ພິທີມອບຮ່າງກະດູກ ທະຫານອະເມຣິກັນ
2013.06.19

ທາງການລາວ ໄດ້ມອບ 10 ຊາກສົບ ຫລື ຮ່າງກະດູກ ທີ່ເຊື່ອວ່າ ເປັນຂອງ ທະຫານ ສະຫະຣັຖ ອະເມຣິກາ ທີ່ ເສັຽຊິວິດ ໃນປາງ ສົງຄາມ ວຽດນາມ ໃຫ້ກັບ ຍານາງ Karen Stewart ເອກອັຄຣາຊທູຕ ປະຈໍາ ສປປລາວ.
ທາງການລາວ ໄດ້ມອບ ເສດຊາກສົບ ຮ່າງກະດູກ ທີ່ເຊື່ອວ່າ ເປັນຊິ້ນສ່ວນ ແລະ ສິ່ງຂອງ ເຄື່ອງໃຊ້ ຂອງ ທະຫານ ອະເມຣິກັນ ທີ່ເສັຽຊິວິດ ໃນລາວ ໃນສມັຍ ສົງຄາມ 10 ຊາກ ຫລັງຈາກ ເຈົ້າຫນ້າທີ່ ທັງສອງຝ່າຍ ຊ່ອຍກັນ ຄົ້ນຫາ ໃນຊ່ວງ ຣະດູແລ້ງ ປີ 2012 -2013 ທີ່ຜ່ານມາ ທີ່ແຂວງພາກໃຕ້ ຂອງລາວ.
ພິທີມອບ ໄດ້ຈັດຂຶ້ນ ທີ່ສນາມບິນ ແຂວງ ສວັນນະເຂດ ໂດຍມີ ນາງສູນທອນ ພົມມະຈັກ ຣັຖມົນຕຣີຊ່ອຍ ກະຊວງ ຕ່າງປະເທດ ສປປລາວ ເປັນຜູ້ມອບ ແລະ ຍານາງ ເຄເຣັນ ສຈວດ ເອກອັຄຣາຊທູດ ສະຫະຣັຖ ປະຈຳລາວ ເປັນຜູ້ ຮັບມອບ ມີເຈົ້າຫນ້າທີ່ ແຂວງ ແລະ ຈາກ ກະຊວງ ຕ່າງປະເທດ ລາວ ຈຳນວນນຶ່ງ ເຂົ້າຮ່ວມ ໃນພີທີ.
ຫນັງສືພິມ ວຽງຈັນ ທາມສ໌ ລາຍງານວ່າ ຊາກກະດູກ ທັງ 10 ຊາກ ຖືກຄົ້ນພົບ ທີ່ ເມືອງ ເຊໂປນ ແລະ ເມືອງ ວິຣະບູຣີ ທີ່ຕິດກັບ ຊາຍແດນ ວຽດນາມ ແຕ່ບໍ່ໄດ້ ບອກເຖິງ ລາຍລະອຽດ ອຶ່ນໆ ທີ່ຮ່ວມດ້ວຍ ສາເຫດ ຂອງ ການເສັຽຊິວິດ ຫລື ການ ປະຕິບັດ ງານ ກ່ອນ ທະຫານ ອະເມຣິກັນ ເຫຼົ່ານັ້ນ ຈະເສັຽຊິວິດ. ແຕ່ເປັນທີ່ຄາດ ກັນວ່າ ເປັນກຸ່ມນັກບິນ ທີ່ ຖິ້ມຣະເບີດໃສ່ ທາງຫລວງ ເລກ 9 ເພື່ອຕັດ ກຳລັງ ຂອງທະຫານ ວຽດນາມເຫນືອ ທີ່ ເຂົ້າໄປລົບ ວຽດນາມໃຕ້.
ໃນຂະນະ ດຽວກັນ ທາງການລາວ ກໍໄດ້ສົ່ງ ເສດກະດູກ ຂອງ ທະຫານ ວຽດນາມເຫນືອ ກັບ ວຽດນາມ ແລ້ວ 16 ພັນ 400 ຊາກ ໃນຣະຍະ 20 ປີ ທີ່ຜ່ານມາ ແລະ ຄາດວ່າຍັງມີ ຊາກກະດູກ ຂອງ ທະຫານ ວຽດນາມເຫນືອ ທີ່ ຕົກຄ້າງ ຢູ່ໃນລາວ ຫລາຍພັນສົບ ທີ່ຍັງບໍ່ທັນ ຄົ້ນພົບ ຮວມທັງ ທະຫານ ອະເມຣິກັນ ອີກຫລາຍຮ້ອຍ ສົບ.