ເຫດຈູງໃຈມືສັງຫານ ຍັງເປັນ ປິສນາ

ສຸພັດຕາ
2018.08.15
F-businessman2 ເຈົ້າໜ້າທີ່ຕໍາຣວດກ່າວວ່າ ຍັງຈະບໍ່ສລຸບເຫດຈູງໃຈ ການຄາຕກັມ ຂອງທ່ານ ໄຊຊະນະ ຫຍົດສະຫວັດ ຫລື ທ່ານ ລີຈາວເຝີງ ນັກທຸຣະກິດຊາວຈີນ
Screen captured from : https://tinyurl.com/y8kvl59d

ປັດຈຸບັນເຈົ້າໜ້າຕຳຣວດ ຍັງບໍ່ທັນມີຄວາມຄືບໜ້າໃນການສືບສວນ-ສອບສວນ ເຣື່ອງຂອງ ທ່າ ລີ ຈ່າວ-ເຜີງ ຫຼື ໄຊຊະນະ ຍົດສວັຕ ນັກທຸຣະກິຈຊາວຈີນ ທີ່ຖືກຄາຕກັມໃນວັນທີ 12 ສິງຫາ 2018 ນີ້ ຢູ່ເຂດບ້ານວັດໄຕທົ່ງ ເມືອງສີໂຄຕບອງ, ນະຄອນຫຼວງ ວຽງຈັນ. ດັ່ງທີ່ ນ້ອງຊາຍຂອງຜູ້ຕາຍ ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີໃນມື້ນີ້ ຕອນນຶ່ງວ່າ:

“ມີຄົນຂ້າລາວຕາຍ ຕຳຣວດຊອກກະບໍ່ເຫັນ ຖ້າວ່າມີຄົນເຫັນແລ້ວ ກະຕຳຣວດກະຈັບແລ້ວ ວັນທີ 12 ປະມານ 7-8 ໂມງເບາະຕອນເຊົ້າ. ຕັ້ງແຕ່ຂ້ອຍໄປ ແມ່ນຢູ່ໂຮງໝໍແລ້ວ.”

ສ່ວນວ່າສາເຫດ ຂອງການຄາຕກັມໃນຄັ້ງນີ້ ຍັງບໍ່ສາມາດຣະບຸໄດ້ວ່າ ກ່ຽວຂ້ອງກັບເຣື້ອງທຸຣະກິຈ ຫຼືເປັນການຂ້າຊິງຊັບ. ດັ່ງຄົນໃນຄອບຄົວ ຂອງຜູ້ຕາຍ ກ່າວຕໍ່ວິທເອເຊັຽເສຣີວ່່າ:

“ຄືເບື້ອງຕົ້ນໃນຂໍ້ມູນກະຄືວ່າ ຂະເຈົ້າຂຶ້ນໄປເນາະ ກະຄືເຫັນຢູ່ໃນຄລິບທົ່ວເຟສບຸກຫັ້ນແຫຼະ ຂະເຈົ້າເອົາລົງເນາະ, ກະຄລິບ 2 ຄົນ ຂຶ້ນໄປຂ້າລາວ. ລະກະດ້ວຍຖົງເງິນລົງມາ ເອົາແຕ່ເງິນລົງມາວ່າຊັ້ນສາ ລະກະຂ້າລາວຕາຍຄາທີ່ຢູ່ບ່ອນ. ບໍ່ຮູ້ວ່າສາເຫຕ ນີ້ມັນເກີດ ນຳເຣື້ອງຂັດແຍ້ງເບາະ ຫຼືວ່າເຂົາໄປປຸ້ນ ໂຕນີ້ກະຍັງບໍ່ທັນຮູ້. ເຮົາກະບໍ່ຮູ້ວ່າທຸຣະກິຈລາວ ເປັນຈັ່ງໃດມາຈັ່ງໃດ."

ກ່ຽວກັບເຣື້ອງນີ້, ຜູ້ສື່ຂ່າວເອເຊັຽເສຣີ ໄດ້ໂທຣະສັບຕິດຕໍ່ໄປຫາ ຫ້ອງການປ້ອງກັນຄວາມສງົບ ປະຈຳເມືອງສີໂຄຕບອງ ໃນຕອນບ່າຍ 2 ໂມງ ຂອງວັນທີ 15 ສິງຫານີ້ ເພື່ອຖາມຫາສາເຫຕທີ່ເກີດຂຶ້ນ, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ປະຕິເສດ ທີ່ຈະໃຫ້ຄວາມເຫັນ, ໂດຍອ້າງວ່າ ເຈົ້າໜ້າທີ່ວິຊາສະເພາະ ກຳລັງເຮັດວຽກຢູ່ ແລະລໍຖ້າໃຫ້ເຈົ້າໜ້າທີ່ຝ່າຍຈີນ ເຂົ້າມາສືບສວນຊ່ອຍຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.