ວິທຍາສາດ ເຕັກໂນໂລຈີ ຈະບໍ່ເປັນ ກະຊວງ
2021.03.03
ເຈົ້າໜ້າທີ່ ສັງກັດຢູ່ກະຊວງວິທຍາສາດ ແລະ ເຕັກໂນໂລຈີ ຈໍານວນນຶ່ງ ຍັງປັບໂຕບໍ່ໄດ້ ກັບການທີ່ຮູ້ຂ່າວວ່າ ກະຊວງທີ່ຕົນກໍາລັງ ເຮັດວຽກນັ້ນ ຈະຖືກຍຸບເລີກໄປ ໂດຍທີ່ຍັງບໍ່ຮູ້ ເຫດຜົນ ຂອງການຍຸບເລີກທີ່ຊັດເຈນ ເຮັດໃຫ້ເຈົ້າໜ້າທີ່ ຫຼາຍຄົນ ທີ່ສັງກັດໃນ ກະຊວງດັ່ງກ່າວ ຕ້ອງໂຍກຍ້າຍໄປສັງກັດຢູ່ບ່ອນອື່ນໆ ຊຶ່ງເປັນການປັບໂຕຄັ້ງສໍາຄັນ ສໍາລັບການເປັນ ຣັຖກອນ, ດັ່ງເຈົ້າໜ້າທີ່ ທີ່ສັງກັດ ໃນກະຊວງວິທຍາສາດ ແລະ ເຕັກໂນໂລຊີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 02 ມິນາ ນີ້ວ່າ:
“ຄວາມຮູ້ສຶກ ມັນບອກບໍ່ຖືກນະ, ມັນປັບໂຕບໍ່ທັນຫັ້ນແຫຼະ ແບບວ່າ ມີມະຕິອອກປຸ໊ບ ຈັ່ງຊີ້ຫັ້ນນະ, ມັນກະມີແນວຄິດໜ້ອຍນຶ່ງຫັ້ນນະ, ຕັ້ງໂຕບໍ່ທັນ ວ່າຊັ້ນສາ ແມ່ນເປັນໂຕສໍາຄັນ ແຫຼະ, ແຕ່ວ່າ ບໍ່ຮູ້ມີເຫດຜົລອັນໃດ ຂອງເພິ່ນຫັ້ນນະ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ຕົນບໍ່ທັນຮູ້ຄັກແນ່ເທື່ອ ວ່າຈະຖືກໃຫ້ຍ້າຍໄປຂຶ້ນກັບ ກະຊວງໃດແດ່ ຂຶ້ນຢູ່ກັບວ່າ ທາງຂັ້ນເທິງຈະມີ ການຊັບຊ້ອນແນວໃດ, ແຕ່ຄິດວ່າ ຈະອີງຕາມວິຊາ ສະເພາະຂອງເຈົ້າໜ້າທີ່ ແຕ່ລະຄົນ, ແຕ່ເຖິງຢ່າງໃດກໍຕາມ ໃນເມື່ອທາງ ຂັ້ນເທິງ ມີທິດທາງດັ່ງກ່າວ ຕົນກໍບໍ່ມີຂໍ້ຂັດຂ້ອງອັນໃດ ແລະ ພ້ອມທີ່ຈະປັບໂຕ ແລະຮຽນຮູ້ການເຮັດວຽກ ໃນສັງກັດໃໝ່.
ເຈົ້າໜ້າທີ່ ສັງກັດ ກະຊວງວິທຍາສາດ ແລະ ເຕັກໂນໂລຈີ ອີກຄົນທ່ານນຶ່ງກ່າວວ່າ ປັດຈຸບັນ ຕົນກໍຍັງບໍ່ໄດ້ມີການຕຽມພ້ອມຫຍັງ ເທື່ອຫຼັງຈາກມີແຈ້ງການ ໃຫ້ຍຸບເລີກກະຊວງ ແລະ ໃຫ້ໂຍກຍ້າຍໄປຢູ່ກະຊວງອື່ນໆ ຊຶ່ງໃນທຸກມື້ນີ້ ກໍຍັງເຮັດວຽກໃນຕໍາແໜ່ງເກົ່າຢູ່ ຕາມປົກກະຕິ ລໍຖ້າແຕ່ຄໍາສັ່ງຈາກທາງຂັ້ນເທິງ ວ່າຈະໃຫ້ຍ້າຍມື້ໃດ, ດັ່ງທ່ານກ່າວວ່າ:
“ເອີ່ ບໍ່ໄດ້ກຽມເທື່ອ ຍັງປົກກະຕິ ຍັງບໍ່ທັນເຮັດເທື່ອດອກ ບໍ່ທັນໄດ້ຈັດຕັ້ງປະຕິບັດເທື່ອ ວ່າຊິເປັນແນວໃດຫັ້ນນະ, ຊິຍຸບຮູບການໃດ, ຄັນຊິຍຸບແທ້ ກະຊິໄດ້ຍ້າຍຫັ້ນແຫຼະ ໄດ້ໄປຢູ່ ບ່ອນອື່ນຫັ້ນແຫຼະ ເພິ່ນກະຊິເອົາໄປບັນຈຸ ຢູ່ບ່ອນອື່ນເນາະ ຢູ່ກັບຂແນງການອື່ນ.”
ທາງດ້ານ ເຈົ້າໜ້າທີ່ຫ້ອງການບໍຣິຫານ ກະຊວງວິທຍາສາດ ແລະ ເຕັກໂນໂລຈີ ກ່າວວ່າມາຮອດປັດຈຸບັນ ຍັງບໍ່ມີຄໍາສັ່ງຈາກກົມ ການເມືອງສູນກາງພັກເທື່ອ ວ່າຈະໃຫ້ກະຊວງ ວິທຍາສາດ ແລະ ເຕັກໂນໂລຈີ ຍຸຕິໜ້າວຽກມື້ໃດ, ຊຶ່ງທາງພາກສ່ວນທີ່ກ່ຽວຂ້ອງ ກໍາລັງປະຊຸມຫາລືກັນ ກ່ຽວກັບການປັບປຸງ ການຈັດຕັ້ງ, ແຕ່ໃນຣະຫວ່າງນີ້ ບັນດາເຈົ້າໜ້າທີ່ ຂແນງການຕ່າງໆທີ່ຂຶ້ນກັບ ກະຊວງ ຍັງເຮັດວຽກຕາມປົກກະຕິຢູ່, ດັ່ງຍານາງ ກ່າວວ່າ:
“ຖ້າຂໍ້ຕົກລົງອອກມາກ່ອນ ໃຫ້ຄໍາຕອບຫຍັງບໍ່ໄດ້ເທື່ອ ຊ່ວງນີ້ ກໍາລັງແບບວ່າ ປັບປຸງການຈັດຕັ້ງໃໝ່, ຖ້າເພິ່ນເຊັນອອກມາເປັນແນວ ໃດກະແນວນັ້ນ ກະຍັງເວົ້າຫຍັງບໍ່ໄດ້.”
ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຽເສຣີໄດ້ຕິດຕໍ່ຫາ ກົມການເມືອງສູນກາງພັກ ແລະເຈົ້າໜ້າທີ່ຣະດັບຣັຖມົນຕຣີ ຂອງກະຊວງວິທຍາສາດ ແລະ ເຕັກໂນໂລຊີ ເພື່ອຖາມຣາຍລະອຽດ ເພີ່ມຕື່ມ ແລະສາເຫດທີ່ຍຸບເລີກ ກະຊວງວິທຍາສາດ ແລະ ເຕັກໂນໂລຈີ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສາມາດໃຫ້ຣາຍລະອຽດ ທີ່ຫຼາຍໄປກວ່ານີ້ໄດ້.
ກ່ອນໜ້ານີ້ ຫ້ອງການວິທຍາສາດ ແລະ ເຕັກໂນໂລຈີ ໃນບາງແຂວງ ຫາກໍຖືກຍຸບໄປແລ້ວ ແລະມີການໂຍກຍ້າຍເຈົ້າໜ້າທີ່ໃນ ຫ້ອງການດັ່ງກ່າວ ໄປປະຈໍາຢູ່ຫ້ອງການ ທີ່ສັງກັດ ກະຊວງອື່ນໆ ເປັນຕົ້ນ: ຫ້ອງການວິທຍາສາດ ແລະ ເຕັກໂນໂລຈີ ນະຄອນ ຫຼວງພຣະບາງ ແຂວງຫຼວງພຣະບາງ ກໍໄດ້ຍຸບເລີກໄປເມື່ອປີກາຍ, ດັ່ງອະດີດເຈົ້າໜ້າທີ່ ຫ້ອງການ ວິທຍາສາດ ແລະ ເຕັກໂນໂລຈີ ນະຄອນຫຼວງພຣະບາງ ທ່ານນຶ່ງ ກ່າວວ່າ:
“ມາຢູ່ພີ້ ໄດ້ 4 ເດືອນປາຍແລ້ວ ຢູ່ພະລັງງານບໍ່ແຮ່ ເຫັນເພິ່ນປະກາດຍຸບອອກມາ ມື້ວານນີ້ເດ້ ຂ້ອຍກະບໍ່ຮູ້ເນາະ ເພາະວ່າ ບໍ່ໄດ້້ເຮັດວຽກ.”
ສ່ວນຊາວໜຸ່ມລາວ ຜູ້ນຶ່ງກ່າວວ່າ ສໍາລັບຕົນ ກໍຮູ້ສຶກເສັຽດາຍ ທີ່ມີມະຕິໃຫ້ຍຸບເລີກ ກະຊວງວິທຍາສາດ ແລະ ເຕັກໂນໂລຈີ ຍ້ອນກະຊວງດັ່ງກ່າວ ຖືວ່າເປັນຄວາມຫວັງ ຕໍ່ການພັທນາ ປະເທດ ແລະຊຸມຊົນ, ແຕ່ຍັງບໍ່ຮູ້ຣາຍລະອຽດ ກ່ຽວກັບເບື້ອງຫຼັງ ຂອງການຍຸບເລີກ ກະຊວງດັ່ງກ່າວ:
“ມັນກະໜ້າເສັຍດາຍຫັ້ນນະ ມັນຈໍາເປັນໃນການພັທນາປະເທດ ຫຼື ພັທນາຊຸມຊົນ, ເຮົາບໍ່ຮູ້ເດ້ເນາະ ວ່າໂຕຈິງແລ້ວກະຊວງ ໂຕນີ້ມີໜ່ວຍງານໃດແນ່ ທີ່ວ່າຂຶ້ນກັບກະຊວງນີ້, ວຽກງານໃດທີ່ຂຶ້ນກັບ ກະຊວງນີ້ ໂຕນີ້ເຮົາກະບໍ່ຮູ້ຊັດເຈນເທື່ອນະ.”
ອີງຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການຍຸບເລີກ ກະຊວງວິທຍາສາດ ແລະ ເຕັກໂນໂລຊີ ລົງວັນທີ 25 ກຸມພາ ປີ 2021 ໃນມາດຕຣາ 1 ຫົວຂໍ້ຫຼັກໆ ໄດ້ຣະບຸດັ່ງນີ້:
1-/ ຊັບຊ້ອນວຽກງານວິທຍາສາດ ຮວມທັງກົງຈັກ ແລະພະນັກງານ-ຣັຖກອນ ໄປຂຶ້ນກັບກະຊວງ ສຶກສາທິການແລະກິລາ.
2-/ ຊັບຊ້ອນ ວຽກງານເຕັກໂນໂລຊີ ຮວມທັງກົງຈັກ ແລະພະນັກງານ-ຣັຖກອນ ໄປຂຶ້ນກັບກະຊວງໄປສະນີ, ໂທລະຄົມ ມະນາຄົມ ແລະການສື່ສານ.
3-/ ຊັບຊ້ອນວຽກງານມາຕຖານ-ວັດແທກ, ວຽກງານຊັບສິນທາງປັນຍາ ຮວມທັງກົງຈັກ ແລະ ພະນັກງານ-ຣັຖກອນ ໄປຂຶ້ນກັບ ກະຊວງອຸດສາຫະກັມ ແລະການຄ້າ.
4-/ ຊັບຊ້ອນສະຖາບັນ ນິເວດວິທຍາ ແລະເຕັກໂນໂລຊີ ຊີວະພາບ ໄປຂຶ້ນກັບກະຊວງ ກະສິກັມ ແລະປ່າໄມ້.
ແລະໃນມາດຕຣາ 5 ຂອງມະຕິດັ່ງກ່າວ ໄດ້ຣະບຸໃຫ້ມະຕິ ຕົກລົງສບັບນີ້ ມີຜົນ ນັບຕັ້ງແຕ່ມື້ລົງລາຍເຊັນ ເປັນຕົ້ນໄປ.
ກ່ອນໜ້ານີ້ ຄືເມື່ອວັນທີ 9 ເດືອນກຸມພາ ປີ 2018 ສໍານັກງານ ນາຍົກຣັຖມົນຕຣີ ໄດ້ອອກຄໍາສັ່ງເລຂທີ 3/ນຍ. ວ່າດ້ວຍການ ປັບປຸງຄຸນນະພາບ ເຄື່ອນໄຫວ ຂອງກົງຈັກການຈັດຕັ້ງ ແລະ ການບັນຈຸຣັຖກອນໃໝ່, ເປົ້າໝາຍນຶ່ງ ຂອງຄໍາສັ່ງສະບັບດັ່ງກ່າວ ເພື່ອເອົາຂແນງການຂອງຣັຖບານ ທີ່ມີວຽກງານທັບຊ້ອນກັນ ຮວມເຂົ້າເປັນອົງການຈັດຕັ້ງດຽວກັນ ເພື່ອຫຼຸດຜ່ອນ ຄວາມຊັບຊ້ອນ ໂຄງສ້າງຂອງຣັຖບານ.