ຫຼາຍແຂວງ ເປີດໂຮງຮຽນ ຄືນແລ້ວ

ອຸ່ນແກ້ວ ສຸກສະຫວັນ
2021.05.25
ຫຼາຍແຂວງ ເປີດໂຮງຮຽນ ຄືນແລ້ວ ຫຼາຍໂຮງຮຽນ ຊັ້ນ ປ. 5, ມ. 4 ແລະ ມ. 7 ທົ່ວ ແຂວງບໍ່ແກ້ວ ໄດ້ເລີ່ມເປີດການຮຽນ-ການສອນ ຄືນໃໝ່ ແລະ ປະຕິບັດມາຕການປ້ອງກັນ ໂຄວິດ-19 ຢ່າງເຄັ່ງຄັດ.
ໂທຣະທັສ ແຂວງບໍ່ແກ້ວ

ໂຮງຮຽນມັທຍົມສຶກສາ ແຫ່ງນຶ່ງ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ເປີດການຮຽນ-ການສອນ ຊັ້ນມ. 4, ມ. 7 ຕັ້ງແຕ່ວັນທີ 24 ພຶສພາ 2021 ທີ່ຜ່ານມາ ໂດຍອີງຕາມຄຳແນະນຳ ຂອງ ຫ້ອງການສຶກສາທິການ ແລະກິລາເມືອງ.

ໂຮງຮຽນ ກໍມີມາຕການເຝົ້າລະວັງ ແລະປ້ອງກັນໂຄວິດ-19 ເປັນຕົ້ນຂຍາຍຫ້ອງຮຽນຕື່ມ ຈາກ ມ. 4 ເຄີຍມີ 2 ຫ້ອງ ກໍຂຍາຍເປັນ 4 ຫ້ອງ, ຈາກມ. 7 ມີ 3 ຫ້ອງ ກໍຂຍາຍເປັນ 7 ຫ້ອງ ແລ້ວໃຫ້ນັ່ງຮຽນ ໂຕະລະຄົນ ໃນຂນະທີ່ອາຈານ ແລະນັກຮຽນ ຈະຕ້ອງໃສ່ຜ້າ ອັດປາກອັດດັງ ແລະ ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ. ອາຈານໂຮງຮຽນ ມັທຍົມສຶກສາແຫ່ງນຶ່ງ ຢູ່ເມືອງຕົ້ນເຜິ້ງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 25 ພຶສພາ ວ່າ:

"ໄດ້ຂຍາຍຫ້ອງອອກແຫຼະ ໃສ່ໜ້າກາກໝົດຫັ້ນແຫຼະ ບໍ່ໄດ້ນັ່ງຊຸມແຊວກັນແຫຼະ ນັ່ງໄກກັນ ພັກຜ່ອນກໍໃຫ້ອອກເທື່ອລະຄົນເຂົ້າເທື່ອ ລະຄົນແຫຼະ ກັນແຫຼະລະມັດລະວັງ ກ່ອນທີ່ເຂົ້າ ໂຮງຮຽນແຕ່ລະມື້ ຕ້ອງໄດ້ວັດອຸນຫະພູມ ຊິກອດຄໍກັນ ມະຍຸມະຍ່ວຍ ບໍ່ມີແລ້ວ ດຽວນີ້ນິມີແຕ່ວ່າ ລົມກັນນີ້ ລົມກັນໄກໆ ໃຫ້ 1 ແມັດ ກະບໍ່ປະຕິບັດຢູ່ ນາຍຄຣູ ອາຈານ ກໍປະກົບຢູ່ ເພາະວ່າ ນັກຮຽນ ກໍຍັງນ້ອຍ ເດ້ເນາະ."

ທ່ານກ່າວຕື່ມວ່າ ເຖິງວ່າໂຮງຮຽນ ໄດ້ແຈ້ງການໄປຫາຜູ້ປົກຄອງທຸກຄົນ ໃຫ້ນຳລູກ-ຫຼານ ກັບຄືນມາຮຽນແລ້ວ ແຕ່ກໍມີຜູ້ປົກຄອງ ຈຳນວນນຶ່ງ ທີ່ພັກອາໃສ ຢູ່ເຂດສາມຫລ່ຽມຄຳ ບໍ່ສົ່ງລູກ-ຫຼານ ເຂົ້າໂຮງຮຽນ ຍ້ອນຍັງຫວາດລະແວງໂຄວິດ-19 ສະນັ້ນ ຄຣູ ປະຈຳຫ້ອງ ຈຶ່ງສົ່ງບົດຝຶກຫັດລົງໃນກຸ່ມ WhatsApp ໃຫ້ຮັກຮຽນ ທີ່ບໍ່ໄດ້ມາຮຽນ ເຮັດບົດຝຶກຫັດ.

ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສຳລັບ ມ. 1, ມ. 2, ມ. 3, ມ. 5, ມ. 6 ຈະເອົາຄະແນນສເລັ່ຽ ພາກທີ 1 ແລະ ພາກທີ 2 ມາບວກກັນ ແລ້ວຫານ 2 ອອກມາ 5.00 ຂຶ້ນໄປ ກໍໃຫ້ຜ່ານ. ອາຈານ ທ່ານນີ້ ກ່າວວ່າ:

"ເອົາຄະແນນ ພາກທີ 1 ພາກທີ 2 ມາບວກກັນເລີຍ ຖືວ່າຊິບໍ່ໄດ້ຮຽນແຫຼະ ວ່າແນວນັ້ນ ສາເນາະ ເອົາພາກ 1 ພາກ 2 ມາບວກກັນ ແລ້ວມາຫານເລີຍ 5.00 ຂຶ້ນໄປແລ້ວມັນໄດ້ເລີຍ."

ໃນຂນະທີ່ ຢູ່ເມືອງຊຳເໜືອ ແຂວງຫົວພັນ ທີ່ບໍ່ພົບຜູ້ຕິດໂຄວິດ-19, ໄດ້ເປີດການຮຽນ-ການສອນ ໃຫ້ແກ່ນັກຮຽນ ມ. 4 ແລະ ມ. 7 ນັບແຕ່ວັນທີ 24 ພຶສພາ 2021 ແລະ ບໍ່ມີນັກຮຽນ ຂາດໂຮງຮຽນ, ແຕ່ຕ້ອງປະຕິບັດມາຕການປ້ອງກັນໂຄວິດ-19 ໂດຍການໃສ່ ຜ້າອັດປາກອັດດັງ, ເວັ້ນໄລຍະຫ່າງ. ເຈົ້າຜແນກສຶກສາທິການ ແລະກິລາ ແຂວງຫົວພັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ເຂົ້າກໍມາປົກກະຕິ ແບບວ່າ ບໍ່ຂາດຫັ້ນນ່າ ແຕ່ກໍບໍ່ໄດ້ຍິນວ່າ ພໍ່ແມ່ຜູ້ປົກຄອງບໍ່ໃຫ້ມາ ແຕ່ວ່າ ແຈ້ງແລ້ວ ເຂົາກໍມາປົກກະຕິແນວນັ້ນ ດອກອັນແບບຈັດແບບວ່າ ນັ່ງຫ່າງກັນ 2 ແມັດ ແລະ ໃສ່ຜ້າອັດປາກ."

ເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງຫົວພັນ ກ່າວວ່າ ການສອບເສັ່ງເອົາຄະແນນມາສເລັ່ຽບວກ ແລະ ຫານກັນ ຖ້ານັກຮຽນຄົນໃດ ໄດ້ຄະແນນ 5 ຈຸດຂຶ້ນໄປ ກໍຖືວ່າ ຜ່ານ, ແຕ່ຖ້າຫລຸດ 5 ຈຸດ ກໍໃຫ້ເສັງຄືນໃໝ່.

"ມີແຕ່ເອົາຄະແນນ ພາກຮຽນ 2 ນີ້ ຄະແນນເດືອນ 2 ຄະແນນເດືອນ 3 ຄະແນນເດືອນ 4 ຄະແນນເດືອນ 5 ຫລັງຈາກນັ້ນ ກວດການ ຮອບສຸດທ້າຍ ກວດກາໃຫຍ່ຫັ້ນນ່າ ມັນຈະບໍ່ໄດ້ຈັດ ການສອບເສັງ ຫລັງຈາກ ກວດກາແລ້ວ ພາກຮຽນທີ 2 ພາກຮຽນທີ 1 ບວກເຂົ້າຫານ 2 ຄັນໄດ້  5 ແລ້ວ ກໍຄືຖືວ່າ ຜ່ານມາ ຄັນບໍ່ໄດ້ 5 ຖືວ່າ ກວດການຄືນໃຫ້ເຂົາເຈົ້າ ເທົ່ານັ້ນດອກ."

ໃນຂນະທີ່ໂຮງຮຽນ ມັທຍົມສຶກສາ ແຫ່ງນຶ່ງ ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຍັງບໍ່ທັນເປີດການຮຽນ-ການສອນ ກໍມີແຜນຈະເປີດວັນທີ 26 ພຶສພາ 2021 ນີ້ ໃນຂນະທີ່ໂຮງຮຽນ ກໍມີແຜນເຝົ້າລະວັງ ແລະ ປ້ອງກັນໂຄວິດ-19. ເຈົ້າໜ້າທີ່ແຂວງອັດຕະປື ກ່າວວ່າ:

"ຄຣູເຮົາຕ້ອງມີຜ້າອັດປາກ ມີເຈວລ້າງມືເນາະ ແຕ່ສຳລັບນັກຮຽນັ້ນ ເຮົາກໍແຈ້ງໄປວ່າ ແຕ່ລະຄົນກໍກຸ້ມຕົວເອງໄປກ່ອນ ຜ້າອັດປາກ ເຮົາກໍວ່າ ໃຫ້ແຕ່ລະຄົນຮັບຜິດຊອບຕົວເອງສາ ເພາະວ່າວຽກເຮົາ ບໍ່ມີງົບປະມານ ຫຼາຍຫັ້ນນ່າ ກໍຄື ຊິໄປແຍກໄລຍະຫ່າງ 1 ແມັດ 2 ແມັດເນາະ ໂອ້ຍເນາະ ຄືເຮັດບໍ່ໄດ້ ຄຣູເຮົາບໍ່ພໍ ຫ້ອງຮຽນນີ້ພໍ ແຕ່ໂດຍພື້ນຖານ ອອກຮຽນມາ ມັນກໍໃກ້ກັນຄືເກົ່າ ຫັ້ນແລ້ວ ເຮົາກໍຢ່າສາ."

ນັກນຽນຊັ້ນ ມ. 7 ເມືອງງອຍ ແຂວງຫຼວງພຣະບາງ ກ່າວວ່າ ມີຄວາມຕື່ນເຕັ້ນ ທີ່ຈະໄດ້ພົບກັນໝູ່ ເພາະວ່າ ເປັນມື້ທຳອິດທີ່ຈະໄດ້ ໄປໂຮງຮຽນ.

"ຮຽນຢູ່ ຢູ່ໂຮງຮຽນ ຕື່ນເຕັ້ນ ເພະວ່າ ໄດ້ເຫັນໝູ່ ມື້ທຳອິດ ມື້ນີ້ ຫາກໍ່ມມາ ຄຸມດີ ເພາະວ່າໂຮງຮຽນ ໃຫ້ໃສ່ຜ້າອັດປາກໝົດທຸກຫ້ອງ ໝົດທຸກຄົນເລີຍ."

ອີງຕາມແຈ້ງການ ຂອງກະຊວງສຶກສາທິການ ແລະກິລາ ເລກທີ 1554/ຫກ ລົງວັນທີ 21 ພືສພາ ທີ່ໄດ້ລະບຸວ່າ, ແຂວງ, ເມືອງ, ນະຄອນຫລວງ ແລະ ໂຮງຮຽນທີ່ບໍ່ມີການລະບາດ ຂອງໂຄວິດ-19 ໃນຊຸມຊົນ 14 ວັນ ທີ່ຜ່ານມາ ໃຫ້ເປີດການຮຽນ-ການສອນຄື ສະເພາະ ປ. 5, ມ. 4 ແລະ ມ. 7 ໄປຮອດວັນທີ 4 ມິຖຸນາ 2021 ຫລັງຈາກນັ້ນ ໃຫ້ແຕ່ລະພາກສ່ວນ ທີ່ກ່ຽວຂ້ອງ ຕິດຕາມແຈ້ງການ ການເປີດການຮຽນ-ການສອນ ໃນແຕ່ລະຂັ້ນຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.