ລາວຍັງຈໍາກັດສິດທິ ສື່ມວນຊົນ
2014.01.13

ເຈົ້າຫນ້າທີ່ລາວທ່ານນື່ງເວົ້າວ່າ ການທີ່ເຈົ້າຫນ້າທີ່ລາວ ຈະໃຫ້ຂໍ້ມູນ ຕໍ່ນັກຂ່າວຫລືການທີ່ນັກຂ່າວ ຈະສເນີຂໍ້ມູນທີ່ຫລໍ່ແຫລມເຊັ່ນ: ຂ່າວ ການສໍ້ໂກງຂອງເຈົ້າຫນ້າທີ່ີຣັຖຫຼືຂ່າວການຮັບສິນບົນນັ້ນຍັງລຳບາກ ແລະມີຄວາມສ່ຽງຫຼາຍຢູ່ ເຖິງແມ່ນວ່າທາງການລາວຈະປະກາດໃຫ້ ສື່ມວນຊົນແລະສັງຄົມຊ່ອຍຕ້ານການສໍ້ຣາສບັງຫຼວງຂອງເຈົ້າຫນ້າທີ່ ຣັຖກໍຕາມ.
"ເຂົາເວົ້າເຣື້ອງການລົງຫນັງສືພີມຄືຫນັງສືພີມຫັ້ນລົງ ບໍ່ຖືກເຮັດໃຫ້ ສັງຄົມແຕກຕື່ນ ຣັຖບານບໍ່ຍອມຮັບເດ ຄັນເອກຊົນຈະລົງເວັບໄຊ ອັນຕຣາຍເດ ບໍ່ຄືປະເທດທຶນນິຍົມ".
ທ່ານກ່າວຕື່ມວ່າ ເຈົ້າຫນ້າທີ່ຣັຖ ສ່ວນໃຫຍ່ຍັງຢ້ານກົວ ທີ່ຈະໄດ້ຮັບ ອັນຕຣາຍຖ້າເປີດເຜີຍ ຂໍ້ມູນຕໍ່ນັກຂ່າວ ຍ້ອນຍັງບໍ່ເຊື່ອຫມັ້ນໃນສິດ ເສຣິພາບໃນການ ສເນີຂ່າວຂອງຣັຖ ຕໍ່ສື່ມວນຊົນ.
ອິງຕາມລາຍງານ ຂອງຫນັງສືພິມ ເສຖກິດສັງຄົມ ສປປລາວສບັບ ວັນທີ 13 ມົກຣາ 2014 ທ່ານ ທອງສິງ ທັມມະວົງ ນາຍົກຣັຖມົນ ຕຣີລາວ ໄດ້ກ່າວເຖິງ ບັນຫາເຣື້ອງການຂາດດຸນ ງົບປະມານ ແລະ ຫນີ້ສິນພາຍໃນຂອງປະເທດ ຍ້ອນການສໍ້ຣາສບັງຫຼວງຊື່ງທາງອອກ ອີກທາງນື່ງ ກໍຕ້ອງການຢາກໃຫ້ ສັງຄົມແລະ ສື່ມວນຊົນ ຊ່ອຍກັນ ສກັດກັ້ນ ການສໍ້ໂກງດັ່ງກ່າວ ດ້ວຍການບອກເບາະແສແລະຂໍ້ມູນ ຄວາມຈິງ ແຕ່ຫລາຍຄົນຍັງບໍ່ສາມາດ ບອກໄດ້ຍ້ອນທາງການລາວ ຍັງບໍ່ຮັບປະກັນຄວາມປອດພັຍແລະສິດເສຣີພາບໃນການສແດງອອກເທື່ອ.
ອົງການຂ່າວທີ່ບໍ່ມີພົມແດນໄດ້ອອກລາຍງານກ່ຽວກັບສິດເສຣີພາບຂອງສື່ມວນຊົນ ໃນບັນດາ 179 ປະເທດໃນໂລກໄດ້ຈັດ ສປປລາວ ຢູູໃນ ອັນດັບທີ 168 ເປັນປະເທດທີ່ຂາດສິດເສຣິ ພາບໃນການອອກຂ່າວ ແລະອັນດັບ 9 ໃນບັນດາ 10 ປະເທດ.