ທາງການລາວຈະເປີດຮັບ ຣັຖກອນ ກາງປີນີ້
2021.01.28
ກົມການຈັດຕັ້ງ ແລະ ພະນັກງານ ອົງການກວດສອບແຫ່ງຣັຖ ມີແຜນຈະຮັບຣັຖກອນໃໝ່ ໃນໄລຍະກາງປີ 2021, ເຊິ່ງ ໃນປີນີ້ ອົງການກວດສອບແຫ່ງຣັຖ ຈະຮັບເອົາຣັຖກອນໃໝ່ ປະມານ 5 ຄົນ. ໂດຍຈະຮັບໃນສາຂາ ວິຊາສະເພາະເທົ່ານັ້ນ. ປັດຈຸບັນ ທາງການຍັງປຶກສາຫາຣືກັນຢູ່, ດັ່ງເຈົ້າໜ້າທີ່ ອົງການກວດສອບແຫ່ງຣັຖ ທ່ານນຶ່ງທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 28 ມົກກະຣາ ນີ້ວ່າ:
“ສໍາລັບການຣັຖກອນ ປີ 2021 ນີ້ເນາະ, ພວກເຮົາຍັງບໍ່ທັນໄດ້ເປີດຮັບສມັກເທື່ອ, ຍັງບໍ່ທັນມີການແຈ້ງການ ຫຼືວ່າຂາຍຟອມອິຫຍັງ ຕ່າງໆເທື່ອ, ເພາະວ່າ ປັດຈຸບັນນີ້ຄະນະຮັບຜິດ ຊອບກໍາລັງປຶກສາຫາລືກັນຢູ່, ກໍມີແຜນຈະຮັບຢູ່ 5 ຄົນ ຈະປະກາດຮັບສມັກ ຫຼັງເຮົາແຕ່ງຕັ້ງ ຄະນະກັມມະການແລ້ວ.”
ທ່ານກ່າວຕື່ມວ່າ ສໍາລັບກະຊວງອື່ນໆ ກໍມີແຜນຈະເປີດຮັບຣັຖກອນໃໝ່ຄືກັນໃນປີ 2021 ນີ້ ຊຶ່ງເຈົ້າໜ້າທີ່ ກໍຍັງປຶກສາຫາຣືກັນຢູ່ ວ່າກະຊວງໃດ ຈະເປີດຮັບເອົາຈັກຄົນ ແລະ ໃນສາຂາອາຊີບໃດ ຄົນທີ່ສົນໃຈ ແລະ ຈົບວິຊາສະເພາະ ກໍຕ້ອງລໍຖ້າຕິດຕາມ ປະກາດແຈ້ງການ:
“ເຮົາຕ້ອງໄດ້ມາຄົ້ນຄວ້າ ວ່າມີເປົ້າໝາຍ ຮັບສາຂາວິຊາໃດກ່ອນເນາະ, ແຕ່ລະກະຊວງ ກໍຊ່ວງນີ້ໝົດແຫຼະ, ຊ່ວງເດືອນມິຖຸນາ ລົງມາ ນີ້ເຮົາກໍຈະປະກາດ ໃຫ້ຕິດຕາມ.”
ໃນວັນທີ 5 ພຶສພາປີ 2020 ກົມການຈັດຕັ້ງ ແລະ ພະນັກງານ ອົງການກວດສອບແຫ່ງຣັຖ ຮັບຣັຖກອນໃໝ່ຈໍານວນ 7 ຄົນ ໂດຍ ຮັບສະເພາະວິຊາຈົບຊັ້ນສູງຂຶ້ນໄປ ເຊັ່ນ: ວິຊາການເງິນ, ການບັນຊີ, ການທະນາຄານ ແລະ ວິຊາກວດສອບ.
ໃນຂນະທີ່ ເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງເວົ້າວ່າ, ຄົນສ່ວນຫຼາຍ ຢາກເປັນຣັຖກອນເຖິງຈະມີເງິນເດືອນ ໜ້ອຍກໍຕາມ, ແຕ່ເປັນອາຊີບທີ່ໝັ້ນຄົງ ແລະ ມີສວັດດີການ ໃຫ້ແກ່ຄອບຄົວນໍາດ້ວຍ.
ການສອບເສັງເຂົ້າເປັນຣັຖກອນ ຖ້າຫາກບໍ່ເກັ່ງ ແລະບໍ່ໄດ້ຈົບວິຊາຊີບສະເພາະໂດຍກົງ ກໍເສັງບໍ່ໄດ້. ປັດຈຸບັນ ເຈົ້າໜ້າທີ່ຣັຖ ເຂັ້ມງວດຫຼາຍ ບໍ່ມີການໃຊ້ເງິນຊື້ຈ້າງ ຕາມທີ່ເຄີຍເປັນ ຂ່າວໃນສື່ສັງຄົມອອນລາຍ ໃນຫຼາຍໆປີຜ່ານມາ, ຖ້າຜູ້ໃດຢາກເປັນຣັຖກອນ ກໍຕ້ອງໃຊ້ຄວາມຮູ້ ຄວາມສາມາດຂອງຕົນເອງເທົ່ານັ້ນ:
“ທີ່ເສັງເນາະ ກະຕ້ອງໄດ້ໄປຊື້ຟອມ, ຊື້ເອກກະສານມາຂຽນ, ຂຽນແລ້ວກະໄປຍື່ນ, ຫຼັງຈາກຍື່ນລະເພິ່ນກະຈະນັດມື້ສອບເສັງເນາະ, ຄັນວ່າຈົບມໍຊື່ໆ, ເພິ່ນກໍຄືຈະບໍ່ຮັບລະ, ການສອບເສັງເພິ່ນກະເຂັ້ມງວດເດ້, ບໍ່ມີອັນວ່າຈະຈ້າງເຂົາ, ຈັ່ງຊັ້ນ ຈັ່ງຊີ້ ບໍ່ມີດອກ.”
ຜູ້ທີ່ເຄີຍສອບເສັງເຂົ້າຣັຖກອນ ທ່ານນຶ່ງເວົ້າວ່າ ກໍເຄີຍໄປສອບເສັງ ຢູ່ກະຊວງສຶກສາທິການ ເມື່ອຫຼາຍປີມາແລ້ວ ແຕ່ກໍບໍ່ໄດ້ ດຽວນີ້ ກໍບໍ່ຢາກເສັງແລ້ວ, ເພາະມີທຸຣະກິຈເຮັດ ເປັນຂອງຕົນເອງ. ຜ່ານມາ, ເຄີຍໄປສອບເສັງເຂົ້າເປັນຣັຖກອນ ກໍເຮັດຕາມແຈ້ງການ ແລ້ວດໍາເນີນຕາມຂັ້ນຕອນ ຂອງທາງການກໍານົດທຸກຢ່າງ ບໍ່ໄດ້ມີຫຍັງຫຍຸ້ງຍາກ, ຖ້າຫາກເກັ່ງ ມີຄວາມສາມາດ ກໍເປັນຣັຖກອນໄດ້, ແຕ່ກໍມີການແຂ່ງຂັນກັນຫຼາຍຢູ່:
“ໂອ້ກະບໍ່ຫຍຸ້ງຍາກ ຜູ້ໃດເສັງໄດ້ເພິ່ນກໍແຈ້ງການອອກມາ ວ່າເອີ່ມາສັມພາດ, ຜູ້ໃດເກັ່ງກໍຖືວ່າຜູ້ນັ້ນໄດ້ເນາະ, ເພິ່ນເອົາຄຸນພາບ ເຂົາເຈົ້າມີປະສົບການບໍ່, ເຂົ້າໄປແລ້ວເຈົ້າຈະໄປ ເຮັດວຽກ ຕາມມອບໝາຍ ຂອງເພິ່ນບໍ ບໍ່ແມ່ນຈະເຂົ້າ ໄປຕາມຂະບວນການ.”
ເຖິງຢ່າງໃດກໍດີ ໃນປີ 2021 ນີ້, ຖ້າຜູ້ໃດທີ່ສົນໃຈ ຢາກເສັງເຂົ້າເປັນຣັຖກອນ ກໍຕ້ອງລໍຖ້າຕິດຕາມ ວ່າແຕ່ລະກະຊວງຈະເປີດຮັບ ສາຂາວິຊາໃດ ແລະ ດໍາເນີນຕາມຂັ້ນຕອນ ທີ່ທາງການກໍານົດ.
ໃນປີ 2020 ກໍມີຫຼາຍກະຊວງ ເປີດຮັບເອົາຣັຖກອນໃໝ່ ໄດ້ກໍານົດໂຄຕ້າຣັຖກອນໃໝ່ ຈໍານວນ 2,000 ຄົນ, ໃນນັ້ນກະຊວງສຶກສາ ທິການ ແລະ ກິລາ ໄດ້ໂຄຕ້າ 1,040 ຄົນ ຮອງລົງມາແມ່ນ ກະຊວງສາທາຣະນະສຸຂ 280 ຄົນ.
ໃນປີ 2021 ຣັຖບານມີກໍານົດຮັບເອົາຣັຖກອນ 1,600 ຄົນ ຫຼຸດລົງຈາກປີ 2020; 400 ຄົນ ແຕ່ຍັງຕົກລົງກັນບໍ່ໄດ້ເທື່ອວ່າແຕ່ລະ ກະຊວງຈະໄດ້ໂຄຕ້າຫຼາຍໜ້ອຍເທົ່າໃດ.
ແນວໃດກໍຕາມ, ທີ່ຜ່ານມາ ການສອບເສັງເຂົ້າເປັນຣັຖກອນ ກໍມີຫາງສຽງຈາກປະຊາຊົນ ວ່າຍັງມີການຈ່າຍເງິນ ໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງ ເພື່ອໃຫ້ຮັບເອົາລູກຫຼານ ຂອງຕົນ ເຂົ້າເຮັດວຽກ ຢູ່ໃນອົງການຈັດຕັ້ງຂອງຣັຖ ແລະ ບາງຂແນງການ ເຊັ່ນ: ພາສີ ຜູ້ທີ່ຈະເຂົ້າເຮັດວຽກ ຢູ່ໃນຂແນງການນີ້ ຕ້ອງໄດ້ຈ່າຍເງິນບໍ່ຕ່ຳກ່ວາ 100 ລ້ານກີບ. ແຕ່ເຈົ້າໜ້າທີ່ ພາສີ ທ່ານນຶ່ງ ຜູ້ບໍ່ປະສົງ ອອກຊື່ແລະສຽງ ໄດ້ປະຕິເສດວ່າ:
ບໍ່ມີດອກການຈ້າງເຂົ້າ ມັນບໍ່ແມ່ນຊິເຂົ້າໄດ້ງ່າຍໆ ເພາະ ກ່ອນຊິເຂົ້າ ມັນມີຄະນະພັກ ໄດ້ປຶກສາຫາຣື ໄດ້ເຊັນຢັ້ງຢືນຄັກແນ່ ມັນບໍ່ມີດອກ ຜູ້ຊິເອົາເງິນເອົາຄຳຫັ້ນ ໂອ້ຍ... ແນວຄົນມັນເຂົ້າບໍ່ໄດ້ ລະມັນກະເວົ້າເອົາກັນຊື່ໆນ່າ.