍ່ມີ ລະເຮົາຊິຮູ້ໄດ້ແນວໃດ ຄືຂ້ອຍຫຼະ ຂັ້ນຂ້ອຍວ່າ ຂ້ອຍໄຖນາເກັ່ງ ແຕ່ບໍ່ມີໃຜເຫັນຂ້ອຍໄຖນາ ຄຳເວົ້າໃຜກະໄດ້ອອກປາກ ເກັ່ງໝົດ ແຕ່ວ່າ ມາສະໝອງໂຕຈິງ ຫັ້ນ ມັນໄດ້ບໍ່ ແກ້ໄຂບັນຫາໄດ້ບໍ່.
ນັກຂ່າວ: ເຮົາມີຄວາມຫວັງບໍ່ວ່າ ຜູ້ແທນທີ່ເຮົາເລືອກເຂົ້າໄປ ເພິ່ນຊິເລືອກເອົາຕາມເຮົາ?
ນັກວິຊການ: ໂຕນີ້ ກະບໍ່ຈັກຄືກັນແຫຼະ ໂຕນີ້ ຂອງທີ່ຜ່ານມາ ເລືອກແລ້ວ ນາຍບ້ານເປັນຜູ້ນັບ ສະຫຼຸບຄະແນນໃຫ້ກຳມະການ ເລືອກຕັ້ງ ປະຈຳເມືອງ ບໍ່ຮູ້ວ່າ ໃຜໄດ້ເທົ່າໃດ ເຮົາກະບໍ່ຈັກນຳ.
ນັກຂ່າວ: ເພິ່ນບໍ່ໄດ້ເປີດເຜີຍໃຫ້ປະຊາຊົນໄດ້ຮູ້ຫວະ?
ນັກວິຊາການ: ເພິ່ນກະຮູ້ຢູ່ດອກ ສົມມຸດວ່າ ບ້ານກໍມີຜູ້ໄປເລືອກຕັ້ງ 500 ຄົນ ເລືອກເອົາ ສົມມຸດວ່າ ທ່ານ ຄຳເພັດ ລາວໄດ້ທີ 1 ສຳລັບ ບ້ານກໍ ແຕ່ສຳລັບບ້ານຂໍ ເດ້ຊັ້ນໃຜຮູ້ ບ້ານຄໍ ບ້ານງໍ ໃຫ້ເຂດເລືອກຕັ້ງນັ້ນ ກະບໍ່ມີໃຜຮູ້.
ນັກຂ່າວ: ເຮົາກະບໍ່ມີໃຜຮູ້ເນາະ ວ່າເລືອກຕັ້ງໄປແລ້ວ ຄະແນນທໍ່ໃດ?
ນັກວິຊາການ: ຮູ້ແຕ່ຄະແນນປະຈຳບ້ານນັ້ນ ບ້ານນັ້ນຊື່ໆ ບາດສັງລວມລະເຮົາບໍ່ຮູ້.
ນັກຂ່າວ: ເພິ່ນບໍ່ໃຫ້ປະຊາຊົນຮູ້ເນາະ ບາດສັງລວມ ຄືຈັ່ງໃດ?
ນັກວິຊາການ: ທຳມະດາ ຄັນນັບມັນຕ້ອງມີສູນ ມັນສະເພາະໜ່ວຍເລືອກຕັ້ງ ສົມມຸດວ່າ ຄືຢູ່ວຽງຈັນນີ້ ເມືອງຈັນທະບູລີ ນີ້ມີ ສົມມຸດວ່າມີ 10 ຄົນ [ຜູ້ສະໝັກ] ມີຜູ້ເລືອກຕັ້ງ 5 ໝື່ນຄົນ ແລະ ນັບທົ່ວເມືອງຫັ້ນໂລດ ທ່ານ ໃດໄດ້ຫຼາຍກວ່າໝູ່ ເຫັນບໍ່ ໃຫ້ປະຊາຊົນໄດ້ຮັບຮູ້ຈັ່ງຊັ້ນ. ແຕ່ທີ່ຂ້ອຍຢູ່ວຽງ ກະເຫັນແຕ່ບ້ານນີ້ນັບ ກະເຫັນແຕ່ບ້ານນີ້ ແລະ ບ້ານອື່ນເດ້ ກະບໍ່ຮູ້ ຄືກັນແຫຼະ ຈັກເພິ່ນໄດ້ທໍ່ໃດ.
ນັກຂ່າວ: ເຮົາມີຄວາມຄາດຫວັງຂະໜາດໃດນີ້ ກັບຜູ້ແທນປະຊາຊົນທີ່ເຮົາຈະເລືອກນີ້.
ນັກວິຊາການ: ກະຄືຜ່ານໆ ມາຫັ້ນແຫຼະ ອັນດຽວກັນ.
ນັກຂ່າວ: ມັນອັນດຽວກັນຈັ່ງໃດລະ?
ນັກວິຊາການ: ກະຄືທີ່ຜ່ານມາ ເລືອກຕັ້ງທີ່ຜ່ານມາ ເຮົາກະບໍ່ຮູ້ວ່າ ໃຜຊິໄດ້ ໃຜບໍ່ໄດ້ ສຸດທ້າຍກະໄດ້ຕາມຈຳນວນຫັ້ນແຫຼະ ຜົນແທ້ໆເຮົາກະບໍ່ຮູ້ວ່າ ຊິແມ່ນຈັ່ງໃດ. ນອກຈາກນີ້ ໃນສາຍຕາຂອງປະຊາຊົນແລ້ວ ການເລືອກເປັນພຽງຮູບການ ແຕ່ໂຕຈິງ ແມ່ນມີການເລືອກກັນໄວ້ ຮຽບຮ້ອຍແລ້ວ.
ປະຊາຊົນທ່ານນຶ່ງໃດສຳພາດວ່າ: ການເລືອກນີ້ ມັນກະຄືເກົ່າ ທີ່ຜ່ານມາຫັ້ນແຫຼະ ເພາະວ່າ ບົ່ງໂຕໃຫ້ມາສະໝັກ ເລືອກຕັ້ງນີ້ ມັນກະຢູ່ໃນແຜນເພິ່ນໝົດແລ້ວ.
ນັກຂ່າວ: ຄືຢາກບໍ່ຢາກກະແມ່ນໄດ້?
ປະຊາຊົນ: ເອີ, ເຮົາບໍ່ປ່ອນກະຊິໄດ້ຫັ້ນແຫຼະ ເພາະຢູ່ໃນແຜນຂອງເພິ່ນລະເດ.
ນັກຂ່າວ: ທີ່ຜ່ານມາ ເພິ່ນກະມາລົງທາບທາມຫາງສຽງ ກັບປະຊາຊົນບ້ານເຮົາຢູ່ເບາະ?
ປະຊາຊົນ: ເອີ, ຜ່ານມານີ້ ກະມາຢູ່ ແຕ່ວ່າ ໃນເມື່ອເລືອກແລ້ວ ມັນກະຄືເກົ່າຫັ້ນແຫຼະ. ບໍ່ໄດ້ເປັນປາກສຽງອີ່ຫຍັງ ນຳເອົາຄວາມ ທຸກຄວາມຍາກຂອງປະຊາຊົນ ໄປສະເໜີແລະ ແກ້ໄຂຫັ້ນແຫຼະ.
ນັກຂ່າວ: ເພິ່ນເຄີຍ ມີການມາທາບທາມຫາງສຽງ ແລ້ວເອົາບັນຫາ ຂອງປະຊາຊົນນີ້ ຂຶ້ນໄປ ສະເໜີຢູ່ສະພາແຫ່ງຊາດບໍ່ ທີ່ຜ່ານມາ?
ປະຊາຊົນ: ເລື່ອງນີ້ ມັນບໍ່ມີດອກ ແຕ່ວ່າ ເພິ່ນປະຊຸມຢູ່ ໂທໄປກະບໍ່ເຫັນນຳເອົາບັນຫານັ້ນ ເຂົ້າກອງປະຊຸມ. ກະມິດໄປເລີຍ ພໍໃຫ້ມັນເປັນຄືຊື່ໆດອກ ບໍ່ແມ່ນເປັນກະບອກສຽງ ຂອງ ປະຊາຊົນແທ້.
ນັກຂ່າວ: ເຮົາເຄີຍໂທໄປຢູ່ເບາະ?
ປະຊາຊົນ: ໂອຍ, ໂທໄປຫຼາຍເທື່ອ ໄປມາເທື່ອແລ້ວນີ້ກະ ເຊົາຊະ ບໍ່ໄດ້ຮັບຜົນຫຍັງ ແຕ່ຄຳຮ້ອງທີ່ເຮົາສົ່ງໄປ ກໍບໍ່ໄດ້ຮັບການ ແກ້ໄຂ.
ປະຊາຊົນ ອີກທ່ານນຶ່ງກໍໃຫ້ຄຳເຫັນວ່າ ຜູ້ທີ່ຈະເປັນຜູ້ແທນ ເພິ່ນມີໄວ້ແລ້ວ ແລະ ບໍ່ວ່າຈະເລືອກ ຫຼື ບໍ່ເລືອກ:
"ເລືອກຫຼືບໍ່ເລືອກ ມັນກໍເປັນຄົນ ຄົນດຽວ ເລືອກໄປແລ້ວ ກໍບໍ່ເຫັນມີບົດບາດອີ່ຫຍັງ ຫຼືບໍ່ ເລືອກກະໄດ້ ວ່າຊັ້ນຊາ ແຕ່ວ່າເນື້ອຫາ ແລ້ວຫັ້ນນະ ເພິ່ນບອກວ່າ ຄັນບໍ່ເລືອກກະບໍ່ໄດ້ ເອີ້ນວ່າ ອີ່ຫຍັງ ຕັດສິດ, ຖ້າເລືອກໄປແລ້ວ ບໍ່ມີຜູ້ແທນຄົນໃດ ທີ່ຈະເວົ້າ ເປັນກະບອກສຽງ ໃຫ້ປະຊາຊົນ."
ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:
"ເລືອກໄປແລ້ວ ກະເວົ້າໃຫ້ປະຊາຊົນເຮົາ ໄດ້ຟັງແດ່ ບໍ່ແມ່ນເລືອກໄປແລ້ວ ໄປນັ່ງຢູ່ຊື່ໆ ຖ້າດັ່ງນັ້ນ ກະບໍ່ເຫັນຈຳເປັນຈະຕ້ອງ ໄດ້ເລືອກ ຄັນເລືອກໄປແລ້ວ ເຮັດວຽກແທນ ປະຊາຊົນ ຢ່າງແທ້ຈິງ ກະສົມຄວນເລືອກວ່າຊັ້ນຊະເນາະ."
ເຖິງຢາງໃດກໍຕາມ, ຜູ້ທີ່ລົງສະໝັກເລືອກຕັ້ງ ກໍຮຽກຮ້ອງໃຫ້ປະຊາຊົນ ໄປເລືອກຕັ້ງ ແລະ ຖ້າໄດ້ຮັບການເລືອກຕັ້ງຈະຮັບໃຊ້ ປະຊາຊົນ ຕາມພາລະບົດບາດ ຂອງຕົນເອງ.
ທ່ານ ສົມມາດ ພົນເສນີ ຣັຖມົນຕຼີ ກະຊວງຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແລະ ເປັນຜູ້ສະໝັກແຂວງຈຳປາສັກ ໄດ້ກ່າວຜ່ານ ສືສັງສື່ສັງຄົມອອນລາຍ ຕອນນຶ່ງ ວ່າ:
ຖ້າຂ້າພະເຈົ້າ ໄດ້ຮັບຄວາມໄວ້ວາງໃຈ ຈາກ ບັນດາທ່ານ ຂ້າພະເຈົ້າຈະສຸມທຸກສະຕິບັນຍາ ທຸກຄວາມສາມາດຂອງຕົນຈະ ປະຕິບັດໜ້າທີ່ ຕາມສິດຂອບເຂດທີ່ ກົດໝາຍໄດ້ກຳນົດ ໄວ້ ຈະຮັບຟັງຂໍ້ສະເໜີຄວາມຄິດຄວາມເຫັນ ຂອງພໍ່ແມ່ພີ່ນ້ອງປະຊາຊົນ ແຂວງຈຳປາສັກ ພວກເຮົາ ເພື່ອໄປນຳສະເໜີ ຕໍ່ສະພາແຫ່ງຊາດ ອົງການປົກຄອງທ້ອງຖິ່ນ ແລະ ບັນດາ ອົງການຄຸ້ມຄອງຣັຖ ທີ່ກ່ຽວຂ້ອງ.
ນອກຈາກນີ້ ທ່ານ ສົມມາດ ຍັງກ່າວວ່າ ຕື່ມອີກວ່າ ຈະເປັນຜູ້ຮັບໃຊ້ທີ່ດີ ໃຫ້ແກ່ພໍ່ແມ່ ພີ່ນ້ອງແຂວງຈຳປາສັກ ເພື່ອພ້ອມກັນ ສ້າງສາພັທນາແຂວງຈຳປາສັກ ພວກເຮົາ.
ອັນນັ້ນເປັນຄຳປະຕິຍານຕົນ ຂອງ ທ່ານ ສົມມາດ ພົນເສນາ.