ນັກໂທດການເມືອງຈະບໍ່ ຖືກປ່ອຍ

ຈໍາປາທອງ
2015.11.02
F-Choummaly ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດ ສປປ ລາວ
Xinhua

ເນື່ອງ ໃນໂອກາດ ວັນ ສ້າງຕັ້ງ ສປປ ລາວ 2 ທັນວາ ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດ ຈະ ພິຈາຣະນາ ອະພັຍໂທດ ແກ່ ນັກໂທດ, ຊຶ່ງ ຕາມ ປົກກະຕິ ແລ້ວ ນັກໂທດ ການເມືອງ ຈະບໍ່ຖືກ ປ່ອຍຕົວ, ພຽງແຕ່ ຜ່ອນໂທດ ໃຫ້ ເທົ່ານັ້ນ. ຕາມ ການເປີດເຜີຍ ຂອງ ເຈົ້າຫນ້າທີ່ ຫ້ອງການ ອັຍການ ແຂວງ ທ່ານນຶ່ງ:

“ຖືເອົາ ໂອກາດ ວັນຊາດ ທີ 2 ທັນວາ ຫັ້ນແຫຼະ, ເຮົາ ຄົ້ນຄວ້າ ຢູ່ນີ້ ແລ້ວ ຈະສເນີ ໄປໃຫ້ ອັຍການ ສູງສຸດ. ອັຍການ ສູງສຸດ ຈຶ່ງ ນຳສເນີ ທ່ານ ປະທານ ປະເທດ, ມີທຸກປີ ອັນ ກ່ຽວກັບໂທດ ການເມືອງ ນີ້ນະ ຂອງ ເຮົານັ້ນ ຜ່ອນໄດ້ ແຕ່ ປ່ອຍບໍ່ໄດ້”.

ນາງ ກ່າວ ຕື່ມວ່າ ການຜ່ອນໂທດ ໃຫ້ ນັກໂທດ ການເມືອງ ສາມາດ ຫລຸດຜ່ອນ ໄດ້ ສູງສຸດ 1 ປີ, ໜ້ອຍສຸດ 3 ເດືອນ, ຊຶ່ງ ຢູ່ລາວ ກໍມີ ນັກໂທດ ການ ເມືອງ ຈຳນວນນຶ່ງ. ສ່ວນຫຼາຍ ຖືກຕັ້ງ ຂໍ້ຫາ ທໍຣະຍົດ ຊາດ. ສ່ວນ ນັກໂທດ ທີ່ ໄດ້ຮັບການ ປ່ອຍຕົວ ຈະເປັນ ນັກໂທດ ຄະດີ ທົ່ວໄປ ແລະ ປະຕິບັດ ຕົວດີ.

ກ່ຽວກັບ ການ ອະພັຍໂທດ ໃຫ້ ນັກໂທດ ທີ່ ຖືກຄຸມຂັງ ປະຈຳ ປີ 2015 ເອເຊັຽ ເສຣີ ໄດ້ຖາມ ໄປຍັງ ອົງການ ອັຍການ ປະຊາຊົນ ສູງສຸດ, ເຈົ້າຫນ້າທີ່ ໃຫ້ ຄຳຕອບ ທັງ ຢືນຢັນວ່າ ປີນີ້ ຈະມີການ ອະພັຍໂທດ ຄືທຸກປີ, ແຕ່ຍັງ ບໍ່ເປີດເຜີຍ ຣາຍລະອຽດ ໄດ້.

ສຳລັບ ປີ ທີ່ແລ້ວ ສປປ ລາວ ໄດ້ ອະພັຍໂທດ ໃຫ້ ນັກໂທດ ທັງຫມົດ 938 ຄົນ. ໃນນັ້ນ ຫລຸດຜ່ອນໂທດ 767 ຄົນ ແລະ ປ່ອຍຕົວ 171 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.