ປະເທດລາວ ຖືກສເນີ ເປັນປະທານ ວຽນອາຊ້ຽນ ໃນປີ 2024 ແລະ ປັດຈຸບັນ ພາກສ່ວນກ່ຽວຂ້ອງ ກຳລັງຫາລືກັນ ເພື່ອຕຣຽມຄວາມພ້ອມຫຼາຍດ້ານ. ໃນວັນທີ 15 ກໍຣະກະດາ ທີ່ຜ່ານມາ ທ່ານ ສະເຫລີມໄຊ ກົມມະສິດ ຣັຖມົນ ຕຣີກະຊວງ ການຕ່າງປະເທດ ໄດ້ເປັນປະທານ ກອງປະຊຸມປຶກສາຫາລື ເພື່ອຕຣຽມຄວາມພ້ອມ ແລະ ດຳເນີນການເປັນປະທານອາຊ້ຽນ ໃນປີ 2024 ໂດຍ ມີການມອບໝາຍໃຫ້ 13 ອະນຸກັມມະການ ລະດົມຄວາມຄິດ “ຄຳຂວັນ”, ກາໝາຍ ແລະ ບູລິມະສິທຂອງ ການເປັນປະທານອາຊ້ຽນ ແລະ ສະຖານທີ່ພັກສຳລັບຄະນະຜູ້ແທນ ທີ່ຈະມາພັກເຊົາໃນເວລາມາຮ່ວມກອງປະຊຸມ ແລະ ສະຖານທີ່ຈັດກອງປະຊຸມ.
ເຈົ້າໜ້າທີ່ ປະຈຳກົມອາຊ້ຽນ ກະຊວງການຕ່າງປະເທດ ຜູ້ທີ່ຂໍສງວນຊື່ ແລະ ສຽງ ໄດ້ກ່າວວ່າ:
" ປັດ ຈຸ ບັນ ທາງ ຄະ ນະ ເຈົ້າ ໜ້າ ທີ່ ຂອງ ກົມ ອາ ຊ້ຽນ ແລະ ພາກ ສ່ວນ ກ່ຽວ ຂ້ອງ ກຳ ລັງ ມີ ການ ກະ ຕ ຣຽມ ປຶກ ສາ ຫາ ລື ກັນ ຢູ່ ກ່ຽວ ກັບ ວຽກ ງານ ກະ ຕ ຣຽມ ໃນ ດ້ານ ຕ່າງໆ . ຄັນ ວ່າ ມີ ຄວາມ ພ້ອມແນວ ໃດ ກໍ ຈະ ມີ ການ ຖ ແລງ ຂ່າວ ໃຫ້ ສື່ມວນ ຊົນ ຮັບ ຊາຍ ອີກ ເທື່ອ ນຶ່ງ ແລະ ຍັງ ບໍ່ ສາ ມາດ ໃຫ້ ຣາຍ ລະ ອຽດ ຫຼາຍ ໄປ ກວ່ານີ້ ໄດ້ ."
ຫຼັງຈາກທີ່ຊາວລາວຮູ້ວ່າ ປະເທດລາວ ຈະເປັນປະທານວຽນອາຊ້ຽນ ໃນປີ 2024, ບາງກຄົນກໍຢາກໃຫ້ແກ້ໄຂບັນຫາຕ່າງໆ ໃຫ້ຄົນລາວກ່ອນ. ຊາວບ້ານ ນາງ ນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ກໍຣະກະດາ ວ່າ:
" ກະ ຢາກ ໃຫ້ ໃຫ້ ສິດ ຜົ ລ ປ ໂຍດ ຄົນ ລາວ ຫຼາຍກວ່າ ຄົນ ຕ່າງ ປະ ເທດ ເນາະ ກະ ອຳ ນວຍ ຄວາມ ສະ ດວກ ໃຫ້ ເທົ່າ ທີ່ ວ່າ ຈຳ ເປັນ ວ່າຊັ້ນ ສາ ຫຼັກໆກະ ຄື ຢາກ ໃຫ້ ເຫັນ ປະ ຊາ ຊົນ ເປັນ ອັບ 1 ກ່ອນ . ມື້ນີ້ ປະ ເທດ ຊາດ ລາວ ແຕ່ ວ່າ ຄົນ ລາວ ໜ້ອຍກວ່າ ປະ ເທດ ອື່ນ ."
ໃນຂະນະທີ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການຕ່າງໆ ກໍຍັງບບໍ່ໄດ້ຮັບຄ່າຊົດເຊີຍ ແລະ ຊາວບ້ານກໍຢາກໃຫ້ ທາງການລາວ ເລັ່ງແກ້ໄຂບັນຫາທີ່ຄ້າງຄາ ແລະ ຊຸກຢູ່ໃຫ້ມີການຊົດເຊີຍແກ່ຊາວບ້ານ ໃຫສຳເຣັດຮຽບຮ້ອຍ ກ່ອນທີ່ລາວຈະເປັນປະທານວຽນອາຊ້ຽນ ໃນປີ 2024 ເພື່ອຄວາມເໝາະສົມໃນຖານະ ປະທານອາຊ້ຽນ.
ຊາວບ້ານ ນາງນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກໂຄງການທາງຣົຖໄຟ ລາວ-ຈີນ ແລະ ເຂດໂລຈິສຕິກ ພາກ ໄດ້ກ່າວວ່າ:
" ກະ ຢາກ ໃຫ້ ເພິ່ນ ແກ້ ໄຂ ບັນ ຫານີ້ ແຫຼະ ຄວາມ ທຸກ ຍາກ ຂອງ ປະ ຊາ ຊົນ ທີ່ ໄດ້ ຖືກ ຜົ ລ ກະ ທົບ ທີ່ ເສັຽດິນ - ເສັຽດ ອນໄປ ນີ້ ແຫຼະ . ແກ້ ໄຂ ບັນ ຫາ ໃຫ້ ມັນ ແລ້ວ ມັນ ທົ່ວ ກະ ຊິບໍ່ ເໝາະ ສົມ ຫັ້ນ ແຫຼະ ເພາະ ວ່າ ແກ້ ໄຂ ບັນ ຫາ ໃຫ້ ປະ ຊາ ຊົນ ອັນນີ້ ກະ ຍັງ ບໍ່ ໄດ້ ເນາະ . ໄປ ມາ ໝົດທຸກ ຢ່າງ ແລ້ວ ເພິນ ກະ ຍັງ ບໍ່ ໃຫ້ ຄຳ ຕອບ ."
ນັກສິທທິມະນຸສ ກໍຍັງສະແດງຄວາມກັງວົນ ກັບເຣື່ອງບັນຫາ ສິທທິມະນຸສ ທີ່ເກີດຂຶ້ນໃນລາວ ແລະ ບໍ່ສາມາດແກ້ໄຂໄດ້ ໃນຂະນະທີ່ ລາວຈະເປັນປະທານວຽນອາຊ້ຽນ. ທ່ານ Phil Robertson ຮອງຜູ້ອຳນວຍການ ອົງການສິ້ງຊອມດ້ານສິທທິມະນຸສ ຫຼື Human Rights Watch ປະຈຳເຂດເອເຊັຽ ໄດ້ກ່າວວ່າ:
" ເປັນ ບັນ ຫາ ຂອງ ລາວ ຢູ່ ຕ ລອດ ກ່ຽວ ກັບ ເຣື່ອງ ການ ລະ ເມີດ ສິທທິ ມະ ນຸ ສ ເປັນ ຕົ້ນບັນ ຫາ ເຣື່ອງ ທີ່ ດິນ ເຊິ່ງ ນາຍ ທຶນ ມັກ ຈະ ຮ້ອງ ຂໍ ໃຫ້ ເຈົ້າ ໜ້າ ທີ່ ໄປ ຍຶດ ເອົາ ທີ່ ດິນ ຂອງ ຊາວ ບ້ານ. ຫຼື ແມ່ນ ວ່າ ຈະ ເປັນ ການ ຈຳ ກັດ ບໍ່ ໃຫ້ ປະ ຊາ ຊົນ ມີ ການປາກ ເວົ້າ ໃນ ການ ສະ ແດງ ຄວາມ ຄິດ ເຫັນ ຕໍ່ ພັກ - ຣັ ຖ ແລະ ກໍ ມີ ການ ຫາຍ ສາບ ສູນ ຫຼາຍ ກໍ ລະ ນີ ໃນ ລາວ ທີ່ ຍັງ ບໍ່ ທັນ ແກ້ ໄຂ ເປັນ ຕົ້ນ ກໍ ລະ ນີ ທ່ານ ສົມ ບັດ ສົມ ພອນ ເຊິ່ງ ຍັງ ບໍ່ ທັນ ມີ ຄຳ ຕອບ ເທື່ອ ວ່າ ທ່ານ ໄດ້ ຫາຍ ໄປ ໃສ ."
ນອກຈາກນີ້ ຍັງມີເຣື່ອງບັນຫາຜົລກະທົບຂ້າມຊາຍແດນ ຢູ່ແມ່ນ້ຳຂອງ ອັນເກີດມາຈາກການສ້າງເຂື່ອນ ເຊິ່ງບັນຫານີ້ ກໍຍັງບໍ່ທັນໄດ້ຮັບການແກ້ໄຂ.
ຜູ້ຕ່າງໜ້າ ກຸ່ມຮັກຊຽງຂອງ ແຂວງ ຊຽງຮາຍປະເທດໄທຍ ໄດ້ກ່າວວ່າ:
" ການ ຄັດ ເລືອກ ໃຫ້ ລາວ ເປັນ ປະ ທານ ອາ ຊ້ຽນ ສິ່ງ ທີ່ ລາວ ຈະ ຕ້ອງ ເປັນ ຫ່ວງໃຫ້ ຫຼາຍ ທີ່ ສຸດ ຄືເຣື່ອງ ຄຸ ນ ນະ ພາບ ຊີ ວິຕຂອງ ປະ ຊາ ຊົນ ຍ້ອນ ທີ່ ຜ່ານ ມາ ຂ້ອນ ຂ້າງ ທີ່ ຈະ ໄດ້ ຮັບ ການ ເບິ່ງ ແຍງ ໜ້ອຍ ແລະ ເຣື່ອງ ແມ່ ນ້ຳ ຂອງ ຈະ ຕ້ອງ ມີ ຄວາ ຊັດ ເຈນ ບໍ່ ວ່າ ລາວ ຈະ ຕ້ອງ ການ ຜົ ລ ປ ໂຍ ດ ຈາກ ການ ຜ ລິຕ ກະ ແສ ໄຟ ຟ້າ ຫຼາຍ ສ່ຳ ໃດ ກໍ ຕາມ ແຕ່ ຈະ ຕ້ອງບໍ່ ສົ່ງ ຜົ ລ ກະ ທົບ ກັບ ປະ ເທດ ເພື່ອນ ບ້ານ ."
ປະເທດລາວ ໄດ້ເຂົ້າເປັນສະມາຊິກອາຊ້ຽນ ໃນປີ 1997 ແລະ ໄດ້ຮັບກຽດເປັນປະທານວຽນ ອາຊ້ຽນແລ້ວ 2 ຄັ້ງ:
- ຄັ້ງທຳອິດ ໃນປີ 2004
- ຄັ້ງທີ 2 ໃນປີ 2016 ເຊິ່ງ ໃນເວລານັ້ນ ທ່ານ ບາຣັກ ໂອບາມ້າ ອະດີດປະທານາທິບໍດີ ສະຫະຣັຖອາເມຣິກາ ກໍໄດ້ເຂົ້າຮ່ວມກອງປະຊຸມ ສຸດຍອດຜູ້ນຳອາຊ້ຽນ.
ສຳລັບການເປັນປະທານວຽນ ອາຊ້ຽນ ຄັ້ງທີ 3 ຂອງປະເທດລາວ ຈະເຣີ່ມແຕ່ວັນທີ 1 ມົກກະຣາ ຫາ ວັນທີ 31 ທັນວາ ປີ 2024 ແລະ ໃນລະຫວ່າງນັ້ນ ປະເທດລາວ ກໍຈະເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດຜູ້ນຳອາຊ້ຽນ ນຳອີກດ້ວຍ.