ລາວຈຳກັດສິດປາກເວົ້າ ອອກຂ່າວ
2014.02.13

ສປປລາວ ເປັນປະເທດນຶ່ງທີ່ຈຳກັດ ສິດເສຣີພາບ ໃນການປາກເວົ້າ ແລະອອກຂ່າວເຄັ່ງຄັດທີ່ສຸດ ແລະເຄັ່ງຂຶ້ນອີກປີນີ້ ຖືກຈັດເປັນ ອັນດັບ ທີ 171 ໃນ ຈຳນວນທັງໝົດ 180 ປະເທດ ໃນໂລກ ຕົກອັນດັບລົງ 3 ອັນດັບ ເມື່ອທຽບໃສ່ ປີກາຍ.
ອົງການນັກຂ່າວໄຮ້ພົມແດນ ອອກຣາຍງານ ປະຈຳປີ 2014 ຕື່ມວ່າ ປະເທດລາວ ໄດ້ຄະແນນ 68 ຄະແນນ ຊຶ່ງ ເປັນຄະແນນ ທີ່ຂີ້ຮ້າຍ. ປະເທດ ທີ່ມີ ສິດເສຣີພາບ ໃນການປາກເວົ້າ ແລະອອກຂ່າວ ຫລາຍ ທີ່ສຸດໄດ້ເປັນອັນດັບນຶ່ງ ແລະໄດ້ຄະແນນໃກ້ 0 ຄະແນນສ່ວນປະເທດ ທີ່ຈຳກັດທີ່ສຸດ ເຊັ່ນ ເກົາຫລີເໜືອ ເປັນອັບດັບທີ່ 179 ເກືອບທີ່ໂຈກ ແລະໄດ້ເກືອບຮ້ອຍ ຄະແນນ.
ອົງການຂ່າວໄຮ້ພົມແດນ ຊຶ່ງມີສຳນັກງານໃຫຍ່ ຢູ່ປະເທດຝຣັ່ງເສສ ບໍ່ໄດ້ຣາຍງານ ໂດຍຣະອຽດ ວ່າເປັນຫຍັງ ສປປລາວ ຈຶ່ງຖືກຈັດເປັນ ປະເທດ 1ໃນ10 ທີ່ຈຳກັດສິດເສຣີພາບ ໃນການປາກເວົ້າອອກຂ່າວ ທີ່ສຸດໃນໂລກ ແຕ່ໃຜໆ ກໍພໍຮູ້ວ່າ ພັກແລະຣັຖບານ ສປປລາວ ຍັງຄວບຄຸມສື່ມວນຊົນ ຢ່າງໃກ້ຊິດ ໂທຣະທັສ ວິທຍຸ ແລະໜັງສືພິມຍັງເປັນ ຂອງຣັດ; ນັກຂ່າວທັງໝົດ ເປັນ ພນັກງານ ຂອງຣັຖ ກ່ອນຈະອອກ ຂ່າວໄດ້ ກໍຕ້ອງຜ່ານ ການ ກວດກາ ເສັຍກ່ອນ.
ອີກຢ່າງນຶ່ງ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ກໍເປັນສາເຫດ ໃຫຍ່ນຶ່ງ ທີ່ເຮັດໃຫ້ ສປປລາວ ຕົກອັນດັບ. ເບິ່ງຕາມຣາຍຊື່ຂອງ 180 ປະເທດ ເຮົາຈະສັງເກດເຫັນວ່າ ປະເທດທີ່ຈຳກັດ ສິດເສຣີພາບ ໃນການປາກເວົ້າອອກຂ່າວ ເຄັ່ງຄັດກວ່າລາວ ຫລືໃນອັນດັບຂີ້ຮ້າຍ ກວ່າລາວ ລ້ວນແລ້ວ ແຕ່ເປັນປະເທດ ຜເດັດການ ໃນນັ້ນຮວມທັງ ປະເທດ ຜເດັດການ ຄອມມຸຍນິສ ເຊັ່ນ ວຽດນາມ ເປັນອັນດັບທີ 174, ຈີນ ອັນດັບທີ່ 175 ແລະ ເກົາຫລີເໜືອ ເກືອບ ທີໂຈກ.