ທຸກແຂວງຕຽມປະກາດຣາຍຊື່ ຜູ້ສມັກ ເລືອກຕັ້ງ

ໄຊຍາ
2021.01.11
ທຸກແຂວງຕຽມປະກາດຣາຍຊື່ ຜູ້ສມັກ ເລືອກຕັ້ງ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງຫົວພັນ ຄັ້ງທີ X ວັນທີ 2 - 3 ພຶສຈິກາ 2020
ພາບປະກອບ: ນັກຂ່າວພົລເມືອງ

ທາງການລາວ ຕຽມປະກາດຣາຍຊື່ ຜູ້ຮັບສມັກເລືອກຕັ້ງ ສະມາຊິກ ສາພາແຫ່ງຊາດລາວ ຊຸດທີ 9, ແລະ ຜູ້ສມັກຮັບເລືອກຕັ້ງ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ 2 ປະຈຳ ແຕ່ລະເຂດເລືອກຕັ້ງຢ່າງເປັນທາງການ, ພາຍໃນສັປດານີ້ ຫຼືສັປດາໜ້າ. ປັຈຈຸບັນຍັງລໍຖ້າໃຫ້ ສະພາແຫ່ງຊາດຮັບຮອງຣາຍຊື່ຜູ້ສະມັກ. ດັ່ງເຈົ້າໜ້າທີ່ ສະພາແຫ່ງຊາດ ປະຈຳເຂດ ເລືອກ ຕັ້ງທີ 1 ນະຄອນຫຼວງວຽງຈັນ ບໍ່ປະສົ່ງອອກຊື່ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 11 ມົກຣາ 2021 ວ່າ:

"ເພິ່ນຍັງບໍ່ໄດ້ປະກາດເທື່ອ, ເຮົາຍັງຖ້າແຈ້ງການຈາກສະພາແຫ່ງຊາດ, ມາຫຼັງຈາກຂໍ້ຕົກລົງໂຕນັ້ນມາເຮົາຈຶ່ງສາມາດບົ່ງບອກ ໄດ້ວ່າລົງສມັກເທົ່າໃດ, ຈັກຄົນແນວໃດ, ໂຕນີ້ເຮົາຈຶ່ງ ສາມາດແຈ້ງໄດ້ເນາະ, ຄາດວ່າພາຍໃນທິດນີ້ຫຼືວ່າທີດໜ້າ."

ເຈົ້າໜ້າທີ່ຄາດວ່າຈະປະກາດອອກທາງຊື່ມວລຊົນ, ໃຫ້ປະຊາຊົນໄດ້ຮັບຊາບໃນສັປດາໜ້າ, ແລ້ວຈະພີມໃບໂຄສະນນາເພື່ອໃຫ້ ບັນດາຜູ້ສະມັກລົງຫາສຽງ. ສ່ວນແຂວງບໍ່ແກ້ວ ກໍກຳລັງລໍຖ້າໃຫ້ສະພາແຫ່ງຊາດຮັບຮອງຣາຍຊື່ ຂອງຜູ້ສະມັກ, ສະມາຊິກສະພາ ແຫ່ງຊາດ, ແລະ ສະພາປະຊາຊົນຂັ້ນແຂວງ. ຈາກນັ້ນກໍຈະແຈ້ງໄປຍັງ ຊື່ມວລຊົນ ແລະ ພີມ ໃບ ໂຄສະນາໃຫ້ຜູ້ສມັກລົງຫາສຽງ.

"ໂຕນີ້ຫັ້ນຣາຍຊື່ຂອງແຂວງເຮົາສົ່ງໄປສູນກາງ ແຕ່ສູນກາງຍັງບໍ່ຮັບຮອງສົ່ງກັບມາເທື່ອ, ກໍວ່າອັນນີ້ແມ່ນອານຸກັມມະການຂອງເຂົາ ເຈົ້າຮັບ, ບໍ່ຮູ້ໂຕເລກກຳລັງຕຽມສົ່ງປວັດຍັງບໍ່ຮູ້ ວ່າຈັກທ່ານຈັກຄົນຊິໄດ້."

ທາງແຂວງໄຊຍະບູລີ ກໍຍັງບໍ່ທັນມີການປະກາດຣາຍຊື່ເຊັ່ນກັນ, ປັຈຈຸບັນຍັງຢູ່ໃນຣະຫວ່າງຂັ້ນຕອນການກະຕຽມ, ແລະແຈ້ງ ຈຳນວນຣາຍຊື່ໃຫ້ສະພາ, ຫຼັງຈາກສະພາຮັບຮອງແລ້ວ ຈະແຈ້ງ ໃຫ້ມວລຊົນ ແລະ ໂຄສະນາ ປະຊາສັມພັນ ການເລືອກຕັ້ງ. ດັ່ງເຈົ້າໜ້າທີ່ ເລືອກຕັ້ງ ປະຈຳເຂດ ເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ກ່າວວ່າ:

"ຍັງ, ຍັງເທື່ອເຈົ້າ, ໂອ້ ບໍ່ໄດ້ປະກາດເພື່ອກໍເຈົ້າ. ກຳລັງຕຽມຢູ່."

ການເລືອກຕັ້ງໃນຄັ້ງນີ້ ມີບັນຍາກາດບໍ່ຄຶກຄັກປານໃດ, ແຕກຕ່າງຈາກການເລືອກຕັ້ງໃນຄັ້ງກ່ອນ, ເຊິ່ງບັນດາຜູ້ສມັກຕ່າງກໍພາກັນ ລົງພື້ນທີ່ຫາສຽງໄວກ່ວານີ້. ດັ່ງຊາວວຽງຈັນ ທ່ານນຶ່ງໄດ້ກ່າວວ່າ:

"ເອີ, ກາງຽບຫັ້ນແຫຼະເນາະ ກະກຽມງຽບກວ່າປີກາຍປີຜ່ານມາແຫຼະ, ມັນມີບັນຫາເຣື່ອງໂຄວິດ ອັນນີ້ເດ້ເນາະຄ່ອຍໆ ເຮັດຫັ້ນແຫຼະ, ກໍບໍ່ຟົດຟື້ນປານໃດຫັ້ນແຫຼະເນາະ. ກາຕ້ອງໃຫ້ ແລ້ວວຽກເທົ່ານັ້ນແຫຼະ, ກາຮູ້ສຶກດີໃຈຫັ້ນແຫຼະ ຄັນວ່າຮອດມື້ມາຫັ້ນນ່າ."

ປັຈຈຸບັນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9, ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ 2, ຈະມີຂື້ນໃນວັນທີ 21 ກຸມພາ ປີ 2021. ຕາມຈຸດເລືອກຕັ້ງໃນແຕ່ລະແຂວງ ອຳນາດການປົກຄອງຂັ້ນບ້ານ, ກຳລັງຮວບຮວມຣາຍຊື່ ຜູ້ມີສິດປ່ອນບັດ ເລືອກຕັ້ງ ເພື່ອສົ່ງໃຫ້ຂັ້ນເມືອງແລະແຂວງ.

ໃນຂນະທີ່ ຄະນະບໍຣິຫານງານສູນກາງພັກ ກຳລັງຕຽມຈັດກອງປະຊຸມໃຫຍ່, ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງ ພັກປະຊາຊົນ ປະຕິວັດລາວ ເຊິ່ງຈະຈັດຂື້ນໃນວັນທີ 13-15 ມົກຣາ 2021, ເພື່ອເລືອກເອົາປະທານ ຄະນະບໍຣິຫານງານ ສູນກາງພັກ ສມັຍທີ 11 ເຊິ່ງຄາດກັນວ່າ ດຣ ພັນຄຳ ວິພາວັນ ຈະໄດ້ຂຶ້ນເປັນ ເລຂາທິການຄະນະບໍຣິຫານງານ ສູນກາງພັກ ສ່ວນຕຳແໜ່ງ ນາຍົກຣັຖມົນຕຼີ ນັ້ນຕ້ອງລໍຖ້າການເລືອກຕັ້ງສຳເຣັດ ເຊິ່ງຄາດວ່າ ອາດຈະເປັນ ດຣ ສອນໄຊ ສີພັນດອນ ຫຼື ດຣ ໄຊສົມພອນ ພົມວິຫານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.