ຄວາມຮຸນແຮງຕໍ່ແມ່ຍິງໃນລາວ

ສົມເນ
2014.02.25
F-mother ຄວາມຮຸນແຮງ ຕໍ່ແມ່ຍິງໃນລາວ ຈະຖືກລຶບລ້າງ
Plan Asia on Flickr

 

ກັມມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ປະຊຸມກັນຮ່າງແຜນແຫ່ງຊາຕສໍາລັບສົກປີ2014-2020ເພື່ອລຶບລ້າງຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ,ຕາມລາຍງານອົງການຂ່າວຊິນຫົວ.

ຍານາງຈັນໂສດາພອນທິບ ຫົວໜ້າເລຂາທິການຂອງກັມມາທິການກ່າວວ່າ ການຮ່າງແຜນລຶບລ້າງດັ່ງກ່າວນີ້ແມ່ນສ່ວນນຶ່ງຂອງ ຄວາມພຍາຍາມຂອງຣັຖບາລ.ທ່ານວ່າທ່ານຕ້ອງການໃຫ້ຜູ້ເຂົ້າຮ່ວມປະຊຸມ ໃຫ້ຄໍາແນະນໍາຕື່ມກ່ຽວກັບປະໂຍກຄໍາເວົ້າຢູ່ໃນເນື້ອ ໃນຂອງຮ່າງແຜນຫລັງຈາກເຈົ້າໜ້າທີ່ຈາກເລຂາທິການ ກັມມາທິການໄດ້ທໍາການສະເໜີໄປແລ້ວເພື່ອໃຫ້ມັນລະອຽດກ່ອນຈະສະ ເໜີຂຶຶ້ນຫາຣັຖບາລເພື່ອຂໍອະນຸມັດ.

ເລຂາທິການກັມມາທິການວ່າ ສປປລາວ ບໍ່ທັນມີສະຖິຕິທີ່ແຈ້ງຂາວກ່ຽວກັບຣະດັບຂອງຄວາມຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍ. ທາງກັມມາທິການກໍາລັງຮ່ວມມືກັບກັມມະການແຫ່ງຊາຕສໍາລັບແມ່ແລະເດັກ ແລະສູນສະຖິຕິແຫ່ງຊາຕຂອງກະຊວງແຜນການ ແລະການລົງທຶນເພື່ອສໍາຣວດກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງໃນທົ່ວປະເທດ.

ປະມານສິບປີຜ່ານມາ ການສໍາຣວດຄວາມເຫັນຂອງຜູ້ຊາຍແລະແມ່ຍິງຈໍານວນ 1,200 ຄົນຮວມທັງສໍາພາດຄົນໃນ 6 ແຂວງ ພົບວ່າເຫດການເກີດຄວາມຮຸນແຮງຕໍ່ແມ່ຍິງແມ່ນໃນເວລາຜູ້ຊາຍ ກິນເຫລົ້າເມົາຢາແລະບັນຫາຂາດເຂີນເງິນຄໍາໃນຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.