ລາວແລະສະຫະຣັຖຄົ້ນຫາຊາກ ເສດເຫລືອ

ຈໍາປາທອງ
2014.03.11
F-us-remains ພິທີມອບ ຊາກຊິ້ນສ່ວນ ທະຫານ ອະເມຣິກັນ ໄດ້ຈັດຂຶ້ນ ທີ່ສນາມບິນ ແຂວງ ສວັນນະເຂດ
KPL

 

ການ ຫາຍສາບສູນ ຂອງ ທະຫານ ອະເມຣິກັນ ໃນປາງ ສົງຄາມ ຢູ່ລາວ ເປັນບັນຫາ ທີ່ ມີມາໄດ້ 40 ປີ ແລ້ວ ແຕ່ 2 ຝ່າຍຄື ສະຫະຣັຖ ອະເມຣິກາ ແລະ ສປປລາວ ກໍຍັງບໍ່ ທັນສາມາດ ແກ້ໄຂ ໃຫ້ຕົກໄປ ໄດ້ເທື່ອ ສາມາດ ສໍາຫລວດ ຊອກຫາ ແລະ ຂຸດຄົ້ນ ພົບເຫັນ ຮ່າງກະດູກ ແລະ ສິ່ງເສດເຫລືອ ໄດ້ ບໍ່ທັນຮອດ ເຄິ່ງນຶ່ງ ຄືໄດ້ 266 ກໍຣະນີ ໃນຈໍານວນ ທັງໝົດ 575 ກໍຣະນີ ທີ່ ຈະຕ້ອງໄດ້ ຮ່ວມກັນ ຊອກຫາ ແລະ ຂຸດຄົ້ນ ຕໍ່ໄປ ຈົນໃຫ້ໄດ້ ຄົບຈໍານວນ ທັງໝົດ ຕາມເປົ້າໝາຽ ຂອງ ສະຫະຣັຖ ອະເມຣິກາ.

ກ່ຽວກັບ ເຣື່ອງນີ້ ໃນໂອກາດ ການຢ້ຽມຢາມ ລາວ ເມື່ອວັນທີ 11 ກໍຣະກະດາ 2012 ມາດາມ ຮິລລາຣີ ຄລິນຕັນ ຣັຖມົນຕຣີ ກະຊວງ ການຕ່າງ ປະເທສ ສະຫະຣັຖ ອະເມຣິກາ ຣະຍະນັ້ນ ກໍໄດ້ ຊຸກຍູ້ ໃຫ້ ຣັຖບາລ ລາວ ຮ່ວມມືກັບ ສະຫະຣັຖ ໃນການຊອກຫາ ແລະ ຂຸດຄົ້ນ ຕໍ່ໄປ. ແລະ ເມື່ອບໍ່ດົນ ມານີ້ ຄະນະ ຜູ້ແທນ 2 ຝ່າຍ ຊຶ່ງຝ່າຍ ສະຫະຣັຖ ນໍາໂດຍ ພົນໂທ ເຄັນ ລີ ແມກຄິກ ຜູ້ບັນຊາການ ທະຫານ ບົກ ເຂດ ປາຊີຟິກ ປະຈໍາຮ່າວາຽ ແລະ ທ່ານ ແດແນວ ເອຄລູນ ທູດ ສະຫະຣັຖ ອະເມຣິກາ ປະຈໍາລາວ ແລະ ຝ່າຍລາວ ນໍາໂດຍ ທ່ານ ສຸທໍາ ສາກົນນິຍົມ ຫົວໜ້າ ກົມເອີຣົບ-ອະເມຣິກາ ກະຊວງ ການຕ່າງ ປະເທສ ກໍໄດ້ ປະຊຸມ ປຶກສາ ຫາລືກັນ ເປັນຄັ້ງ ທໍາອິດ ປະຈໍາປີ 2014 ຢູ່ນະຄອນຫລວງ ວຽງຈັນ ກ່ຽວກັບ ວຽກງານ ການຊອກຫາ ຮ່ອງຮອຍ ແລະ ສິ່ງເສດເຫລືອ ຂອງ ທະຫານ ອະເມຣິກາ ໃນປາງ ສົງຄາມ ຢູ່ລາວ.

ໃນນັ້ນ ທັງ 2 ຝ່າຍ ໄດ້ທົບທວນ ການ ປະຕິບັດ ແຜນການ ຮ່ວມມື ໃນການ ສໍາຫລວດ ແລະ ຂຸດຄົ້ນ ຊອກຫາ ຮ່ອງຮອຍ ແລະ ສິ່ງເສດເຫລືອ ດັ່ງກ່າວ ຣະຍະ 6 ເດືອນ ຜ່ານມາ ແລະ ໄດ້ວາງແຜນ ປະຕິບັດ ງານ ຣະອຽດ ຮ່ວມກັນ ໃນ ຕໍ່ໜ້າ. ພ້ອມກັນນັ້ນ ກໍໄດ້ ຕົກລົງ ເພີ່ມການ ຮ່ວມມື ໂດຍສະເພາະ ໃນການ ຊ່ວຽເຫລືອ ທາງດ້ານ ມະນຸສທັມ ແກ່ທ້ອງຖິ່ນ ຕ່າງໆ ທີ່ມີການ ປະຕິບັດ ໂຄງການ ນີ້ນໍາດ້ວຍ. ທີ່ກອງ ປະຊຸມ ຄະນະ ຜູ້ແທນ ສະຫະຣັຖ ໄດ້ສະແດງ ຄວາມຂອບໃຈ ແລະ ຕີຣາຄາສູງ ຕໍ່ການ ຊ່ວຍເຫລືອ ຂອງຣັຖບາລ, ອໍານາດ ການປົກຄອງ ທ້ອງຖິ່ນ ແລະ ປະຊາຊົນ ລາວ ໃນວຽກງານ ດັ່ງກ່າວ ແລະ ໃຫ້ຄໍາໝັ້ນ ວ່າຈະ ປະກອບສ່ວນ ຊ່ວຍເຫຼືອ ທາງດ້ານ ມະນຸສທັມ ນີ້ຕໍ່ໄປ ເພື່ອເຮັດໃຫ້ ການພົວພັນ ຮ່ວມມື ຣະຫວ່າງ 2 ປະເທສ ສະຫະຣັຖ ອະເມຣິກາ ລາວ ມີ ບັນຍາກາດ ນັບມື້ ດີຂຶ້ນ ແລະ ເພື່ອ ຜົລປໂຍດ ຂອງ 2 ປະເທສ ຫລາຍຂຶ້ນ ໃນ ອະນາຄົດ.

ສໍາລັບ ຝ່າຍລາວ ກໍໄດ້ ຢືນຢັນວ່າ ຈະສືບຕໍ່ ໃຫ້ການ ຮ່ວມມື ກັບ ສະຫະຣັຖ ໃນການ ປະຕິບັດ ພາລະກິດ ດັ່ງກ່າວ ຕາມເງື່ອນໄຂ ແລະ ຄວາມສາມາດ ຕົວຈິງ ຂອງຕົນ. ເມື່ອກ່ອນນັ້ນ ຄືໃນ ວັນທີ 16 ສິງຫາ 2013 ຄະນະ ຜູ້ແທນ 2 ປະເທສ ກໍໄດ້ ປະຊຸມ ປຶກສາ ຫາລືກັນ ຢູ່ກະຊວງ ການຕ່າງ ປະເທສລາວ ຊຶ່ງ ສື່ມວນຊົນ ຂອງ ທາງການລາວ ຣາຍງານ ໂດຍອີງໃສ່ ຄໍາຖແລງ ຂອງກະຊວງ ການຕ່າງ ປະເທສລາວ ວ່າ ຝ່າຍ ສະຫະຣັຖ ໄດ້ສະແດງ ຄວາມຂອບໃຈ ແລະ ມີຄວາມ ພໍໃຈ ຕໍ່ການ ຊ່ວຍເຫລືອ ຂອງ ຣັຖບາລລາວ ໂດຍສະເພາະ ຢ່າງຍິ່ງ ກໍແມ່ນ ຕໍ່ ອໍານາດ ການປົກຄອງ ແລະ ປະຊາຊົນ ທ້ອງຖິ່ນ ແລະວ່າ ຝ່າຍ ສະຫະຣັຖ ໄດ້ຕົກລົງ ທີ່ຈະໃຫ້ ການ ສນັບສນູນ ດ້ານ ມະນຸສທັມ ແກ່ ປະຊາຊົນ ທ້ອງຖິ່ນ ເພື່ອ ຜົລປໂຍດ ຮ່ວມກັນ ຂອງທັງ 2 ຝ່າຍ ອັນຈະເຮັດ ໃຫ້ການ ພົວພັນ ຮ່ວມມື ຣະຫວ່າງ ສະຫະຣັຖ ແລະ ລາວ ດີຂຶ້ນ ຕື່ມອີກ.

ການສໍາຫລວດ ແລະ ຂຸດຄົ້ນຫາ ອັດຖິ ແລະ ສິ່ງ ເສດເຫລືອ ຂອງ ທະຫານ ອະເມຣິກັນ ທີ່ ຫາຍສາບສູນ ໃນປາງ ສົງຄາມ ຢູ່ລາວ ຈົນມາ ເຖິງ ປັດຈຸບັນ ກໍຍັງບໍ່ ທັນສາມາດ ປະຕິບັດ ໃຫ້ສໍາເຣັດ ໄດ້ເທື່ອ ເຖິງ ແມ່ນວ່າ ຣັຖບາລ ຂອງ 2 ປະເທສ ໄດ້ ປະຕິບັດ ງານ ຮ່ວມມືກັນ ມາຕັ້ງ ແຕ່ປີ 1982 ຄືເປັນ ເວລານານ ເຖິງ 32 ປີ ແລ້ວ ກໍຕາມ.

ແຕ່ເຖິງ ຢ່າງໃດ ທັງ 2 ຝ່າຍ ກໍໃຫ້ ຄໍາໝັ້ນ ນໍາກັນວ່າ ຈະຮ່ວມມື ກັນຕໍ່ໄປ ຫລາຍຂຶ້ນ ເພື່ອເຮັດໃຫ້ ການ ສໍາຫລວດ ແລະ ຂຸດຄົ້ນຫາ ອັດຖິ ແລະ ສິ່ງເສດ ເຫລືອ ຂອງ ທະຫານ ອະເມຣິກັນ ທີ່ ຫາຍສາບສູນ ໃນປາງ ສົງຄາມ ຢູ່ລາວ ນັ້ນ ສໍາເຣັດ ຊຶ່ງ ຂະນະນີ້ ຍັງເຫຼືອ ຢູ່ອີກ 309 ກໍຣະນີ ທີ່ຈະຕ້ອງ ໄດ້ຮ່ວມກັນ ຊອກຫາ ແລະ ຂຸດຄົ້ນ ຕໍ່ໄປ ທີ່ຜ່ານມາ ກໍໄດ້ຄົ້ນຫາ ຢ່າງຕໍ່ເນື່ອງ ໃນຣະດູ ແລ້ງ ຂອງ ທຸກໆປີ. ແຕ່ໄດ້ຢຸດ ການຄົ້ນຫາ ໃນຍາມຝົນ ຍ້ອນ ສະພາບ ດິນຟ້າ ອາກາດ ບໍ່ອໍານວຽ. ດັ່ງຊາວລາວ ທ່ານນຶ່ງ ເວົ້າ ໃນວັນທີ 9 ມິນາ 2014 ນີ້ວ່າ:

"ແມ່ນ ຍາມຝົນ ກະເຮັດບໍ່ໄດ້ ແຫລະ ມັນຝົນ ສູນຮ່ວມ ຄົ້ນຫາ ສະເລີຍເສິກ ແລະ ບຸກຄົນ ທີ່ ຫາຍສາບສູນ ໃນຣະຫວ່າງ ການ ປະຕິບັດ ໜ້າທີ່ ຫລື JPAC ຢູ່ນະຄອນ ໂຮໂນລູລູ ຣັຖຮາວາຍ ສະຫະຣັຖ ອະເມຣິກາ ຖແລງເມື່ອ ເດືອນ ພຶສພາ 2012 ວ່າ ຈະສົ່ງ ທິມງານ ຈໍານວນ 4 ທິມ ປະມານ 50 ຄົນ ໄປ ປະຕິບັດ ງານ ຢູ່ແຂວງ ສວັນນະເຂດ ເປັນເວລາ ປະມານ 45 ວັນ ເພື່ອຂຸດ ຄົ້ນຫາ ທະຫານ ອະເມຣິກັນ 10 ຄົນ ແລະ ທິມງານ ທັງໝົດນັ້ນ ໄດ້ເລີ່ມ ປະຕິບັດ ງານ ໃນທ້າຍປີ ນັ້ນແລ້ວ".

ແລະ ໃນວັນທີ 15 ມີນາ 2013 ທີ່ສນາມບິນ ສວັນນະເຂດ ຍານາງ ສຸນທອນ ໄຊຍະຈັກ ກັມການ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ຮອງ ຣັຖມົນຕຣີ ກະຊວງ ການຕ່າງ ປະເທສ ກໍໄດ້ມອບ ອັດຖິ ແລະ ສິ່ງຂອງ ເຄື່ອງໃຊ້ ທີ່ເຊື່ອ ວ່າ ຈະເປັນຂອງ ທະຫານ ອະເມຣິກັນ ທີ່ເສັຍຊີວິດ ໃຫ້ ມາດາມ ຄາເຣນ ບີ ສະຈ໊ວຕ ທູດ ສະຫະຣັຖ ອະເມຣິກາ ປະຈໍາລາວ ຈໍານວນ 10 ຊຸດ ທີ່ ຂຸດຄົ້ນພົບ ຢູ່ເມືອງ ເຊໂປນ ແລະ ເມືອງ ວິຣະບູລີ ຊຶ່ງ ຢູ່ຕິດກັບ ຊາຍແດນ ວຽດນາມ.

ຕາມຣາຽງານ ຂອງສູນ ດັ່ງກ່າວ ປີ 2013 ສະຫະຣັຖ ມີທິມງານ ຈໍານວນ 100 ກວ່າຄົນ ກໍາລັງ ປະຕິບັດງານ ຢູ່ ສປປລາວ ຮວມທັງ ຢູ່ແຂວງ ເຊກອງ ທາງພາກໃຕ້, ຢູ່ແຂວງ ຊຽງຂວາງ ແລະ ແຂວງຫົວພັນ ພາກເໜືອ ຂອງລາວ ຊຶ່ງຊາວລາວ ທ່ານນຶ່ງ ເວົ້າວ່າ ສ່ວນຫລາຍ ກໍແມ່ນ ຢູ່ຂົງເຂດ ນັ້ນ:

"ຢູ່ທາງໃຕ້ນີ້ ແມ່ນ ສວັນ ຫລາຍກວ່າໝູ່ ແລ້ວກະປີດ ປາຍມັນ ກະໄປທາງ ເຊກອງ ອັດຕະປື ຈຸດໜັກແມ່ນ ຢູ່ສວັນ ທາງເໜືອ ກະແມ່ນ ຊຽງຂວາງ ຊໍາເໜືອ 2 ແຂວງນີ້".

ທະຫານ ອະເມຣິກັນ ສ່ວນໃຫຍ່ ເສັຍຊີວິດ ຢູ່ແຂວງ ພາກກາງ ແລະ ພາກໃຕ້ ຂອງລາວ ແລະ ສ່ວນຫລາຍ ເສັຍຊີວິດ ຈາກເຫດ ເຮືອບິນຕົກ ທັງທີ່ຖືກ ຍິງ ຢູ່ລາວ ແລະ ຖືກຍິງ ຢູ່ວຽດນາມ ແລ້ວໄປຕົກ ຢູ່ດິນ ແດນລາວ.

ຕາມຕົວເລກ ຂອງຝ່າຍ ສະຫະຣັຖ ມີທະຫານ ອະເມຣິກັນ ຫາຍສາບສູນ ຫລື ເສັຍຊີວິດ ໃນປະເທສ ລາວ ທັງໝົດ 575 ຄົນ ຊຶ່ງສ່ວນໃຫຍ່ ເປັນນັກບິນ ແລະ ລູກເຮືອ ໃນເຫດການ ເຮືອບິນ ຫລື ຍົນ ເຮລີກົບເຕີ ປະສົບ ອຸບັດຕິເຫດ ຕົກ ດ້ວຍສາເຫດ ຕ່າງໆ ໃນປາງ ສົງຄາມ ຊຶ່ງ ຂະນະນີ້ ຂຸດຄົ້ນ ພົບແລ້ວ 266 ກໍຣະນີ ແລະ ຍັງອີກ 309 ກໍຣະນີ ທີ່ ສະຫະຣັຖ ແລະ ລາວ ຈະຕ້ອງໄດ້ ຊອກຄົ້ນຫາ ຕໍ່ໄປ ຈົນໃຫ້ໄດ້ ຄົບຕາມ ຈໍານວນ ທັງໝົດ ທີ່ວ່າ ມານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.