ລາວ-ເກົາຫລີໃຕ້ເພີ້ມສຳພັນ ເສຖກິດ
2013.11.24
ໃນການຢ້ຽມຢາມເກົາຫລີໃຕ້ຂອງປະທານປະເທດລາວ ເຈົ້າຫນ້າທີ່ເກົາຫລີໃຕ້ ທ່ານ ຈຽງວາ ເດ ກ່າວວ່າ: ສອງຜູ້ນໍາໄດ້ໂອ້ລົມກັນກ່ຽວກັບ ການໃຊ້ເທັກໂນໂລຈີ ທີ່ທັນສມັຍຂອງເກົາຫລີໃຕ້ ໃນການພັທນາ ຊັພຍາກອນ ທັມມະຊາດ ທີ່ອຸດົມສົມບູນໃນລາວ. ທ່ານວ່າ ສອງຜູ້ນໍາຍັງ ໄດ້ປຶກສາຫາລືກັນ ກ່ຽວກັບການຮ່ວມພັທນາ ໂຄງຮ່າງພື້ນຖານ ໃນລາວທີ່ ສປປລາວ ມີຊັພຍາກອນນໍ້າອັນມະຫາສານ ເໝາະສົມກັບການ ສ້າງເຂື່ອນໄຟຟ້າເພີ້ມຕື່ມ.
ນອກຈາກນັ້ນສອງຜູ້ນໍາຍັງໄດ້ໂອ້ລົມກັນກ່ຽວກັບການໃຊ້ປະສົພການໃນການພັທນາເສຖກິດຂອງເກົາຫລີໃຕ້ ມາເປັນແບບຢ່າງໃນໂຄງ ການ ພັທນາເສຖກິດ ໃນລາວ ທັງສອງໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ ທີ່ເກົາຫລີໃຕ້ຈະອະນຸມັດ ເງິນກູ້ປະມານ 200 ລ້ານໂດລາ ໃຫ້ແກ່ ສປປລາວໃນໂຄງການພັທນາເສຖກິດ ໃນສົກປີ 2014 ຫາ 2017.
ຣັຖບານເກົາຫລີໃຕ້ຍັງໄດ້ລົງນາມ ກັບຣັຖບານລາວ ໃນການອະນຸຮັກ ພື້ນທີ່ມໍຣະດົກໂລກ ວັດພູຈໍາປາສັກ ທີ່ແຂວງຈໍາປາສັກ ພາກໃຕ້ຂອງ ລາວນໍາອີກ. ໃນຂໍ້ຕົກລົງເຈົ້າຫນ້າທີ່ຈາກສອງປະເທດຈະເຮັດວຽກຮ່ວມ ກັນໃນການອະນຸຮັກວັດຖຸໂບຮານເກົ່າແກ່ໃນເຂດດັ່ງກ່າວ. ເຈົ້າຫນ້າ ທີ່ເກົາຫລີໃຕ້ ທ່ານນີ້ກ່າວເພີ້ມວ່າການ ຢ້ຽມຢາມເກົາຫລີໃຕ້ຂອງປະທານປະເທດລາວເທື່ອນີ້ ເປັນເວລາທີ່ເຫມາະສົມ ທາງດ້ານການທູດ ຊຶ່ງ ໃນເວລານີ້ຣັຖບານເກົາຫລີໃຕ້ກໍາລັງ ສົ່ງເສີມຄວາມສໍາພັນ ກັບບັນດາປະເທດອາຊຽນທັງຫລາຍ. ຣັຖບານເກົາຫລີໃຕ້ ສັນຍາວ່າຈະໃຫ້ການ ຊ່ອຍເຫລືອລາວຫລາຍຂຶ້ນ ໃນອະນາຄົດ.