ຊາວບ້ານຢືບບາງຄົນ ອາຈຖືກ ປ່ອຍຕົວ

ສຸພັດຕາ
2018.05.31
F-Leklay ທ່ານ ເຫລັກໄຫລ ສີວິໄລ ຮອງເຈົ້າແຂວງເຊກອງ
Screen captured : Pathedlao

ໃນກໍຣະນີຊາວບ້ານຢືບ ເມືອງທ່າແຕງ ແຂວງເຊກອງ 14 ຄົນ ຖືກທາງການແຂວງ ຈັບຂັງ ໃນເດືອນ ກໍຣະກະດາ ປີ 2017 ທີ່ຜ່ານມາ ຍ້ອນມີຂໍ້ຂັດແຍ່ງທີ່ດິນ ກັບບໍຣິສັດ ຢາງພາຣາວຽດນາມ.

ຄວາມຄືບໜ້າຫລ້າສຸດກໍຄື; ເຈົ້າໜ້າທີ່ແຂວງເຊກອງ ເປີດເຜີຍວ່າ ຈະປ່ອຍຕົວ ຊາວບ້ານຈຳນວນນຶ່ງ ໂດຍສະເພາະ ແມ່ຍິງແລະເດັກນ້ອຍ ຊຶ່ງເຈົ້າໜ້າທີ່ ກຳລັງດຳເນີນຄະດີ ເຂົາເຈົ້າຕາມກົດໝາຍ ຢູ່, ດັ່ງ ທ່ານ ເຫລັກໄຫລ ສີວິໄລ ຮອງເຈົ້າແຂວງ ແຂວງເຊກອງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 31 ພຶສພາ ນີ້ວ່າ:

“ໂອ ເຂົາກຳລັງ ເຂົາກຳລັງແກ້ໄຂຢູ່ ແກ້ໄຂຕາມກົດໝາຍຄິດວ່າບໍ່ດົນ, ບໍ່ດົນຊິໄດ້ແກ້ໄຂແລ້ວ ກຳລັງດຳເນີນຄະດີ ຕາມກົດໝາຍ ຈຳນວນ ນຶ່ງກະຊິປ່ອຍຕົວແລ້ວເດີ້ ປ່ອຍຕົວ ເດັກນ້ອຍເບາະ ແມ່ຍິງ ເຂົາກະເຮັດຕາມຂັ້ນຕອນ ຂອງກົດໝາຍອີກບໍ່ດົນເດີ ໃກ້ສຳເລັດແລ້ວເດີ.”

ທ່ານກ່າວຕື່ມວ່າ ຍັງບອກບໍ່ໄດ້ວ່າຊາວບ້ານທີ່ຖືກຈັບນັ້ນ ຈະຖືກປ່ອຍຕົວມື້ໃດ. ສ່ວນການເວນຄືນທີ່ດິນ ໃຫ້ແກ່ຊາວບ້ານທີ່ເສັຍດິນ ໃຫ້ກັບ ບໍຣິສັດຢາງພາຣາ ຂອງວຽດນາມນັ້ນ, ໃນວັນທີ 28-29 ພຶສພາ ນີ້ທາງການແຂວງ ກຳລັງແບ່ງປັນດິນຊົດເຊີຍ ໃຫ້ຊາວບ້ານ ໃນເນື້ອທີ່ 1 ເຮັກຕາ ຕໍ່ຄອບຄົວ, ແຕ່ບາງຄອບຄົວ ກໍໄດ້ບໍ່ຮອດ 1 ເຮັກຕາ ອີງຕາມຂໍ້ມູນຈາກຊາວບ້ານ.

ກ່ຽວກັບເຣື້ອງນີ້ ຊາວບ້ານຜູ້ນຶ່ງ ທີ່ບໍ່ປະສົງອອກຊື່ແລະສຽງ ກ່າວຕໍ່ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

ດິນ ທີ່ທາງການຊົດເຊີຍໃຫ້ຊາວບ້ານ ຕັ້ງຢູ່ເຂດບ້ານສະພື ຫ່າງຈາກບ້ານຢືບ ໄປປະມານ 5 ກິໂລແມັດ ໄດ້ຖືກບຸກເບີກ ເມື່ອສອງປີກ່ອນ ແຕ່ດຽວກນີ້ກາຍເປັນປ່າເລົ່າແລ້ວ ຍ້ອນວ່າທາງການຍັງບໍ່ທັນເຂົ້າມາບຸກເບີກຄືນໃໝ່ເທື່ອ. ຊາວບ້ານຜູ້ນີ້ກ່າວ ຕື່ມວ່າ ເຂົາເຈົ້າບໍ່ຢາກໄດ້ ທີ່ດິນ ທີ່ທາງການແຂວງຊົດເຊີຍໃຫ້ ຍ້ອນວ່າ ມັນເປັນດິນບໍ່ງາມ ແລະ ບໍ່ເໝາະສົມສຳລັບ ການປູກຝັງ, ແຕ່ເຂົາເຈົ້າ ຈຳເປັນຕ້ອງໄດ້ເອົາ ເພາະທາງການແຂວງ ມາສັ່ງໃຫ້ເຂົາເຈົ້າເອົາ.

ໃນເບື້ອງຕົ້ນ ມີຊາວບ້ານຖືກຈັບທັງໝົດ 14 ຄົນ, ແຕ່ຕໍ່ມາເຫລືອພຽງ 12 ຄົນ ຍ້ອນວ່າຊາວບ້ານຄົນນຶ່ງ ຊື່ ທ້າວ ສົມສະຫວັນ ໄດ້ເສັຽ ຊີວິດໃນຄຸກແລະ ທ້າວ ວິຫານ ຖືກປ່ອຍຕົວ.

ໃນຈຳນວນຊາວບ້ານ 12 ຄົນ ທີ່ຍັງຖືກຂັງຄຸກຢູ່ນັ້ນ, ມີ 3 ຄົນ ທີ່ອາຍຸຕຳກວ່າ 18 ປີ ແລະ ເຂົາເຈົ້າຍັງເປັນນັກຮຽນ ຢູ່: ຄື ນາງ ນີ, ທ້າວ ນາກ ແລະ ທ້າວບຸນສົດ.

ອີງຕາມຂໍ້ມູນຈາກຊາວບ້ານ, ຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານຢຶບ ກັບບໍຣິສັດ ຢາງພາຣາວຽດນາມ ທີ່ມີຊື່ຫຍໍ້ວ່າ LVF ໄດ້ເກີດຂຶ້ນມາແຕ່ປີ 2006 ຍ້ອນບໍຣິສັດນີ້ ບຸກເບີກທີ່ດິນໄປກວມເອົາດິນ ຂອງຊາວບ້ານ 55 ຄອບຄົວ ຈໍານວນ 121 ເຮັກຕາ ໃນຂນະທີ່ ທາງການ ເມືອງທ່າແຕງ ແລະ ແຂວງເຊກອງ ອະນຸມັດໃຫ້ ສັມປະທານ ພຽງແຕ່ 42 ເຮັກຕາ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.