ນະໂຍບາຍ 3 ສ້າງ ຂອງພັກ-ຣັຖ ຄ້າງຄາ

ນາຍົກຣັຖມົນຕຣີ ໄປພົບປະ ປະຊາຊົນ ບ້ານນາຍາງ ກຸ່ມບ້ານນໍ້າກ້ຽງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ວັນທີ 25 ກໍຣະກະດາ ຜ່ານມາ ເພື່ອຮັບຟັງ ລາຍງານ ການພັທນາ ເສຖກິດ-ສັງຄົມ ໂດຍຫຍໍ້ ຈາກເຈົ້າເມືອງ ຕາມທິດສາມສ້າງ
ນາຍົກຣັຖມົນຕຣີ ໄປພົບປະ ປະຊາຊົນ ບ້ານນາຍາງ ກຸ່ມບ້ານນໍ້າກ້ຽງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ວັນທີ 25 ກໍຣະກະດາ ຜ່ານມາ ເພື່ອຮັບຟັງ ລາຍງານ ການພັທນາ ເສຖກິດ-ສັງຄົມ ໂດຍຫຍໍ້ ຈາກເຈົ້າເມືອງ ຕາມທິດສາມສ້າງ (Laophathana)

0:00 / 0:00

ການຈັດຕັ້ງປະຕິບັດນະໂຍບາຽ 3 ສ້າງ ຂອງກົມການເມືອງ ສູນກາງພັກ ປະຊາຊົນປະຕິວັດລາວ ພາຽໃຕ້ການນໍາພາຂອງ ທ່ານ ຈູມມະລີ ໄຊຍະສອນ ຍັງປະສົບກັບບັນຫາການຂາດປະສິດທິພາບ ໃນການປະຕິບັດຕົວຈິງໃນທຸກໆດ້ານ ເຖິງແມ່ນນະໂຍບາຍດັ່ງກ່າວ ຈະເປັນແນວ ທາງໃນການພັທນາ ທີ່ສອດຄ່ອງກັບສະພາບຕົວຈິງຂອງລາວ ຄືສຸມໃສ່ການພັທນາເຂດຊົນນະບົດໃຫ້ເຂັ້ມແຂງ ໂດຽສະເພາະແມ່ນການຜລິດ ສະບຽງອາຫານ ໃຫ້ພຽງພໍກັບຄວາມຕ້ອງການ ແລະ ເພີ່ມການຜລິດເປັນສິນຄ້າໃຫ້ຫຼາຍຂຶ້ນ ແຕ່ການຈັດຕັ້ງປະຕິບັດຕົວຈິງ ຊໍ້າພັດບໍ່ເປັນຄື ແນວນັ້ນ ຍ້ອນງົບປະມານມີຈໍາກັດຫຼາຍ ແລະທັງເປັນບັນຫາຄ້າງຄາຕົ້ນຕໍ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ສູນກາງພັກ ປະຊາຊົນ ປະຕິວັດລາວ ຜູ້ຂໍສງວນຊື່ທ່ານນຶ່ງ ຕໍ່ຜູ້ສື່ຂ່າວ ເອເຊັຍເສຣີ ເມື່ອທ້າຍສັປດາຜ່ານມາ. ທ່ານວ່າ:

"ຢາກໃຫ້ຂັ້ນເທິງນີ້ເບິ່ງຕື່ມ ງົບປະມານນີ້ລະ ບັນຫາຕົ້ນຕໍ ວ່າພວກເຮົາ ໄດ້ໄປກໍານົດ ໄດ້ໄປເຊື່ອມຊືມ ໄດ້ໄປວາງແຜນ ໄດ້ເປັນໂຄງການ ແລ້ວ ແຕ່ວ່າການສນອງທຶນ ໃຫ້ແກ່ການພັທນາ ທ້ອງຖິ່ນນີ້ມັນກໍຍັງຊ້າ ເສັ້ນທາງກໍຫຍຸ້ງຍາກ ຈໍາກັດ ຫລາຍ ໃນຊ່ວງນີ້ກໍບໍ່ສາມາດ ເຂົ້າ ໄປຫາ ບ້ານເປົ້າໝາຍ ໄດ້ ຝົນຕົກດິນ ເຊາະເຈື່ອນ ອັນນີ້ແມ່ນບັນຫາ ທີ່ວ່າຫຍຸ້ງຍາກ ພາຍໃນເມືອງ".

ກົມການເມືອງສູນກາງພັກ ໄດ້ມີມະຕິໃຫ້ປະຕິບັດແຜນການຕາມນະໂຍບາຍ 3 ສ້າງ ຄື: ສ້າງແຂວງໃຫ້ເປັນຫົວໜ່ວຽຍຸທສາດ, ສ້າງເມືອງ ເປັນຫົວໜ່ວຽເຂັ້ມແຂງຮອບດ້ານ ແລະສ້າງບ້ານເປັນຫົວໜ່ວຍພັທນາຂອງພັກ ຢູ່ໃນພື້ນທີ່ເປົ້າໝາຍ 109 ບ້ານ ໃນ 51 ເມືອງ ຂອງ 17 ແຂວງທົ່ວປະເທສ ນັບຕັ້ງແຕ່ເດືອນ ຕຸລາ ປີ 2012 ເປັນຕົ້ນມາ.

ໃນແຜນການສົກປີ 2012-2013 ທີ່ຫາກໍສິ້ນສຸດລົງ ໃນທ້າຍເດືອນກັນຍາ ຜ່ານມານີ້ໄດ້ປະຕິບັດ 381 ໂຄງການ ແຕ່ຣັຖບາລລາວສາມາດ ຕອບສນອງງົບປະມານໄດ້ພຽງ 85.3 ຕື້ກີບ ສເລັ່ຍໂຄງການນຶ່ງໄດ້ພຽງ 223 ລ້ານເທົ່ານັ້ນອັນເຮັດໃຫ້ບໍ່ສາມາດທີ່ຈະບັນລຸເປົ້າໝາຍໄດ້.