ຜູ້ໃຊ້ສື່ສັງຄົມອອນລາຍ ໃນລາວ ເພີ່ມຂຶ້ນ

ໄຊຍາ
2021.04.20
ຜູ້ໃຊ້ສື່ສັງຄົມອອນລາຍ ໃນລາວ  ເພີ່ມຂຶ້ນ ສະຖິຕິຜູ້ໃຊ້ ສື່ສັງຄົມອອນລາຍ ໃນລາວ; ເດືອນ ກໍຣະກະດາ 2018
ແຫຼ່ງຂໍ້ມູນ: gs.statcounter.com

ກະຊວງໄປສະນີ ໂທຣະຄົມມະນາຄົມ ແລະ ການສື່ສານຂອງລາວ ໄດ້ຣາຍງານ ເມື່ອປີ 2018 ພົບວ່າ ສະຖິຕິ ແຕ່ປີ 2017-2018 ການນໍາໃຊ້ສື່ສັງຄົມອອນລາຍ ໃນລາວມີທັງໝົດ 2.4 ລ້ານ ບັນຊີກວມເອົາ 35% ຂອງພົລເມືອງລາວ ທັງໝົດ. ໃນນັ້ນ 2.2 ລ້ານ ບັນຊີ ນຳໃຊ້ຜ່ານ ໂທຣະສັບມືຖື ເຊິ່ງເພີ່ມຂຶ້ນເຖິງ 6 ແສນຄົນ ໃນໄລຍະ 1 ປີ.

ໃນປີ 2021 ບໍຣິສັດ Hootsuite ທີ່ບໍຣິຫານຂໍ້ມູນ ກ່ຽວກັນສື່ສັງຄົມອອນລາຍ ແລະຕິດຕາມຈຳນວນຜູ້ໃຊ້ ໄດ້ຣາຍງານວ່າຄົນລາວ ໃຊ້ສື່ສັງຄົມອອນລາຍ ຈາກໂທຣະສັບມືຖື ເພີ່ມຂຶ້ນເປັນ 3.6 ລ້ານຄົນ, ໃນຂນະທີ່ປີ 2020 ຜ່ານມາຄົນລາວ ໃຊ້ສື່ສັງຄົມອອນລາຍ ພຽງ 3.1 ລ້ານຄົນ.

ສ່ວນການນໍາໃຊ້ສື່ສັງຄົມອອນລາຍ ໃນລາວ ນັກຂ່າວເອເຊັຽເສຣີ ກໍໄດ້ສອບຖາມຜູ້ໃຊ້ ວ່ານໍາໃຊ້ໄປທິດທາງໃດ ແລະມີຄວາມຄິດ ຄວາມເຫັນແນວໃດ ຕໍ່ກັບສື່ສັງຄົມອອນລາຍ. ດັ່ງ ຜູ້ໃຊ້ Facebook ແລະ What App ຢູ່ແຂວງໄຊຍະບູລີ ໄດ້ກ່າວເມື່ອວັນທີ 19 ເມສາ ວ່າ. ສ່ວນຫຼາຍກໍຫລິ້ນ Facebook ແລະ What App ເພື່ອຂາຍສິນຄ້າ.

"ສ່ວນຫຼາຍທີ່ວ່າຫລິ້ນກໍມີແຕ່ Facebook ທີ່ວ່າຂາຍເຄື່ອງ, ເຮົາກໍໃຊ້ What App ກໍສ່ວນຫຼາຍມີທາງຫ້ອງການ ສົ່ງວຽກສົ່ງຫຍັງ ສົ່ງຮູບອີຫຍັງ ໃຫ້ໝູ່ຄູ່. ບາງຄົນອາດຈະແບບ ຫາກໍເລີ່ມຫິ້ຼນ ຍັງບໍ່ຮູ້ສຶກສາອີຫຍັງ ອາດຈະຕົກເປັນເຫຍື່ອ ພວກເຮົດທຸຣະກິຈແບບ ຕ່ອງໂສ້ຫັ້ນນ່າ ທີ່ມັກຊວນເຮົາໄປເຂົ້າຮ່ວມງານ ມິຫຍັງຕ່າງໆ ແລ້ວກໍໃຫ້ເຮົາລົງທຶນ ອາດຈະເອົາກຳໄລຫັ້ນນ່າ. ມາຍົວະໃຫ້ເຮົາ ຕາຍໃຈທີ່ວ່າເຂົາມີຣົດບໍ່ເຮືອນ ມີຫຍັງຫັ້ນນ່າ ແຕ່ວ່າອັນນີ້ມັນຂຶ້ນຢູ່ກັບ ບຸກຄົນໃດບຸກຄົນນຶ່ງ ທີ່ວ່າມີຄວາມເຊື່ອ ຫຼືບໍ່ເຊື່ອຫັ້ນນ້າ."

ນອກຈາກນີ້ຜູ້ກ່ຽວ ຍັງໄດ້ເບິ່ງ Youtube ເຊັ່ນຟັງເພັງ, ເບິ່ງລະຄອນ ແລະຕິດຕາມຂ່າວສານ ປັຈຈຸບັນຣາຄາໂທຣະສັບ ມືຖືກໍບໍ່ ແພງຫຼາຍຈຶ່ງເຮັດໃຫ້ຕົນ ແລະຄອບຄົວໄດ້ເຂົ້າ ການນໍາໃຊ້ ສື່ສັງຄົມອອນລາຍ.

ສ່ວນນັກສຶກສາຢູ່ແຂວງສວັນນະເຂດ ໄດ້ກ່າວວ່າ ກໍໃຊ້ສື່ສັງຄົມອອນລາຍ ໂດຍສະເພາະ Facebook ແລະ What App ມັນກໍມີທັງ ຜົລດີ-ຜົລເສັຽຄຽງຄູ່ກັນ. ດັ່ງຕົນໃຊ້ໃນການຄ້າ ຂາຍຄີມເຮັດໃຫ້ການຂາຍສະດວກ. ສ່ວນຜົລເສັຽແມ່ນ ມີເຟສປອມ ແລະເຟສຖືກແຮັກ.

"ເຮົາຂາຍຄີມ ແມ່ນບໍ່ ເວລາລູກຄ້າແຊັຕ ເອົາຄີມແຊັຕເອົາຫຍັງ ເຂົາມີແຕ່ ແຊັຕມາທາງຫວັດແອັປເດ້ ຫນ້າເຟສນີ້ຈະສະເພາະ ໂພສຂາຍຊື່ໆ. ມັນຈະມີຜົລດີ ແລະ ຜົລເສັຽ. ຜົລເສັຽມັນກໍຫຼາຍກໍຣະນີ ຫັ້ນນ່າ ຄືມີເຟສປອມ, ສອງຄື ສັ່ງເຄື່ອງແລ້ວຍົກເລີກ ສາມແມ່ນ ແຮັກເຟສຫຼອກລວງ ເອົາເງິນສ່ວນຫຼາຍ ໃຫ້ໂອນເງິນ."

ຊາວແຂວງຫຼວງພຣະບາງ ທີ່ເປັນແມ່ບ້ານ ກໍໃຊ້ສື່ສັງຄົມອອນລາຍ ຂາຍເຄື່ອງສຳອາງ ເຊັ່ນເຊຣັມທາຜີວຂາວ ເວົ້າວ່າກໍໃຊ້ສື່ສັງຄົມ ອອນລາຍເປັນປະຈຳທັງຕິດຕາມຂ່າວ ແລະ ຂາຍເຄື່ອງພໍມີລາຍໄດ້.

"ກໍຕິດຕາມຂ່າວສານມີຫຍັງຕ່າງໆ ນີ້ແລ້ວກໍຂາຍພໍເຮັດພໍໄປ, ກ່ຽວກັບການໃຊ້ ນີ້ມັນກໍຈະພາໃຫ້ເຮົາອັນນຶ່ງ ກໍຣາຍຈ່າຍຫັ້ນແຫຼະ ຖ້າເຮົາບໍ່ມີເງິນເຮົາກໍເບິ່ງບໍ່ໄດ້, ສອງມາມັນຈະ ທົ່ວໂລກ ມັນຈະຜູ້ທີ່ວ່າໂພສ ສິ່ງທີ່ດີ ສິ່ງທີ່ບໍ່ດີ ມັນກໍມີຄືກັນ."

ອາຈານສອນຢູ່ທີ່ ຄະນະວິທຍາສາດສັງຄົມ ພາກວິຊາສັງຄົມສົງເຄາະ ແລະ ການພັທນາ ມະຫາວິທຍາລັຍແຫ່ງຊາດລາວ ໃຫ້ຄວາມເຫັນ ຕໍ່ການນໍາໃຊ້ສື່ສັງຄົມອອນລາຍ ວ່າ. ມັນກໍມີ ທັງຜົລດີຜົລເສັຽ ປະປົນກັນໄປ.

"ບັນຫາວ່າອັນຜູ້ນໍາໃຊ້ ໃຊ້ຖືກຕ້ອງບໍ່ ຫລື ບໍ່ຖືກໃຊ້ໄປທາງທີ່ດີ ທາງທີ່ບໍ່ດີ, ທາງທີ່ດີສື່ອອນລາຍເຂົ້າມາ ສະດວກສະບາຍຈ່າຍເງິນ ຢູ່ນີ້ ຄ່ານໍ້າ ຄ່າໄຟ ບໍ່ຈຳເປັນຕ້ອງໄປຮອດ ຫ້ອງການ ກົດຈ່າຍເລີຍກໍໄດ້. ແຈ້ງການໄປໃຫ້ຄຣູອາຈານ ຈັ່ງຊີ້ກໍໃຊ້ What App ກໍຮູ້ກັນໄວຂຶ້ນ ບໍ່ຈຳເປັນຕ້ອງໃຊ້ເວລາ ມາຮວມກັນ, ທາງບໍ່ດີເຮັດ ໃຫ້ສັງຄົມແຕກຕື່ນ ບາງເທື່ອ ເປັນນັ້ນເປັນນີ້ ຕິດພຍາດນັ້ນ ພຍາດນີ້ ຫລືວ່າເວົ້າເກີນຂອບເຂດ ເວົ້າເກີນຄວາມເປັນຈິງ ກໍຖືກຈັບ ກໍມີບັນຫາເພາະວ່າ ຣະບຽບກົດໝາຽ ມັນກໍມີຢູ່ແລ້ວເດ້."

ສ່ວນເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງຫລວງພຣະບາງ ໃຫ້ຄຳເຫັນວ່າ ສື່ສັງຄົມອອນລາຍ ທີ່ຢູ່ໃນຂແນງການຂອງພວກເຮົານີ້ ສ່ວນຫລາຍຜູ້ຍິງ ທີ່ເຈົ້າໜ້າທີ່ໄດ້ສອບຖາມ ທີ່ຖືກຕົວະຍົວະ ກໍແມ່ນຕິດຕໍ່ຜ່ານທາງເຟສບຸກ ມາແຕ່ໄທຍ ແລະຈີນ.

"ຊັກຊວນພາໄປ ທາງເຟສບຸກ ຕາມຂໍ້ມູນທີ່ເຮົາໄດ້ສັມພາດວ່າ ແຕ່ສົ່ງມາ ແຕ່ຈີນ ມາແຕ່ໄທຍ ກໍມີພວກທີ່ຄ້າມະນຸດນ່າ ມາແລ້ວ ກໍດຳເນີນຄະດີ ກໍແມ່ນຊັກຊວນໄປ, ບາງຄະດີ ກໍແມ່ນຊັກຊວນ ໄປຫາເງິນຢູ່ໄທຍ ແລ້ວກໍວ່າໄດ້ເງິນດີ, ໄປເປັນແມ່ບ້ານ ແຕ່ໄປ ແລ້ວບໍ່ ແມ່ນແບບບັງຄົບໃຫ້ຂາຍ ບໍຣິການ ບໍ່ແມ່ນຫຍັງຫັ້ນນ່າ."

ເມື້ອທ້າຍປີ 2020 ຜ່ານມາກະຊວງໄປສະນີ ແລະໂທຣະຄົມມະນາຄົມລາວ ໄດ້ຣາຍງານວ່າໄດ້ດຳເນີນການພັທນາ ປະສິດຕິພາບ ຂອງຣະບົບໃນການກວດຈັບ ການໂພສຄວາມຄິດເຫັນຂໍ້ຄວາມ ຫລືຮູບພາບໃດໆ ທີ່ສົ່ງຜົລເສັຽຫາຍ ຕໍ່ຜູ້ອື່ນ. ທັງນີ້ຜູ້ໃຊ້ໂທຣະສັບມືຖື ໃນລາວ ຈະຕ້ອງລົງທະບຽຍຊິມຄາດ ທຸກຄົນ.

ນອກຈານີ້ກະຊວງໄປສະນີ ແລະ ໂທຣະຄົມມະນາຄົມລາວ ແນະນຳໃຫ້ຜູ້ໃຊ້ ສື່ສັງຄົມອອນລາຍຕ້ອງມີ ຄວາມຮັບຜິດຊອບຣະມັດ ຣະວັງ ແລະກວດສອບແຫລ່ງຂໍ້ມູນ ກ່ອນເຜີຍແຜ່ ເພື່ອປ້ອງກັນຂ່າວລວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.