ສິດໃນການເຊື່ອຖື ຢູ່ລາວ

ສິດນີ
2017.04.28
F-USCIRF ຄນະກັມມາທິການ ສິດເສຣີພາບ ການເຊື່ອຖື ສາສນາ ຂອງ ສະຫະຣັຖ ອະເມຣິກາ ຫລື USCIRF
Screen captured USCIRF video

ຄນະກັມມາທິການ ສິດເສຣີພາບ ດ້ານສາສນາ ຂອງສະຫະຣັດ ຫລື USCIRF ອອກບົດຣາຍງານ ປະຈຳປີ ໃນປີນີ້ວ່າ ສປປລາວ ຍັງຈຳກັດ ສິດເສຣີພາບ ໃນການນັບຖື ສາສນາ ຫລາຍຢູ່ ເປັນຕົ້ນ ສາສນາຄຣິສຕຽນ ແລະ ສາສນາອື່ນໆ ນອກຈາກ ສາສນາພຸດ.

ອົງການດັ່ງກ່າວຍັງຈັດ ສປປລາວຢູ່ໃນ TIER 2 ອີກເຫມືອນເດີມ ໃນບັນດາ ກຸ່ມປະເທດ ທີ່ຍັງຈຳກັດ ສິດເສຣີພາບ ໃນການນັບຖື ສາສນາໃນໂລກ ເລີ້ມແຕ່ປີ 2009 ເປັນຕົ້ນມາ ຍັງບໍ່ມີການ ປ່ຽນແປງເລີຍ.

ເຈົ້າຫນ້າທີ່ທ້ອງຖິ່ນໃນລາວ ໃນບາງເຂດຍັງກົດຂີ່ຂົ່ມເຫັງ ຊາວຄຣີສຕຽນ ຊົນກຸ່ມນ້ອຍ ໃນລາວຢູ່ ຊາວຄຣິສຕຽນ ໃນລາວຖືກບັງຄັບ ໃຫ້ປະລະ ການນັບຖືສາສນາ ແລະ ຖືກຈັບກຸມ ໃນບາງ ກໍຣະນີ ຜູ້ສອນສາສນາ ຄຣິສຕຽນຫລາຍຄົນ ກໍຖືກນາບຂູ່ແລະຈັບກຸມ ຫລື ຖືກໄລ່ຫນີ ຈາກບ້ານ.

ບົດຣາຍງານດ້ານສິດທິມະນຸດ ໄດ້ຈັດສປປລາວ ຢູ່ໃນເກືອບຂັ້ນຕ່ຳສຸດ ທາງດ້ານ ສິດທິມະນຸດ ເປັນຕົ້ນ ສິດທິ ການປາກເວົ້າ ການ ສະແດງອອກ ແລະ ການຊຸມນຸມ ຮ່ວມທັງ ການນັບຖືສາສນາ ໃນລາວ.

ຄນະກັມມາທິການ ດ້ານສິດເສຣີພາບ ທາງສາສນາ ໄດ້ໃຫ້ຄຳແນະນຳ ຕໍ່ຣັຖບານ ສະຫະຣັດ ວ່າ

1-ໃຫ້ພົວພັນກັບຣັຖບານລາວ ໃນການແກ້ໄຂ ບັນຫາດັ່ງກ່າວ ໃຫ້ເປັນແບບດຽວກັບວຽດນາມ ແລະ ພະມ້າ

2-ເຮັດວຽກກັບຣັຖບານລາວ ເພື່ອຄ້ຳປະກັນ ການບັງຄັບໃຊ້ ດຳຣັດ ເລກທີ 315 ວ່າດ້ວຍການ ນັບຖືສາສນາ ໃນລາວ ໃຫ້ສອດຄ່ອງ ກັບມາຕຖານ ດ້ານສິດທິມະນຸດ ແລະ ການນັບຖື ສາສນາສາກົນ.

3-ຊັກຊວນໃຫ້ ຣັຖບານລາວ ບໍ່ໃຫ້ບີບບັງຄັບ ຊາວຄຣີສຕຽນ ໃຫ້ປະລະ ການນັບຖືສາສນາ ຂອງພວກຂະເຈົ້າ.

4-ສົ່ງເສີມການຊ່ອຍເຫລືອ ທາງດ້ານເທັກນີກແກ່ ຣັຖບານລາວ ໃນຈຸດປະສົງ ເພື່ອປົກປ້ອງສິດເສຣີພາບ ການນັບຖືສາສນາໃນລາວ.

ອົງການດັ່ງກ່າວຍັງໄດ້ແນະນຳ ໃຫ້ຣັຖບານລາວ ຍຸດຕິ ການຣະເມີດ ສີດເສຣີພາບ ການນັບຖື ສາສນາ ຄຣິສຕຽນໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.