ທາງການສເນີທຶນຮຽນໃຫ້ ເດັກນ້ອຍ ກໍາພ້າ

ກະຊວງສຶກສາທິການ ແລະກິລາ ສເນີໃຫ້ທຶນ ແກ່ເດັກນ້ອຍ ກໍາພ້າ ທີ່ ພໍ່ແມ່ ເສັຽຊີວິດ ຈາກ ເຫດເຂື່ອນແຕກ ນໍ້າຖ້ວມ ຢູ່ ເມືອງສນາມໄຊ ແຂວງ ອັດຕະປື.

ກະຊວງ ສຶກສາທິການ ແລະກິລາ ໃນ ນະຄອນຫຼວງ ວຽງຈັນ RFA

ເດັກນ້ອຍກໍາພ້າຈຳນວນ 350 ຄົນ ທີ່ພໍ່ແມ່ຂອງພວກເຂົາເຈົ້າ ເສັຽຊີວິດຍ້ອນນໍ້າຖ້ວມ ຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ທີ່ເມືອງສນາມໄຊ ແຂວງອັດຕະປືນັ້ນ ຈະໄດ້ຮັບທຶນການ ສຶກສາຈາກຣັຖບານ ບົນພື້ນຖານ ນະໂຍບາຍຜູ້ໄດ້ຮັບເຄາະຮ້າຍ ຈາກພັຍພິບັດ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ທ້ອງຖິ່ນທ່ານນຶ່ງເວົ້າວ່າ ຂັ້ນເທິງເພິ່ນອາດພິຈາຣະນາ ຢູ່ໃນເວລານີ້ ດັ່ງທ່ານກ່າວວ່າ:

“ສິແມ່ນຢູ່ເທິງພຸ້ນ ເພີ່ນເວົ້າກັນນຳເທິງວ່າສິມີເນາະ ແຕ່ວ່າແບບຜູ້ມີຜົນກະທົບເສັຍຊີວິດ ທີ່ວ່າພໍ່ແມ່ ພໍ່ຕາຍບໍ ຫຼືວ່າແມ່ຕາຍຈາກເຫດ ເຂື່ອນແຕກ ທຶນໃຫ້ເດັກນ້ອຍ ກຳພ້ານີ້.”

ໃນຂນະດຽວກັນ ສາສດາຈານ ດຣ. ຄຳໄພ ສີສະຫວັດ ກ່າວຕໍ່ໜັງສືພິມ ວຽງຈັນທາມສ ວ່າງຫຼັງໆມານີ້ວ່າ ຫຼັງຈາກກອງປະຊຸມຄນະ ກັມມະການພັຍພິບັດ ແຫ່ງຊາດແລ້ວ. ກະຊວງສຶກສາທິການ ໄດ້ພິຈາຣະນາສເນີທຶນ ການສຶກສາໃຫ້ແກ່ເດັກນ້ອຍກໍ່າພ້າ ທີ່ພໍ່ແມ່ເສັຽຊີວິດ ຍ້ອນພັຍພິບັດນໍ້າຖ້ວມ.

ທ່ານກ່າວຕື່ມວ່າ ທຶນການສຶກສາດັ່ງກ່າວ ຈະປະກອບດ້ວຍຄ່າຮໍ່າຮຽນ, ປື້ມສໍ, ເຄື່ອງນຸ່ງຫົ່ມ, ບ່ອນຢູ່ອາສັຍຫຼືຫໍພັກ ແລະຄ່າໃຊ້ຈ່າຍ ໃນຍາມຮຽນ.

ກ່ຽວກັບເຣື້ອງນີ້ ຄນະກັມມະການພັຍພິບັດແຫ່ງຊາດ ຣະບຸວ່າເດັກນ້ອຍກໍາພ້າກຸ່ມດັ່ງກ່າວ ຖ້້້າຮຽນດີຮຽນເກັ່ງ ໃນອະນາຄົດຈະສາມາດ ເຂົ້າຮຽນຢູ່ ສະຖາບັນການສຶກສາ ຫຼືມະຫາວິທຍາລັຍ ຂອງຣັຖໄດ້ ໂດຍບໍ່ຕ້ອງເສັຍຄ່າໃຊ້ຈ່າຍໃດໆເລີຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org