ທາງການລາວເລັ່ງ ຈັດສັນທີ່ດິນ
2013.06.12

ເຈົ້າໜ້າທີ່ລາວ ວ່າ ອົງການ ທີ່ດິນ ແຫ່ງຊາດ ຂອງລາວ ເລັ່ງ ຈັດສັນ ທີ່ດິນ ໃນ ແຕ່ລະບ້ານ ແຕ່ ລະເມືອງ ເພື່ອ ປ້ອງກັນ ການບຸກລຸກ ພື້ນທີ່ ແບບ ບໍ່ເປັນຣະບຽບ.
ປັຈຈຸບັນ ຢູ່ ສປປ ລາວ ໂດຍສະເພາະ ຕົວເມືອງໃຫຍ່ ມີການ ຂຍາຍຕົວ ຫລາຍຂຶ້ນ ເຮັດໃຫ້ ປະຊາຊົນ ມີຄວາມ ຕ້ອງການທີ່ດິນ ຫລາຍຂຶ້ນ ແຕ່ ສ່ວນໃຫຍ່ແລ້ວ ການບຸກລຸກ ພື້ນທີ່ ຂອງ ປະຊາຊົນ ຈະເປັນການ ບຸກລຸກ ເຂດ ປ່າສງວນ ຫລືພື້ນທີ່ ຂອງ ຣັຖ ເພື່ອທໍາການ ກະເສດ. ດັ່ງນັ້ນ ທາງອົງການ ທີ່ດິນ ຈຶ່ງເລັ່ງ ຈັດສັນ ທີ່ດິນ ເພື່ອປ້ອງກັນ ປະຊາຊົນ ບໍ່ໃຫ້ບຸກລຸກ ພື້ນທີ່ນັ້ນ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ອົງການ ຄຸ້ມຄອງ ທີ່ດິນ ທ່ານກ່າວວ່າ:
"ປັຈຈຸບັນນີ້ ພວກເຮົາ ເລັ່ງ ຈັດສັນ ທີ່ດິນ ໃຫ້ມັນແລ້ວ ໄວທີ່ສຸດ ເທົ່າທີ່ ຈະໄວໄດ້ ເພື່ອຈະກໍານົດ ຂອບເຂດ ວ່າ ອັນໃດເປັນ ທີ່ດິນ ຂອງຣັຖ ບ່ອນໃດທີ່ວ່າ ສງວນໄວ້ ເຂດໃດ ທີ່ຈະໃຫ້ ນໍາໃຊ້ ມັນຈະກໍານົດ ໄວ້ລະອຽດ ຂອງ ແຕ່ລະບ້ານ ຂອງ ແຕ່ລະເມືອງ ເພື່ອສະກັດກັ້ນ ປ້ອງກັນ ການບຸກລຸກ ພື້ນທີ່".
ການຈັດສັນ ທີ່ດິນ ເປັນວຽກທີ່ ເຮັດມາ ຢູ່ ຕລອດ ແຕ່ກໍຍັງ ບໍ່ແລ້ວ ເທື່ອ ການເຮັດໃບ ຕາດິນ ໃນທົ່ວ ທຸກແຂວງ ກໍຍັງບໍ່ແລ້ວ ຍ້ອນຄວາມພ້ອມ ຂອງ ແຕ່ລະ ເມືອງ ແຕ່ລະ ແຂວງ ບໍ່ເທົ່າກັນ ຈຶ່ງເຮັດໃຫ້ ເກີດບັນຫາ ບຸກລຸກ ແລະ ຂັດແຍ່ງກັນ ເຣື່ອງທີ່ດິນ ຢູ່ເລື້ອຍໆ ແລະ ບັນຫາ ກໍຍັງ ຈະມີຕໍ່ໄປ ຫາກ ບໍ່ມີການ ຈັດສັນ ຢ່າງລະອຽດ. ຂະນະດຽວກັນ ຊາວນະຄອນ ຫລວງ ວຽງຈັນ ທ່ານນຶ່ງ ໃຫ້ຄໍາເຫັນວ່າ ດິນຢູ່ລາວ ທີ່ ເປັນຂອງ ປະຊາຊົນ ລາວ ແທ້ໆນັ້ນ ນັບມື້ ຈະລຸດໜ້ອຍລົງ:
"ຢູ່ລາວເຮົານີ້ ມັນມີແຕ່ ເດືອດຮ້ອນ ທີ່ວ່າ ດິນດອນ ຕອນຫຍ້າ ມັນກໍໜ້ອຍໄປ ໜ້ອຍໄປ ບາງເທື່ອ ກໍດັນໄປໃສ່ ທະເລພຸ້ນ ເພື່ອຖົມ ແຕ່ວ່າບາງເທື່ອ ເຈົ້າໜ້າທີ່ ກໍຈັດທີ່ດິນໃຫ້ຜູ້ອື່ນ ຫລືວ່າເຮັດ ທຸຣະກິດ ອັນອື່ນ ແລະ ເຂົາກໍດັນ ໃຫ້ ປະຊາຊົນ ກໍເດືອດ ຮ້ອນ ແລະ ມັນຈະມີ ບັນຫາ".
ຊາວລາວ ທ່ານນີ້ ເວົ້າຕື່ມວ່າ ເຖິງຈະມີ ການຈັດສັນ ຫລື ມີໃບຕາດິນ ສະແດງ ເຖິງສິດ ເປັນ ເຈົ້າຂອງທີ່ດິນ ແຕ່ກໍບໍ່ ໝາຍຄວາມວ່າ ປະຊາຊົນ ຈະມີສິດ ເດັດຂາດ ໃນທີ່ດິນ ຜືນນັ້ນ ຫາກຣັຖບານ ເຫັນຊອບ ໃຫ້ມີ ໂຄງການ ພັທນາ ທີ່ກວມເອົາ ພື້ນທີ່ ຂອງ ປະຊາຊົນ ສຸດທ້າຍກໍ ຈໍາຕ້ອງຍອມ ໂອນກັມສິດ ທີ່ດິນນັ້ນ ໃຫ້ຣັຖບານ ແລ້ວຍ້າຍ ອອກໄປຢູ່ ບ່ອນໃໝ່ ທີ່ທາງການ ຈັດສັນໃຫ້ ຫລື ແລ້ວແຕ່ ຈະຕົກລົງ ກັນ.