ມ.ສນາມໄຊໂຮງຮຽນ 2 ແຫ່ງ ເປີດຕາມ ກໍານົດ.
2018.08.22

ຫ້ອງການສຶກສາທິການແລະກິລາ ເມືອງສນາມໄຊ ແຂວງອັດຕະປື ກຽມໂຮງຮຽນມັທຍົມ 2 ແຫ່ງ ສໍາລັບນັກຮຽນ ມັທຍົມຕົ້ນ ແລະ ມັທຍົມປາຍ ທັງໝົດ 315 ຄົນ ທີ່ຖືກຜົລກະທົບ ຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກນໍ້າຖ້ວມໜັກ ໄດ້ເຂົ້າຮຽນທັນຕາມ ກໍານົດມື້ເປີດ ສົກຮຽນໃໝ່ ໃນມື້ວັນທີ 1 ກັນຍາ ທີ່ຈະມາເຖິງນີ້; ດັ່ງທ່ານ ບົງແກ້ວ ສິນນະຄອນ ຮັກສາການຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງສນາມໄຊ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ສິງຫານີ້ວ່າ:
"ຈະກະກຽມໂດຍສະເພາະແມ່ນຊັ້ນ ມ. 4 ນໍ ແລະ ມ. 7 ພວກເຮົາສິໄດ້ຮຽນ ວັນທີ 1 ໃຫ້ມັນທັນ ວັນທີ 1 ເດືອນ 9 ນີ້ ແຕ່ວ່າພວກເຮົາ ກໍສິໄດ້ແບ່ງເປັນ 2 ຈຸດ. ຈຸດທີນຶ່ງ ພວກເຮົາຈະຮອງຮັບຢູ່ໃນ ມ. ຕົ້ນທົ່ງແທ ແລະຈຸດທີສອງ ຈະຮອງຮັບຢູ່ ມສ. ເມືອງສນາມໄຊ ນີ້ ສໍາລັບນັກຮຽນ ທີ່ຖືກຜົລກະທົບ ກໍຈະບວກເຂົ້າກັບນັກຮຽນ ທີ່ຢູ່ໃນເທສບານ ຢູ່ໂຮງຮຽນ ມສ. ແຫ່ງນີ້."
ທ່ານກ່າວວ່າ ຍ້ອນໂຮງຮຽນໝົດທຸກແຫ່ງ ຢູ່ 13 ບ້ານ ໄດ້ຮັບຄວາມເສັຍຫາຍ ຊຶ່ງໃນນັ້ນເປັນໂຮງຮຽນປະຖົມ 11 ແຫ່ງ ແລະໂຮງຮຽນ ມັທຍົມຕົ້ນ 2 ແຫ່ງ ທາງການແຂວງອັດຕະປື ຈຶ່ງເຫັນດີໃຫ້ໃຊ້ໂຮງຮຽນມັທຍົມທົ່ງແທ ແລະໂຮງຮຽນມັທຍົມ ເມືອງສນາມໄຊ ເປັນບ່ອນ ຮຽນສໍາລັບນັກຮຽນທີ່ ປະສົບພັຍ ໃຫ້ທັນຕາມກໍານົດ ເວລາເປີດສົກຮຽນ ປະຈໍາປີ 2018-2019 ນີ້. ສ່ວນນັກຮຽນຊັ້ນປະຖົມ ທີ່ມີທັງໝົດ 577 ຄົນນັ້ນ ແມ່ນຈະໄດ້ເລື່ອນເວລາຮຽນ ອອກໄປ ເນື່ຶອງຈາກທາງເມືອງສນາມໄຊ ມີແຜນທີ່ຈະສ້າງ ໂຮງຮຽນປະຖົມຊົ່ວຄາວ ຢູ່ໃກ້ກັບ ໂຮງຮຽນມັທຍົມທົ່ງແທ ນັ້ນ ແລະຄາດວ່າຈະສ້າງສໍາເຣັດໃນອີກນຶ່ງເດືອນຂ້າງໜ້າ ຫາກບໍ່ມີຝົນຕົກ ແລະ ເກີດນໍ້າຖ້ວມຕື່ມອີກ.
ສິ່ງຈໍາເປັນໃນການກະກຽມເປີດສົກຮຽນໃໝ່ນັ້ນ ແມ່ນອຸປກອນການຮຽນການສອນທຸກປະເພດ ທີ່ຍັງຂາດເຂີນຫຼາຍ ເປັນຕົ້ນປື້ມຮຽນ, ປື້ມຂຽນ, ຄູ່ມືການສອນ ຮວມໄປເຖິງໂຕະ,ຕັ່ງ ນໍາດ້ວຍ. ພ້ອມກັນນັ້ນ ທ່ານ ບົງແກ້ວ ກໍຍັງກ່າວຕື່ມອີກວ່າ ຕ້ອງການໃຫ້ທາງການລາວ ຊ່ອຍເຫຼືອ ຮວມທັງຣົດຮັບສົ່ງນັກຮຽນ ຣະຫວ່າງສູນບັນເທົາທຸກເມືອງສນາມໄຊ ແລະໂຮງຮຽນມັທຍົມ ສອງແຫ່ງ ຊຶ່ງມີໄລຍະທາງໄກ ຫຼາຍຫລັກ ເພາະນັກຮຽນສ່ວນຫລາຍ ບໍ່ມີຣົດຈັກ, ບໍ່ມີຣົດຖີບ ທີ່ຈະຂີ່ທຽວໄປໂຮງຮຽນ.