ຫຼັກຊາຍແດນ ລາວ-ວຽດນາມ
2013.06.18
ລາວ ວຽດນາມ ເຫັນພ້ອມ ຈະ ຈັດພິທີ ສລອງ ຜົລສໍາເຣັດ ໃນການ ປັກ ຫລັກໝາຍ ເຂດແດນ ຣະຫວ່າງ ກັນ ພາຍຫລັງ ຣັຖມົນຕຣີ ການຕ່າງ ປະເທດ ລາວ ວຽດນາມ ປະຊຸມກັນ ທີ່ ແຂວງ ຫຼວງພຣະບາງ.
ຂ່າວ The Nation ສະບັບ ວັນທີ 18 ມີຖຸນາ 2013 ຣາຍງານວ່າ ພິທີ ຈະຈັດ ຂຶ້ນຢູ່ເຂດ ຊາຍແດນ ນໍ້າອອນ-Thanh Thuy ຣະຫວ່າງ ແຂວງ ບໍຣິຄໍາໄຊ ແລະ ແຂວງ Nge An. ຣັຖມົນຕຣີ ການຕ່າງ ປະເທດ ວຽດນາມ Pham Binh Minh ພ້ອມ ຄະນະ ໄດ້ເດີນ ທາງຢ້ຽມຢາມ ແຂວງ ພາກເໜືອ ຂອງລາວ ແຕ່ວັນທີ 14 ຫາ 16 ມີຖຸນາ ຕາມຄໍາເຊີນ ຂອງຄູ່ ເຈຣະຈາ ຝ່າຍລາວ ທອງລຸນ ສີສຸລິດ. ລາວ ແລະ ວຽດນາມ ໄດ້ເລີ່ມ ໂຄງການ ຟື້ນຟູ ແລະ ເພີ່ມການ ປັກຫລັກໝາຍ ຊາຍແດນ ໃໝ່ເມື່ອປີ 2008 ຊຶ່ງຖືເປັນ ຄວາມ ສໍາເຣັດ ຂອງ 2 ປະເທດລາວ-ວຽດນາມ.
ໃນຣະຫວ່າງ ການ ເຈຣະຈາ ກັນນັ້ນ ທ່ານທອງລຸນ ແລະ ທ່ານ ຟາມບິນມິນ ຍັງໄດ້ ປິກສາຫາຣື ກ່ຽວກັບ ການແກ້ໄຂ ບັນຫາ ຕ່າງໆ ທີ່ເກີດຂຶ້ນ ຕາມແນວ ຊາຍແດນ ຂອງ 2 ປະເທດ ຮວມເຖິງເຣື່ອງ ການກະກຽມ ທີ່ຈະ ລົງນາມ ໃນ ຂໍ້ຕົກລົງ ສອງຝ່າຍ ເພື່ອແກ້ໄຂ ບັນຫາ ການຍ້າຍຖີ່ນ ແລະ ການແຕ່ງດອງ ທີ່ ບໍ່ຖືກ ກົດໝາຍ ຂອງ ຄົນລາວ ແລະ ຊາວວຽດນາມ ທີ່ຢູ່ລຽບ ຊາຍແດນ ນັ້ນ ນໍາດ້ວຍ.